ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 3 ກໍລະກົດ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນຊ່ວຍຫຼຸດຄ່າໃຊ້ຈ່າຍ

ໂຄງການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນ ຊ່ວຍຫຼຸດຄ່າໃຊ້ຈ່າຍໜ້ອຍລົງ ເພື່ອເພີ່ມການເຂົ້າເຖິງການບໍລິການເກັບມ້ຽນ ແລະກຳຈັດຂີ້ເຫຍື້ອທົ່ວເຖິງ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ໄດ້ປັບຮູບແບບຂອງລົດເກັບມ້ຽນຂີ້ເຫຍື້ອ, ໄດ້ເລືອກຂະໜາດນ້ອຍ ເພື່ອໃຫ້ເໝາະສົມກັບບໍລິມາດຂອງຂີ້ເຫຍື້ອ

ສ່ວນຄ່າບໍລິການ ແລະ ລະບົບໃໝ່ນີ້, ຢູ່ບັນດາຄົວເຮືອນໄດ້ສະເໜີເກັບຄ່າບໍລິການ 7.000 ກີບຕໍ່ຄົນ/ຕໍ່ເດືອນ ອີງຕາມຈຳນວນສະມາຊິກພາຍໃນເຮືອນ ຊຶ່ງການນຳໃຊ້ມາດຕະການແບບນີ້ ຈະເຮັດໃຫ້ຄອບຄົວທີ່ມີສະມາຊິກໜ້ອຍຄົນຈ່າຍໜ້ອຍລົງ…ອ່ານຕໍ່

ພະຍາດຜີວໜັງອັກເສບງົວ-ຄວາຍບໍ່​ສ​າມາດຕິດ​ຕໍ່ ​ໃສ່​ຄົນ​

ພະ​ແນກ​ກະ​ສິ​ກຳ ແລະ ​ປ່າ​ໄມ້ນະ​ຄອນ​ຫຼວງວຽງຈັນ​ໄດ້ໃຫ້​ຮູ້​ວ່າ 7 ເມືອງ ທີ່​ເກີດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​​ນີ້​ປະ​ກອບ​ມີ: ເມືອງຫາດຊາຍຟອງ, ສັງທອງ, ນາຊາຍທອງ, ສີໂຄດຕະບອງ, ໄຊທານີ, ໄຊເສດຖາ ແລະ ເມືອງປາກງື່ມ, ຍັງ​ເຫຼືອ​ແຕ່ 2 ເມືອງ​ຄື: ເມືອງ​ສີ​ສັດ​ຕະ​ນາກ ແລະ ເມືອງ​ຈັນ​ທະ​ບູ​ລີ​ທີ່​ຍັງ​ບໍ່​ມີ​ພະ​ຍາດ​ດັ່ງ​ກ່າວ

ອາການສະແດງອອກ ຂອງສັດຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ແມ່ນມີຕຸ່ມທົ່ວຕົນໂຕ ໂດຍສະເພາະບໍລິເວນແອບແອ້ຂາຫຼັງ, ສັດຈະເປັນໄຂ້ ແລະຈ່ອຍ, ຖ້າຮັກ ສາບໍ່ທັນ ຕຸ່ມຈະແຕກ, ເມື່ອແມງວັນໄປຕອມ ແລະເຊື້ອພະຍາດດັ່ງກ່າວບໍ່ສາມາດຕິດຕໍ່ໃສ່ຄົນໄດ້…ອ່ານຕໍ່

ກາເຟອິນຊີລາວ ສົ່ງອອກຂາຍໃຫ້ຕ່າງປະເທດເປັນເວລາ 5 ປີ

ບໍລິສັດຜະລິດກາເຟມາລົງໂກ ຈາກຝຣັ່ງໄດ້​ຕົກ​ລົງ​ຊື້​ກາ​ເຟ​ອິນ​ຊີ​ລາວ ຈາກສະຫະກອນກາເຟວັນໃໝ່ ຢູ່​ແຂວງ​ຫົວ​ພັນ​ເປັນ​ເວ​ລາ 5 ປີ​ນັບ​ແຕ່​ປີ 2021 ຫາ 2025 ຄາດ​ວ່າ​ຈະ​ມີ​ການ​ຊື້​ຂາຍຈາກ 20 ໂຕນໃນປີ 2021 ເປັນ 200 ໂຕນໃນປີ 2025

ສະຫະກອນກາເຟວັນໃໝ່ ແມ່ນຊຸມຊົນຂອງຄອບຄົວຕ່າງໆຢູ່ ແຂວງຫົວພັນ ທີ່ມາໂຮມຕົວກັນ ເພື່ອປູກກາເຟດ້ວຍການສະໜັບສະໜຸນຈາກ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ແລະ ຄະນະກຳມະການແຫ່ງຊາດລາວ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (LCDC)…ອ່ານຕໍ່

ປະຕິສັງຂອນ ວັດພຸດທະວັນນາຣາມ ບ້ານເມືອງກາງ ແຂວງຈຳປາສັກ

ບໍລິສັດ ST ກຣຸບ ຈຳກັດ ໄດ້ມອບເງິນອຸປະຖຳ ຈຳນວນ 350 ລ້ານກີບ ໃຫ້ແຂວງຈຳປາສັກເພື່ອນຳໄປປະຕິສັງຂອນ ວັດພຸດທະວັນນາຣາມ ບ້ານເມືອງກາງ, ການປະຕິສັງຂອນ ວັດພຸດທະວັນນາຣາມ ແມ່ນເປັນສ່ວນໜຶ່ງຂອງເປົ້າໝາຍການສ້າງເມືອງບູຮານ ຢູ່ແຂວງຈຳປາສັກ ເພື່ອ ສົ່ງເສີມການທ່ອງທ່ຽວ ທີ່ຕິດພັນກັບ ປະຫວັດສາດ ແລະ ວັດທະນະທຳ ທີ່ເກົ່າແກ່

ຊຶ່ງວັດພຸດທະວັນນາຣາມ ເປັນວັດທີ່ເກົ່າແກ່ທີ່ສຸດໃນເມືອງຈຳປາສັກ ກໍ່ຕັ້ງມາໄດ້ເກືອບ 500 ກວ່າປີ (ພສ. 2042 ຫຼື ຄສ. 1499), ມີເອກະລັກສະເພາະ ເປັນການປະສົມປະສານທາງດ້ານສະຖາປັດຕະຍະກຳຕ່າງໆ ທີ່ຈົບງາມ, ມີອາຄານເກົ່າແກ່ 5 ຫຼັງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...