ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 30 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ບໍລິສັດເອກະຊົນ ຮ່ວມກັນຊ່ວຍເຫຼືອ ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ພະຍາດໂຄວິດ-19

ເຊິ່ງມີຫຼາຍບໍລິສັດເອກະຊົນ ທີ່ມອນເງິນປະກອບຊ່ວຍເຫຼືອ ລວມໆແລ້ວທັງໝົດປະມານ 500 ກວ່າລ້ານ, ການມອບເງິນຄັ້ງນີ້ ແມ່ນເປັນການຊຸກຍູ້ການປະກອບສ່ວນ ລະຫວ່າງ ສະພາການຄ້າ ແລະ ອຸດສະຫະກໍາແຂວງ ຮ່ວມກັບພາກທຸລະກິດ

ເພື່ອມອບເງິນຊຸກຍູ້ ການປະຕິບັດວຽກງານ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ…ອ່ານຕໍ່

ພົນລະເມືອງໃນທົ່ວແຂວງເຊກອງ ຈັດຕັ້ງປະຕິບັດສະກັດກັ້ນໂຄວິດ-19 ຢ່າງເຂັ້ມງວດ

ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງໆເຊກອງ ໄດ້ລາຍງານວ່າ ທຸກຄົນພາຍໃນແຂວງແມ່ນໄດ້ພາກັນຕື່ນໂຕໃນການປິດຊົ່ວຄາວສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ; ຫ້າມຈັດງານລ້ຽງ, ງານພົບປະສ້າງສັນທີ່ເຕົ້າໂຮມຄົນຈໍານວນຫຼາຍ; ການຮັກສາໄລຍະຫ່າງທາງສັງຄົມ

ແລະຍັງໄດ້ຕັ້ງຈຸດກວດ, ຕິດຕາມຄົນເຂົ້າ-ອອກພາຍໃນແຂວງ, ເມືອງທີ່ມີຄວາມສ່ຽງ ແລະຜູ້ທີ່ເດີນທາງມາແຕ່ຕ່າງປະເທດ, ສຳລັບຜູ້ເດີນທາງມາແຕ່ຕ່າງແຂວງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຕ້ອງໄດ້ກັກບໍລິເວນຕົນເອງ 14 ມື້ໃຫ້ຢູ່ພາຍໃນບ້ານ ຫຼື ສູນກັກກັນທີ່ຄະນະສະເພາະຂັ້ນແຂວງກໍານົດໄວ້…ອ່ານຕໍ່



ມອບໃບຢັ້ງຢືນບ້ານແບບຢ່າງ ໃຫ້ກັບ 5 ບ້ານໃນເມືອງດາກຈຶງ

ເຊິ່ງມີບ້ານດາກຕຽມ,ດາກເຕຼິບ,ດາກດໍ,ດາກຕະອອກນ້ອຍ ແລະ ບ້ານ ດາກຕະອອກໃຫຍ່ 5 ບ້ານນີ້ເປັນແບບຢ່າງປະຕິບັດກົດໝາຍ ເປັນການສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ,ກົດໝາຍຢ່າງຖືກຕ້ອງເລິກເຊິ່ງ,ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງພາຍໃນຄອບຄົວ ແລະ ບ້ານໃຫ້ໜັກແໜ້ນ,ສະກັດກັ້ນຕີຖອຍທຸກປະກົດການຫຍໍ້ທໍ້ທີ່ລະເມີດຕໍ່ກົດໝາຍ

ພ້ອມຮຽກຮ້ອງໃຫ້ຄະນະພັກອຳນາດການປົກຄອງບ້ານຖືສຳຄັນການສຶກສາອົບຮົມການເມືອງແນວຄິດເປັນໜ້າທີ່ຕົ້ນຕໍ…ອ່ານຕໍ່

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.