ເອົາ​ໃຈ​ຊ່ວຍ! ນ້ອງອ້ອຍ ​ປັນ​ຈັກ​ສີ​ລັດ​ທີມ​ຊາດ​ລາວ ຫວັງຄວ້າຫຼຽນຄຳໃນງານຊີເກມ

ນ້ອງ​ອ້ອຍ ວົງ​ພັກ­ດີ ນັກ­ກີ­ລາ​ປັນ​ຈັກ​ສີ​ລັດ​ທີມ​ຊາດ​ລາວ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ພາຍ­ຫຼັງ​ທີ່​ໄດ້​ຮັບ​ຫຼຽນ​ນາ​ມະ​ຍົດ​ຢ່າງ​ສົມ​ກຽດ ກໍ່​ຄື ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ສົ່ງ​ຜົນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ນ້ອງ​ມີ​ບົດ­ບາດ​ໃໝ່ ແລະ ທາງ​ຄອບ­ຄົວ​ກໍ່​ມີ​ຊື່​ສຽງ ເປັນ​ທີ່​ຮູ້­ຈັກ​ຂອງ​ປະ­ຊາ­ຊົນ​ຊາວ​ລາວ​ຢ່າງ​ກວ້າງ­ຂວາງ ນ້ອງ​ຮູ້­ສຶກ​ເປັນ​ກຽດ ແລະ ພາກ­ພູມ​ໃຈ​ຢ່າງ​ສູງ​ທີ່​ເຮັດ​ໃຫ້​ຊາວ​ລາວ ໂດຍ​ສະ­ເພາະ ພໍ່​ແມ່ ແລະ ຍາດ​ພີ່­ນ້ອງ​ທຸກ​ຄົນ​ມີ​ຄວາມ­ສຸກ ທັງ​ນີ້​ກໍ່​ຕ້ອງ​ຂໍ​ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ​ມາ​ຍັງ​ສະ­ຫະ­ພັນ​ກີ­ລາ​ປັນ​ຈັກ​ສີ​ລັດ​ແຫ່ງ​ຊາດ ຄະ­ນະ​ຄູ​ເຝິກ ແລະ ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ເຮັດ​ໃຫ້​ນ້ອງ​ມີ​ວັນ​ນີ້.

ເພື່ອ​ສືບ­ຕໍ່​ຮັກ­ສາ​ມູນ­ເຊື້ອ​ອັນ​ດີ­ງາມ ແລະ ເປັນ​ແບບ­ຢ່າງ​ທີ່​ດີ​ໃຫ້​ນ້ອງ​ເຍົາ­ວະ​ຊົນ ໂດຍ​ສະ­ເພາະ​ປຸກ­ລະ­ດົມ​ໃຫ້​ນັກ­ກີ­ລາ​ປັນ​ຈັກ​ສີ​ລັດ​ເຍົາ­ວະ​ຊົນ​ທີມ​ຊາດ​ຮຸ່ນ​ສືບ​ທອດ ມີ​ກຳ­ລັງ​ໃຈ​ເຝິກ­ແອບ​ເຮັດ​ໃຫ້​ເຂົາ­ເຈົ້າ​ມີ​ຄວາມ​ແຂງ​ແກ່ນ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ສ້າງ​ຜົນ­ງານ​ໃຫ້​ໄດ້​ຄື​ນ້ອງ​ໃນ​ເວ­ທີ​ສາ­ກົນ ປີ 2019 ນ້ອງ​ຈະ​ເຝິກ­ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄວາມ​ແຂງ​ແກ່ນ ມີ​ທັກ​ສະ ແລະ ເຕັກ­ນິກ​ທີ່​ດີ ໂດຍ​ຈະ​ນຳ​ເອົາ​ປະ­ສົບ​ການ​ທີ່​ຕົນ​ສ້າງ​ຜົນ­ງານ​ໃນ​ປີ 2018 ມາ​ຖອດ​ຖອນ​ບົດ­ຮຽນ ຈະ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຕ່າງໆ​ທີ່​ສະ­ຫະ­ພັນ​ປັນ​ຈັກ​ສີ​ລັດ​ແຫ່ງ​ຊາດ ຈັດ​ຕັ້ງ​ວາງ​ແຜນ​ໃຫ້​ເປົ້າ​ໝາຍ​ສຳ­ຄັນ ທີ່​ນ້ອງ​ຢາກ​ຈະ​ເຮັດ​ໃຫ້​ໄດ້​ຄື​ການ​ຄວ້າ​ຫຼຽນ​ຄຳ ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ຊີ­ເກມ ຄັ້ງ​ທີ 30 ຢູ່​ປະ­ເທດ​ຟີ​ລິບ​ປິນ ໃນ​ທ້າຍ​ປີ 2019.

ປັດ­ຈຸ­ບັນ​ນາງ ນ້ອງ​ອ້ອຍ ວົງ​ພັກ­ດີ ສຶກ​ສາ​ຕໍ່​ສາຍ​ວິ­ຊາ​ຊີບ ຄະ­ນະ​ວິ­ທະ­ຍາ­ສາດ​ການ​ກີ­ລາ-ກາ​ຍະ​ກຳ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ສາ­ຂາ​ວິ­ຊາ​ຮຽນ​ຄູ​ພະ­ລະ ແລະ ໄດ້​ເຝິກ­ຊ້ອມ​ທຸກໆ​ມື້ ມື້​ລະ 2 ຊົ່ວ­ໂມງ ຢູ່​ສະ­ໂມ­ສອນ​ປັນ​ຈັກ​ສີ​ລັດ​ຮ່ອງ​ສຸ­ພາບ ແລະ ສະ­ໂມ­ສອນ​ປັນ​ຈັກ​ສີ​ລັດ​ກອງ­ທັບ ປີ 2018 ນາງ ນ້ອງ​ອ້ອຍ ວົງ​ພັກ­ດີ ຍາດ​ໄດ້ 1 ຫຼຽນ​ເງິນ ຈາກ​ງານ​ກີ­ລາ​ເອ​ຊຽນ​ເກມ ຄັ້ງ​ທີ 18 ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ 2 ຫຼຽນ​ທອງ ຈາກ​ງານ​ກີ­ລາ​ປັນ​ຈັກ​ສີ​ລັດ​ປຣີ​ຊີ­ເກມ ແລະ ງານ​ກີ­ລາ​ປັນ​ຈັກ​ສີ​ລັດ​ຊີງ​ແຊັມ​ໂລກ ຢູ່​ປະ­ເທດ​ສິງ­ກະ­ໂປ ສຳ­ລັບ​ແຜນ​ເຄື່ອນ​ໄຫວ​ປີ 2019 ຈະ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ປັນ​ຈັກ​ສີ​ລັດ​ທົ່ວ​ປະ­ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີ­ນາ ແລະ ງານ​ກີ­ລາ​ປຣີ​ຊີ­ເກມ ຢູ່​ປະ­ເທດ​ຟີ​ລິບ​ປິນ ເດືອນ​ມິ­ຖຸ­ນາ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,