ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 11 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າເມືອງວຽງທອງ ແຂວງບໍລິຄຳໄຊ ລົງຕິດຕາມຊຸກຍູ້ ການສ້ອມແປງຊົນລະປະທານ ທີ່ເປ່ເພໃນປີຜ່ານມາ

ໃນການສ້ອມແປງຄັ້ງນີ້ ແມ່ນສ້ອມແປງຄືນຫົວງານ ທີ່ຖືກເປ່ເພໃຊ້ການບໍ່ໄດ້ ໃຫ້ກັບຄືນມາໃຊ້ໄດ້ເປັນປົກກະຕິ, ການສ້ອມແປງມີຄວາມຍາວ 10 ແມັດ, ກ້ວາງ 2 ແມັດ, ສູງ 2 ແມັດ

ການສ້ອມແປງ ແມ່ນເຮັດແບບລັກສະນະຝາຍກວຍຫີນ ຄື: ນໍາເອົາໄມ້ແກ່ນມາເຮັດເປັນເສົາຄໍ້າ, ເອົາຕາໜ່າງເຫຼັກມາສານເປັນກວຍ ແລ້ວເກັບຫີນມາຄັບໃສ່ເພື່ອຕັນໃຫ້ນໍ້າໄຫຼເຂົ້າຮັບໃຊ້ການຜະລິດນາປີ, ການລົງມືສ້ອມແປງຄັ້ງນີ້ ມີແຮງງານຈາກປະຊາຊົນບ້ານທອງມີໄຊ, ກອງຮ້ອຍທະຫານຊາຍແດນ 251, ພະນັກງານກອງກໍ່ສ້າງຮາກຖານ 921, ພະນັກງານບໍລິສັດພັດທະນາເຂດພູດອຍ ແລະ ບໍລິສັດແກ້ວອຸດອນ ເຂົ້າຮ່ວມ…ອ່ານຕໍ່

ເຈົ້າເມືອງໆ ຕົ້ນເຜິ້ງ ລົງກວດກາສະພາບການປັບປຸງສ້ອມແປງເສັ້ນທາງຈາກບ້ານໃຫຍ່

ການສ້ອມແປງທາງແມ່ນໄດ້ຮັບການຊ່ວຍເຫຼືອດ້ານງົບປະມານ ແລະ ພາຫະນະທີ່ນໍາໃຊ້ໃນການປັບປຸງສ້ອມແປງຈາກ ບໍລິສັດຂວັນໄຊນໍາໂຊກ ໃນມູນຄ່າ 3 ຮ້ອຍລ້ານກີບ

ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຕົ້ນເຜິ້ງ ພ້ອມດ້ວຍຄະນະທີມງານຫ້ອງການທີ່ກ່ຽວຂ້ອງ ໄດ້ລົງກວດກາສະພາບການປັບປຸງສ້ອມແປງເສັ້ນທາງຈາກບ້ານໃຫຍ່ ນໍ້າເກິ່ງເກົ່າ ຫາບ້ານນາຄໍາ ຈຸດທີ່ຈະໄດ້ສ້າງຂົວຂ້າມນ້ຳ, ວາງທໍ່ລະບາຍນ້ຳ, ຈຸດທີ່ໄດ້ສ້ອມແປງຄືນພາຍຫຼັງມີການກວດກາໃນຄັ້ງກ່ອນ ແມ່ນມີຄວາມສຳເລັດ 100%…ອ່ານຕໍ

ຊາວໜຸ່ມເມືອງ ວິລະບູລີອອກແຮງງານລວມປູກຫຍ້າໃສ່ບໍລິເວນດ້ານໜ້າອະນຸສາວະລີ ປະທານໄກສອນ ພົມວິຫານ

ເພື່ອເປັນການສ້າງຂະບວນການ ໄວ້ຂໍ່ານັບຮັບຕ້ອນເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງຊາດ,ຂອງພັກ ແລະ ຂອງໂລກ ກໍ່ຄືການສ້າງຂະບວນການເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມລ້ອມໂລກ

ທັງນີ້ກໍ່ແມ່ນເພື່ອເປັນການປ້ອງກັນບໍ່ໃຫ້ດິນເຊາະເຈື່ອນ ແລະ ເຮັດໃຫ້ມີຄວາມສວຍງາມ ເປັນການກະກຽມໃຫ້ແກ່ພິທີການມອບ-ຮັບ ອະນຸສາວະລີປະທານໄກສອນ ພົມວິຫານ ຂອງເມືອງ ວິລະບູລີ ທີ່ຈະມີຂຶ້ນຢ່າງເປັນທາງການໃນຕໍ່ໜ້ານີ້…ອ່ານຕໍ

