ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ⠚ 27 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງເຊກອງ ການສຶກສາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະຖານການສຶກສາໃນທົ່ວແຂວງເຊກອງນັບທັງພາກລັດ ແລະເອກະຊົນໄດ້ຮັບຜົນກະທົບ ແລະໄດ້ພັກຮຽນຊົ່ວຄາວ ເຊິ່ງກໍ່ໄດ້ພົບກັບຫຼາຍບັນຫາ

ການປະຕິບັດຫຼັກສູດການສຶກສາໃນແຕ່ລະຊັ້ນຮຽນບໍ່ສາມາດບັນລຸໄດ້ 100%; ການຈັດການຮຽນ-ການສອນແບບອອນລາຍກໍ່ບໍ່ສາມາດຈັດໄດ້ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ (ບໍ່ມີສັນຍານອິນເຕີເນັດ); ການຈັດກິດຈະກໍາການແຂ່ງຂັນສິລະປະ-ວັນນະຄະດີ ແລະກິລາກາຍະກໍາປະເພດຕ່າງໆຖືກຢຸດຊົ່ວຄາວ; ວຽກງານດ້ານຕ່າງໆຂອງຂະແໜງການສຶກສາ ແລະກິລາຂັ້ນແຂວງ-ເມືອງມີຄວາມຫຼ້າຊ້າ ແລະຖືກເລື່ອນຢ່າງບໍ່ມີກໍານົດ…ອ່ານຕໍ່

ການປູກພືດຜັກເພື່ອຂາຍເຖິງບໍ່ໄດ້ຂາຍດີຄືໄລຍະປົກກະຕິ ແຕ່ກໍ່ສາມາດແກ້ໄຂຊີວິດການເປັນຢູ່ໄດ້

ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນຕໍ່ເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຍ້ອນບໍ່ສາມາດໄປມາຫາສູ່ກັນໄດ້ສະດວກສະບາຍຄືກັບໄລຍະປົົກກະຕິ ໃນນັ້ນ ການປູກພຶດຜັກ ທັງໃນຮູບແບບສວນຄົວເພື່ອບໍລິໂພກໃນຄົວເຮືອນ ແລະ ການປູກເພື່ອເປັນສິນຄ້າສົ່ງຂາຍຕາມທ້ອງຕະຫຼາດພາຍໃນເມືອງ ກໍ່ເປັນອີກວິທີໜຶ່ງໃນການແກ້ໄຂຊີວິດການເປັນຢູ່

ເຖິງວ່າການປູກພືດຜັກເພື່ອສົ່ງຂາຍຕາມຕະຫຼາດພາຍໃນເມືອງໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຈະບໍ່ໄດ້ຂາຍດີ ແລະ ບໍ່ໄດ້ລາຄາສູງຄືກັບໄລຍະປົກກະຕິ ຍ້ອນໄດ້ມີການປິດຕະຫຼາດຊົ່ວຄາວ ແຕ່ເຖິງຈະບໍ່ໄດ້ຂາຍດີແຕ່ກໍ່ສາມາດນໍາເອົາຜັກທີ່ປູກມາບໍລິໂພກໃນຄົວເຮືອນ ເຮັດໃຫ້ສາມາດຫຼຸດຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ…ອ່ານຕໍ່

ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວິລະບູລີ ກະກຽມປູກຕົ້ນໄມ້ ໃນຈໍານວນ 175.000 ຕົ້ນ

ທ່ານ ຄໍາໃບ ໄຊຍະລິນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວິລະບູລີ ໄດ້ໃຫ້ຮູ້ວ່າກ່ຽວກັບການສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້ທໍາມະຊາດ ສະນັ້ນ ເນື່ອງໃນໂອກາດວັນປູຕົ້ນໄມ້ແຫ່ງຊາດປີ 2021 ນີ້ ທົ່ວເມືອງວິລິບູລີມີແຜນປູກໄມ້ໃຫ້ໄດ້ 200 ເຮັກຕາ, ໃນຈໍານວນ175.000ຕົ້ນ

ນອກນີ້, ພາຍຫຼັງທີ່ປູກໄດ້ສໍາເລັດທາງເມືອງກໍ່ຄືຫ້ອງການກະສິກໍາ ແລະ ປ່າໄມ້ເມືອງມີແຜນບົວລະບັດຮັກສາໃຫ້ມີການຈະເລີນເຕີບໂຕ, ແຕ່ງຕັ້ງມອບໝາຍໃຫ້ວິຊາການລົງຕິດຕາມ ແລະ ແນະນໍາເຕັກນິກໃນການປູກ,ການບົວລະບັດຮັກສາຕົ້ນໄມ້ ໃຫ້ຖືກຫຼັກວິຊາການ, ອ້ອມຮົ້ວ, ໃສ່ຝຸ່ນຄອກ ເສຍຫຍ້າອະນາໄມບໍ່ໃຫ້ມີວັດສະພືດ…ອ່ານຕໍ່

ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບການຊ່ວຍເຫຼືອຈາກຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປ ຈີນ

ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປຈີນ ນໍາເອົາເຄື່ອງຊ່ວຍເຫຼືອເປັນເຄື່ອງອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາ ໂຄວິດ-19

ເຊິ່ງມີຫຼາຍຢ່າງເລີຍເຊັ່ນ ຢາປ້ອງກັນໂຄວິດ-19 ຈໍານວນ 300 ກັບ, ຜ້າອັດປາກ-ອັດດັງKN95 ຈໍານວນ 500 ຜ້າອັດປາກ-ດັງ (ຊະນິດ 3 ຊັ້ນ) ຈໍານວນ 3000 ອັນ, ເຈວລ້າງມື ຈໍານວນ 20 ກົ້ງ, ນໍ້າຢາຂ້າເຊື້ອ ຈໍານວນ 40 ຖັງ, ບັ້ງສີດຢາຂ້າເຊື້ອ ຈໍານວນ 08 ອັນ, ເຫຼົ້າ 75 ຈໍານວນ 35 ລິດ, ເຄື່ອງວັດແທກອຸນຫະພູນ ຈໍານວນ 07 ເຄື່ອງ, ຖົງມືຢາງ ຈໍານວນ 15 ກັບ, ແວນຕາປອງກັນຈໍານວນ 30 ອັນ ແລະ ຊຸດປ້ອງກັນພະຍາດຈໍານວນ 30 ຊຸດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...