ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 18 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວວຽກງານຕ້ານໂຄວິດ-19



ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ລົງຕິດຕາມສະພາບການຜະລິດຂອງໂຮງງານອຸດສາຫະກຳ ພາຍໃນເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ ໂນນທອງ ຫຼື VITA Park

ເພື່ອເຮັດໃຫ້ໂຮງງານທີ່ມີເງື່ອນໄຂ ແລະ ມີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດດໍາເນີນການຜະລິດ ແລະ ທັງເປັນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ເຂົ້າໃນເຂດໂຮງຈັກໂຮງງານອຸດສາຫະກໍາ…ອ່ານຕໍ່

ກອງປະຊຸມນາຍົກ ລັດຖະມົນຕີ ຮ່ວມກັບຄະນະສະເພາະກິດຜ່ານລະບົບທາງໄກ ເພື່ອປ້ອງກັນໂຄວິດ-19



ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນ ຂອງການຈັດຕັ້ງຕົນເອງ, ປັບປຸງລະບົບແບບແຜນວິທີເຮັດວຽກ ໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງ

ສໍາລັບມາດຕະການຜ່ອນຜັນດ້ານການບໍລິຫານ ແລະ ສັງຄົມ ຫຼັງວັນທີ 20 ພຶດສະພາ 2021 ນີ້ ໃຫ້ສົມທົບກັນຄົ້ນຄວ້າຄືນ ໂດຍສະເພາະ ມາດຕະການໃດ ທີ່ສາມາດຜ່ອນຜັນ ແລະ ມາດຕະການໃດຕ້ອງໄດ້ເພີ່ມ ທະວີຄວາມເຂັ້ມງວດ, ດ້ານການແພດ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດກ່ຽວກັບການຈັດຫາວັກຊິນ ແລະ ສັກວັກຊິນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້

ປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມ ຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວ ແລະ ທັນການຂຶ້ນ ການຈັດສັນງົບປະມານ ໃຫ້ມີແຜນລະອຽດຕົວຈິງ ບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນ, ສືບຕໍ່ຮັບເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ…ອ່ານຕໍ່

ຜູ້ເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຖ້າມີເຈດຕະນາປິດບັງຂໍ້ມູນສ່ວນຕົວຈະຖືກປະຕິບັດວິໄນຕາມກົດໝາຍ



ຈາກກໍລະນີທີ່ມີຜູ້ເຂົ້າຮັບການກວດຫາເຊື້ອພະຍາດໂຄວິດ-19 ຫຼາຍທ່ານໄດ້ມີເຈດຕະນາບິດເບືອນຂໍ້ມູນສ່ວນຕົວເຊັ່ນວ່າ: ຊື່ ແລະ ນາມສະກຸນ ປອມ, ທີ່ຢູ່ປອມ ແລະ ເບີໂທລະສັບຕິດຕໍ່ປອມນັ້ນ, ພາຍຫຼັງທີ່ກວດພົບເຊື້ອດັ່ງກ່າວແຕ່ບໍ່ສາມາດຕິດຕໍ່ພວກກ່ຽວໄດ້ນັ້ນ ໂດຍທີ່ທາງຄະນະສະເພາະກິດໄດ້ປະກາດຕາມຫາເປັນຈໍານວນຫຼາຍໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ

ພວກກ່ຽວຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ ເພາະຈະເປັນຜູ້ນຳເຊື້ອໄປແຜ່ໃສ່ຊຸມຊົນ ແລະ ສະມາຊິກຄອບຄົວ, ທ່ານ​ນາງ ພອນປະເສີດ ຍັງຮຽກຮ້ອງໃຫ້ສັງຄົມຮັບ ຂໍ້ມູນຂ່າວ-ສານທີ່ຖືກຕ້ອງຈາກສື່ທາງການ ເຊັ່ນ: ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆຂອງລັດຖະບານ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...