ເລົ່າຂ່າວ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 14 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສ.ສ ຫວຽດນາມ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອສັນຖະວະໄມຕີ ໂດຍການມາໃນຄັ້ງນີ້ເພິ່ນກໍ່ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃຫມ່ ໃຫ້ກັບ ສປປ ລາວ, ພ້ອມທັງຢ້ຽມຢາມບັນດາການນຳຊັ້ນສູງຂອງ ສປປ ລາວ ເຊິ່ງໄດ້ມີການເຊັນສັນຍາຮ່ວມມືລະຫວາ່ງລາວ-ຫວຽດນາມ ເຖິງ 14 ວຽກງານ ແລະ ສປປ ລາວ ຍັງເປັນປະເທດທຳອິດທີ່ເພິ່ນໄດ້ຢ້ຽມຢາມໃນຕ່າງປະເທດອີກດ້ວຍ

ມາຕໍ່ກັນທີ່ຂ່າວຂອງແຂວງເຊກອງ ທ່ານ ປອ ສົມນິດ ສິລິບຸນລ້ຽງ ປະທານຄະນະກວດກາພັກ-ລັດແຂວງເຊກອງ ໄດ້ຊີ້ໃຫ້ອົງການກວດກາພັກ-ລັດ ເອົາໃຈໃສ່ 4 ບັນຫາຕົ້ນຕໍເພື່ອເຮັດໃຫ້ອົງການກວດກາພັກ-ລັດເມືອງທ່າແຕງມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເມື່ອກວດກາແລ້ວຕ້ອງແກ້ໄຂຜົນຂອງການກວດກາຢ່າງເດັດຂາດ-ເຂັ້ມງວດ ແລະ ທັນເວລາ,ຄະນະພັກ-ຄະນະນຳແຕ່ລະຂັ້ນ,ແຕ່ລະຂະແໜ່ງການຕ້ອງຕິດຕາມ-ກວດກາ,ຊີ້ນຳຄະນະກວດກາພັກກໍ່ຄືອົງການກວດກາລັດຢ່າງໃກ້ຊິດ,ຖ້າບໍ່ມີການກວດກາ ກໍ່ໝາຍຄວາມວ່າບໍ່ມີການນຳພາ

ສະຖານທີ່ທອງທ່ຽວທາງທຳມະຊາດຊ່ວງລະດູຝົນ ຕາດຂະມຶດ ຕັ້ງຢູ່ ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນສະຖານທີ່ທ່ອງທ່ຽວຫ່າງຈາກເທດ ສະບານ ເມືອງປາກຊ່ອງ ປະມານ 10 ກິໂລແມັດ ເຊິ່ງຄວາມພິເສດຂອງສະຖານທີ່ດັ່ງກ່າວນັກທ່ອງທ່ຽວຈະຕ້ອງໄດ້ຂີ່ສະລິງເພື່ອຊົມນ້ຳຕົກດັ່ງກ່າວ ແລະດ້ານລຸ່ມຂອງນ້ຳຕົກຍັງມີເຮືອນຕົ້ນໄມ້ໄວ້ບໍລິການທ່ານໄດ້ພັກຜ່ອນດື່ມກາເຟ ແລະ ຜ່ອນຄາຍກັບບັນຍາກາດທີ່ອ້ອມຮອບໄປດ້ວຍປ່າໄມ້ ທຳມະຊາດອັນງົດງາມ

ໃນຊ່ວງອາທິດທີ່ຜ່ານມາ ສະຖານະການການສັກວັກຊີນແມ່ນປົກກະຕິດີ ກະຊວງສາທາລະນະສຸກກຳລັງດຳເນີນການສັກວັກຊີນໃຫ້ກັບບັນດາພໍ່ແມ່ພີ່ນ້ອງທຸກແຂວງທັງເຂັມ 1, ເຂັມ 2 ແລະຍັງໄດ້ຮັບວັກຊີນຈາກ ສປປ ຈີນ ຈຳນວນ 1 ລ້ານໂດສຕື່ມອີກ ເພື່ອເຂົ້າໃນການເຮັດໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນທັງໝົດໃນ ສປປ ລາວ, ໃນອີກບໍ່ດົນຈີນ ຈະສະໜອງວັກຊີນອີກ 4 ແສນໂດສ ແລະເຄື່ອງມືທາງການແພດໃຫ້ກັບ ສປປ ລາວ ຕື່ມອີກ

ກົມແຜນການ ແລະ ການຮ່ວມມືສາກົນ, ຮ່ວມກັບພາກສ່ວນຂະແໜງການຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຮັບກຽດເປັນປະທານຈັດກອງປະຊຸມທາງໄກຂອງອະນຸກໍາມະການວັດທະນະທຳອາຊຽນ ຄັ້ງທີ 22 ແລະ ກອງປະຊຸມການຮ່ວມມືດ້ານວັດທະນະທຳອາຊຽນ +3 ຄັ້ງທີ 10 ໂດຍການເປັນປະທານຂອງ ທ່ານ ຄຳພູ ເພັຍສັກຂາ

ໃນກອງປະຊຸມດັ່ງກ່າວໄດ້ປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດບັນດາກິດຈະກຳດ້ານສິລະປະ ແລະ ວັດທະນະທຳທີ່ໄດ້ອະນຸມັດ ໃນສົກປີ 2019-2021 ແລະ ບັນດາກິດຈະກຳໂຄງການທີ່ຍັງຄົງຄ້າງ ໄລຍະຜ່ານມາເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ສາເຫດຍ້ອນປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19

ແລະສຸດທ້າຍມາເບິ່ງກັນທີ່ ສະຖານະການໂຄວິດ-19 ໃນປັດຈຸບັນ ຕາມການລາຍງານຂອງທາງຄະນະສະເພາະກິດໄດ້ໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 9,894 ຄົນ, ຜູ້ເສຍຊີວິດທັງໝົດ 9 ຄົນ, ກຳລັງນອນປິ່ນປົວຢູ່ແມ່ນ 4,168 ຄົນ, ໃນອີກບໍ່ດົນ ສປປ ລາວ ອາດຈະມີຜູ້ຕິດເຊື້ອສະສົມເຖິງ 1 ໝື່ນກວ່າຄົນ ເພາະຍັງມີແຮງງານນຳເຂົ້າຈາກຕ່າງປະເທດເຂົ້າມາເປັນພັນກວ່າຄົນໃນທຸກໆມື້ ແລະຍັງມີການລະບາດເກີດຂຶ້ນໃນບາງແຂວງອີກດ້ວຍ ເຮັດໃຫ້ສະຖານະການໃນປັດຈຸບັນຍັງໜ້າເປັນຫ່ວງ

ຂໍ້ມູນຈາກ : Media Laos

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...