70 ປີ​ແລ້ວ ​ເປັນ​ຫຍັງ? ກອງທັບປະຊາຊົນລາວຈຶ່ງຢູ່ຄຽງ​ຂ້າງ​ປະ​ຊາ​ຊົນ​ລາວ​​ຕະ​ຫຼອດມາ

 ປະ­ຫວັດ­ສາດ​ຂອງ​ກອງ­ທັບ​ປະ­ຊາ­ຊົນ​ລາວ​ຜ່ານ​ມາ​ກວ່າ​ເຄິ່ງ​ສະ­ຕະ­ວັດ ເປັນ​ປະ­ຫວັດ­ສາດ​ແຫ່ງ​ການ​ຕໍ່­ສູ້​ທີ່​ພິ­ລະ​ອາດ​ຫານ ແລະ ບໍ່​ຍອມ​ຈຳ­ນົນ ເພື່ອຕ້ານ​ກັບ​ສັດ­ຕູ​ພາຍ​ນອກ​ຜູ້​ຮຸກ​ຮານ ໂດຍ​ປະ ຕິ​ບັດ​ແນວ­ທາງ​ການ​ຕໍ່­ຕ້ານ​ທົ່ວ​ປວງ​ຊົນ​ຮອບ­ດ້ານ ແລະ ຍາວ​ນານ​ຂອງ​ພັກ​ເຮົາ ກອງ​ກຳ­ລັງ​ປະ­ກອບ​ອາ­ວຸດ​ຕ່າງໆ ໄດ້​ຫັນ​ທິດ​ເຄື່ອນ​ໄຫວ​ແຈກ​ຢາຍ​ລົງ​ສູ່​ຊົນ­ນະ­ບົດ ຂຶ້ນ​ພູ​ດອຍ ປຸກ­ລະ­ດົມ​ປະ­ຊາ­ຊົນ ຕິດ​ພັນ​ກັບ​ປະ­ຊາ­ຊົນ​ດຳ­ເນີນ​ສົງ­ຄາມ​ກອງ​ຫຼອນ ທັງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ​ໃນ​ໝູ່​ມະ­ຫາ­ຊົນ 20 ມັງ­ກອນ 1949 ຢູ່​ຖ້ຳ​ແມ​ຜາ​ລອງ ເຂດ​ລາວ​ຮຸ່ງ ພຽງ​ສາ ເມືອງ​ຊຽງ​ຄໍ້ ທ່ານ ໄກ­ສອນ ພົມ­ວິ­ຫານ ໄດ້​ປະ­ກາດ​ສ້າງ­ຕັ້ງ​ກອງ​ລາດ​ຊະ​ວົງ ເຊິ່ງ​ເປັນ­ຕົ້ນ​ກຳ­ເນີດ​ຂອງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ຈະ​ຄົບ 70 ປີ​ພໍ­ດີ ໃນ​ວັນ​ທີ 20 ມັງ­ກອນ 2019.

    ການ​ປະ­ກາດ​ສ້າງ­ຕັ້ງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ໃນ​ວັນ​ທີ 20 ມັງ­ກອນ 1949 ນັ້ນ ຖື​ເປັນ​ເຫດ ການປະ­ຫວັດ­ສາດ​ຂອງ​ການ​ປະ­ຕິ­ວັດ ແລະ ກອງ​ກຳ­ລັງ​ປະ­ກອບ​ອາ­ວຸດ​ທີ່​ຮັກ​ຊາດ ເຊິ່ງ​ສາ­ມາດ​ເວົ້າ​ໄດ້​ວ່າ ມັນ​ແມ່ນ​ບາດ­ກ້າວ​ກະ­ໂດດ​ທີ່​ສຳ­ຄັນ​ໃນ​ພາ­ລະ­ກິດ​ຕໍ່­ຕ້ານ ແລະ ຂະ­ຫຍາຍ​ໄຊ­ຊະ­ນະ​ຂອງ​ກຳ­ລັງ​ປະ­ກອບ​ອາ­ວຸດ​ປະ­ຊາ­ຊົນ​ເຮົາ (ໜ້າ 28 ສ້າງ​ປະ­ເທດ​ລາວ​ເປັນ​ປະ­ເທດ​ສັນ­ຕິ­ພາບ… 1978 ໄກ­ສອນ ພົມ­ວິ­ຫານ).

    ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ ກຳ­ລັງ​ປະ­ກອບ​ອາ­ວຸດ​ປະ­ຊາ­ຊົນ​ຍາມ​ໃດ​ກໍ່​ກຳ​ປືນ​ແໜ້ນ​ຢູ່​ສະ­ເໝີ ທັງ​ຫ້າວ­ຫັນ​ກ້າວ​ຂຶ້ນ​ກໍ່­ສ້າງ​ໃຫ້​ເປັນ​ກອງ­ທັບ​ມີ​ແບບ­ແຜນ ແລະ ທັນ​ສະ­ໄໝ​ເປັນ​ກ້າວໆ ທັງ​ກຽມ ພ້ອມ​ສູ້​ຮົບ… ພ້ອມ​ນັ້ນ ກໍ່​ອອກ­ແຮງ​ເຂົ້າ​ຮ່ວມ​ສ້າງ­ສາ​ປະ­ເທດ​ຊາດ ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການ​ປົກ​ປັກ​ຮັກ­ສາ​ເອ­ກະ­ລາດ ອະ­ທິ­ປະ​ໄຕ ປົກ​ປັກ​ຮັກ­ສາ​ລັດ​ປະ­ຕິ­ວັດ ແລະ ການ​ອອກ­ແຮງ​ງານ​ໃນ​ສັນ­ຕິ­ພາບ​ຂອງ​ປະ­ຊາ­ຊົນ (ຄຳ​ໄຕ ສີ​ພັນ​ດອນ ບົດ ຮຽນ​ຄັດ​ຈ້ອນ​ດ້ານ​ການ​ທະ­ຫານ 1986 ໜ້າ 140) ດັ່ງ­ນັ້ນ 70 ປີ​ກອງ­ທັບ​ປະ­ຊາ­ຊົນ​ລາວ​ທີ່​ຜ່ານ​ມາ​ໃນ​ອະ­ດີດ ຈຶ່ງ​ສາ­ມາດ​ເວົ້າ​ໄດ້​ວ່າ ເປັນ​ກອງ­ທັບ​ຜ່ານ​ແປວ­ໄຟ​ສົງ­ຄາມ ແລະ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ ເຊິ່ງ​ຍຸດ​ທະ​ສາດ​ຂອງ​ກອງ­ທັບ​ແຕ່​ລະ​ໄລ­ຍະ​ນັ້ນ ແມ່ນ​ໄດ້​ກຳ­ນົດ​ໜ້າ­ທີ່​ແຕກ​ຕ່າງ​ກັນ ຂຶ້ນ​ກັບ​ເງື່ອນ ໄຂ​ສິ່ງ­ແວ­ດລ້ອມ​ຂອງ​ສັງ­ຄົມ ເຊັ່ນ: ປີ 1954 ກະ ຊວງ​ປ້ອງ​ກັນ​ປະ­ເທດ​ຂອງ​ລັດ­ຖະ­ບານ​ລາວ​ຕໍ່­ຕ້ານ ໂດຍ​ແມ່ນ​ທ່ານ ໄກ­ສອນ ພົມ­ວິ­ຫານ ເປັນ​ລັດ ຖະ​ມົນ­ຕີ ໄດ້​ເປີດ​ກອງ​ປະ­ຊຸມ​ການ​ທະ­ຫານ​ຢູ່​ເມືອງ​ໂສຍ ແຂວງ​ຫົວ­ພັນ ໄດ້​ວາງ​ໜ້າ­ທີ່​ອອກ​ວ່າ: ຕັ້ງ ໜ້າ​ອອກ­ແຮງ​ປັບ­ປຸງ​ກໍ່­ສ້າງ​ກຳ­ລັງ​ປະ­ກອບ​ອາ­ວຸດ​ລາວ​ອິດ­ສະ­ຫຼະ​ໃຫ້​ກາຍ­ເປັນ​ກອງ​ທະ­ຫານ​ປະ­ຕິ­ວັດ​ທີ່​ເຂັ້ມ­ແຂງ ມີ​ຄວາມ​ສາ­ມາດ​ຢ່າງ​ພຽງ­ພໍ… ໃນ​ຍາວ​ນານ ກອງ­ທັບ​ພວກ​ເຮົາ​ຈະ​ກາຍ­ເປັນ​ເສົາ­ຄ້ຳ​ໃຫ້​ແກ່​ການ​ປະ­ກອບ​ອາ­ວຸດ​ທົ່ວ​ປວງ​ຊົນ ເພື່ອ​ດຳ ເນີນ​ສົງ­ຄາມ​ປົດ​ປ່ອຍ­ປະ​ເທດ​ຊາດ​ຢ່າງ​ສົມ­ບູນ… ກອງ­ທັບ​ປະ­ຊາ­ຊົນ​ລາວ ມີ​ທັງ​ຫັນ​ທິດ​ການ​ຕໍ່­ສູ້​ທາງ​ດ້ານ​ການ​ທະ­ຫານ ປະ­ສົມ​ກັບ​ການ­ເມືອງ (19591963) ແລະ ຕໍ່­ຕ້ານ​ສົງ­ຄາມ​ພິ­ເສດ 19631968 ຕໍ່­ສູ້​ປົກ​ປັກ​ຮັກ­ສາ​ສັນ­ຕິ­ພາບ ຄວາມ​ຖືກ­ຕ້ອງ​ປອງ​ດອງ​ຊາດ 19731975 ກໍ່­ສ້າງ​ກອງ­ທັບ​ປະ­ຊາ­ຊົນ​ລາວ​ເປັນ​ກອງ­ທັບ​ປະ­ຕິ­ວັດ ມີ​ລະ­ບຽບ​ແບບ­ແຜນ ກ້າວ​ຂຶ້ນ​ທັນ​ສະ­ໄໝ ເຮັດ​ສຳ­ເລັດ​ໜ້າ­ທີ່​ຍຸດ​ທະ​ສາດ ຄື: ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ 19761995 (ປະ­ຫວັດ­ສາດ​ກອງ­ທັບ​ປະ­ຊາ­ຊົນ​ລາວ 19452009).

    70 ປີ ກອງ­ທັບ​ປະ­ຊາ­ຊົນ​ລາວ ເປັນ​ເວ­ລາ​ຫຼາຍ​ກວ່າ​ເຄິ່ງ​ສະ­ຕະ­ວັດ ກອງ­ທັບ​ໄດ້​ຜູກ​ພັນ​ຕໍ່­ສູ້​ກັບ​ປະ ຊາ​ຊົນ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ໄດ້​ປະ­ສານ​ສົມ­ທົບ​ຮູບ​ແບບ​ຫຼາຍ​ວິ­ທີ ຈຶ່ງ​ໄດ້​ຮັບ​ໄຊ­ຊະ­ນະ ພວກ​ເຮົາ​ຍິ່ງ​ທະ​ນົງ​ໃຈ ເຫັນ​ໄດ້​ມູນ­ເຊື້ອ​ການ​ຕໍ່­ສູ້​ກ້າ­ຫານ ແລະ ບໍ່​ຍອມ​ຈຳ­ນົນ.

ທີ່​ມາ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,