ພາກເອກະຊົນ! ຈັດກິດຈະກຳ “ສັກລຸ້ນໂຊກ” ປຸກລະດົມປະຊາຊົນໄປສັກວັກຊີນ

ບໍລິສັດ ຟ້າໃຫຍ່ ມີເດຍ ຫຼື Bigblue agency Laos ໄດ້ຈັດໂຄງການຮ່ວມກັບ InsideLaos ໂດຍມີວັດຖຸປະສົງເພື່ອປຸກລະດົມໃຫ້ປະຊາຊົນໃນ ສປປ ລາວ ໄປສັກວັກຊີນປ້ອງກັນໂຄວິດ-19

ທັງນີ້, ການສັກວັກຊີນປ້ອງກັນໂຄວິດ-19 ກໍ່ເພື່ອຈະເຮັດໃຫ້ການພູມຕ້ານທາຍໝູ່ (ຕາມຂໍ້ມູນທີ່ອີງມາຈາກ WHO / ກົມອະນາໄມໂລກ, ປະຊາກອນໃນແຕ່ລະປະເທດຕ້ອງໄດ້ສັກວັກຊີນຢ່າງໜ້ອຍ 70%)

ໂດຍຜູ້ທີ່ຮັບວັກຊີນແລ້ວສາມາດ ໄປຮ່ວມກິດຈະກຳ ກັບເພຈອິນໄຊລາວ ໂດຍການຖ່າຍຮູບຄູ່ກັບບັດຢັ້ງຢືນການສັກວັກຊີນ ແລ້ວໄປຄອມເມັ້ນໃນໂພສທີ່ເຮັດກິດຈະກຳ ໂດຍເພຈຈະມີການສຸ່ມຈັບຂໍ້ມູນຂອງຜູ້ຮ່ວມຫຼິ້ນກິດຈະກຳອາທິດລະລາງວັນ ລາງວັນລະ 500,000 ກີບ ເປັນເວລາ 12 ອາທິດ

ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດບິກບລູ ເອເຈນຊີ ກ່າວວ່າ “ພວກເຮົາມີຄວາມຕັ້ງໃຈ ທີ່ຈະນຳເງິນຂອງບໍລິສັດບາງສ່ວນ ມາໃຊ້ເພື່ອເປັນການຄືນທຶນສູ່ສັງຄົມ ໂດຍມອບໃຫ້ກັບ ຄົນທີ່ໄດ້ສັກວັກຊີນ ເພື່ອເປັນການເຊີນຊວນໃຫ້ ຄົນມາສັກວັກຊີນໃຫ້ຫຼາຍທີ່ສຸດໂຄງການນີ້ໄດ້ຮ່ວມມືກັບ ເພຈຂ່າວອິນໄຊລາວ ໃນການເຮັດກິດຈະກຳເພື່ອສັງຄົມດັ່ງກ່າວ ພວກເຮົາຫວັງວ່າ ປະຊາຊົນຄົນລາວເຮົາຈະເຫັນຄວາມສຳຄັນ ຂອງການສັກວັກຊີນເພີ່ມຫຼາຍຂຶ້ນ ແລະ ໃນສ່ວນອື່ນທີ່ເຮົາໄດ້ເຮັດໂຄງການນີ້ ຄື ພວກເຮົາໄດ້ມີການຂຶ້ນປ້າຍ ປຸກລະດົມເຊີນຊວນໃຫ້ມີການສັກວັກຊີນອີກດ້ວຍ ສຸດທ້າຍພວກເຮົາຫວັງວ່າ ໂຄງການດັ່ງກ່າວອາດຈະມີປະໂຫຍດຕໍ່ສັງຄົມບໍ່ຫຼາຍກໍໜ້ອຍ”

ແນວໃດກໍ່ຕາມ, ຫຼັງຈາກກິດຈະກຳນີ້ ໄດ້ເຜີຍແຜ່ອອກໄປ ກໍ່ເຫັນໄດ້ວ່າມີປະຊາຊົນມາຮ່ວມຫລີ້ນເປັນຈຳນວນຫຼາຍ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...