ແຂວງຈຳປາສັກແລະສາລະວັນ ຮັບການຊ່ວຍເຫຼືອຈາກຈັງຫວັດອຸບົນຣາຊະທານີ ເພື່ອຕ້ານພະຍາດໂຄວິດ-19

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ອັງໂກນ ຈຳນວນ 2,000 ລິດ ແຂວງລະ 1,000 ລິດ, ຖົງມືຢາງທາງການແພດ ຈຳນວນ 100 ກ່ອງ x 50 ຄູ່ ແຂວງລະ  50 ກ່ອງ x 50 ຄູ່ ແລະ ຜ້າອັດປາກ-ດັງ ຈຳນວນ 6,000 ອັນ ແຂວງລະ 3,000 ອັນ ລວມມູນຄ່າປະມານ 71 ລ້ານກວ່າກີບ

ການມອບອຸປະກອນການແພດໃນຄັ້ງນີ້ ເປັນການສະແດງອອກເຖິງ ໄມຕີຈິດ ມິດຕິພາບ ແລະຄວາມຜູກພັນ ຫ່ວງໃຍ ຈາກລັດຖະບານ ແລະປະຊາຊົນ ຊາວໄທ ເພື່ອປະກອບສ່ວນ ໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ

ສະຫວັນນະເຂດ ໄດ້ຮັບວັກຊີນແລ້ວຈຳນວນ 111.200 ໂດສ ແລະຕ້ງເປົ້າໃຫ້ຮອດ 50% ຂອງປະຊາກອນແຂວງ

ແຂວງສະຫວັນະເຂດ ໄດ້ເປີດຂະບວນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນ ເລີ່ມແຕ່ວັນທີ 11 ມີນາ 2021, ເປັນຕົ້ນມາ ແລະ ມາຮອດປັດຈຸບັນແມ່ນເປັນຄັ້ງທີ 6 ແລ້ວໃນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ 19 ຢູ່ແຂວງສະຫວັນນະເຂດ ຊຶ່ງໄດ້ຮັບວັກຊີນທັງໝົດຈຳນວນ 111.200 ໂດສ

ໃນນັ້ນແມ່ນມີວັກຊີນສອງຊະນິດຄື: ຊີໂນຟາມ ແລະ ແອັດຕາເຊເນກາ ໂດຍແຂວງສະຫວັນະເຂດ ຕັ້ງເປົ້າໝາຍໃນທ້າຍ 2021 ປີນີ້ ຈະໃຫ້ປະຊາກອນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ 19 ໃນຈຳນວນ 543.000 ກວ່າຄົນ ເທົ່າກັບ 50% ຂອງຈຳນວນປະຊາກອນໃນທົ່ວແຂວງ…ອ່ານຕໍ່

3 ບ້ານຂອງເມືອງອາດສະພອນໄດ້ຮັບຊຸດໂທລະໂຄ່ງຈາກສູນກາງ  ສະຫະພັນແມ່ຍິງລາວ

ໂທລະໂຄ່ງທັງສາມຊຸດນີ້ແມ່ນສູນກາງສະຫະພັນແມ່ຍິງລາວ ເປັນຜູ້ມອບໃຫ້ກັບເມືອງເພື່ອນຳໄປມອບຕໍ່ໃຫ້ກັບບ້ານເປົ້າໝາຍຂອງໂຄງການ UNICEF ອົງການ ສປຊ ສຳລັບເດັກນ້ອຍ ບ້ານເປົ້າໝາຍມີບ້ານຂອງເມືອງອາດສະພອນມີ: ບ້ານຫ້ວຍເດື່ອ, ບ້ານສີນົນໄຊ ແລະ ບ້ານເດີ່ນປ້ອມ

ໂທລະໂຄ່ງຊຸດໜຶ່ງປະກອບມີ: ປາກເລີ 1 ຊຸດ, ແອັມ 1 ໜ່ວຍ, ສາຍໄຟ 1ກໍ້, ໄມ 1 ຊຸດ, ໃນມູນຄ່າ 4 ລ້ານ 8ແສນກີບຕໍ່ໜຶ່ງຊຸດ, ລວມມູນຄ່າທັງໝົດສາມຊຸດ 14ລ້ານ 4ແສນກີບ, ໄດ້ມອບໃຫ້ບ້ານນຳໄປຕິດຕັ້ງເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາປະຊາສຳພັນ…ອ່ານຕໍ່

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.