ໂທລະພາບຍຸກໃໝ່! ລູກຫຼິ້ນສຸດລໍ້າ ຍຸກສະໄໝຂອງເຕັກໂນໂລຢີ

ຖ້າເວົ້າເຖິງໂທລະພາບ (TV) ແລ້ວກໍ່ຈະເປັນສິ່ງໜຶ່ງທີ່ທຸກບ້ານຈະຕ້ອງມີໄວ້ຕິດບ້ານ ເຊິ່ງມີການປ່ຽນແປງໄປຕາມຍຸກຕາມສະໄໝເຊັ່ນ: ໂທລະພາບແບບພາບຂາວດຳ, ແບບຕໍ່ສາຍເຄເບິ້ນ-ຕໍ່ດາວທຽມ ແລະ ແບບ Smart TV

ທັງໝົດນັ້ນແມ່ນການປ່ຽນແປງເພື່ອໃຫ້ເຂົ້າກັບຄວາມກ້າວໜ້າຂອງເຕັກໂນໂລຢີ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຄົນ, ເຊິ່ງປັດຈຸບັນ Samsung ໄດ້ອອກແບບໂທລະທັດລຸ້ນໃຫມ່ Neo QLED ໂທລະທັດສຸດລໍ້າທີ່ຈະມາຕອບສະໜອງຍຸກສະໄໝ  ແລະຍັງມີຄວາມຄົມຊັດເຖິງ 8K

Neo QLED ມີລູກຫຼິ້ນ Multi View ສາມາດແຊຮໜ້າຈໍໄດ້ສູງເຖິງ 4 ໜ້າຈໍ ເໝາະສຳລັບຄົນທີ່ມັກເຮັດວຽກຫຼາຍໜ້າຈໍ ແລະ ຍັງສາມາດປ່ຽນໂທລະພາບເປັນຄອມພິວເຕີໄດ້ ພຽງແຕ່ຕໍ່ເມົ້າກັບຄີບອດ ກໍ່ມີຄອມໃຊ້ແລ້ວ ເປີດປະສົບການເຮັດວຽກໃຫມ່ໆ

ໂທລະພາບທຸກມື້ນີ້ ສາມາດເຊື່ອມຕໍ່ກັບອິນເຕີເນັດ ແລະສາມາດເຂົ້າເຖິງຂໍ້ມູນທົ່ວໂລກໄດ້ ຍັງມີຜູ້ຊ່ວຍສຸດລໍ້າທີ່ສັ່ງການດ້ວຍສຽງ Google Assistant ເຊິ່ງຈະຊ່ວຍໃຫ້ຊີວິດປະຈຳວັນສະດວກສະບາຍຂຶ້ນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...