ກາບປູ່ສອນຫຼານ ກາບກອນທີ່ເກົ່າແກ່ຂອງລາວ ເອົາໄວ້ກ່າວເຕືອນສອນລູກຫຼານມາຫຼາຍສະໄໝ

ອີງຕາມຂໍ້ມູນຢູ່ໃນປຶ້ມວັນນະຄະດີລາວ (1987) ໄດ້ໃຫ້ຮູ້ວ່າ: ກາບປູ່ສອນຫຼານສະບັບເດີມ ແມ່ນພະພຸດທະໂຄສາຈານແຫ່ງເມືອງລ້ານຊ້າງເປັນຜູ້ແຕ່ງ, ແຕ່ບໍ່ຮູ້ວັນ, ເດືອນ ແລະ ປີແຕ່ງລະອຽດ; ແຕ່ອາດຈະແມ່ນແຕ່ງຂຶ້ນມາໃນສະໄໝອານາ ຈັກລາວລ້ານຊ້າງໃນລະຫວ່າງສະຕະວັດທີ XVII ໃນລັດຊະການຂອງເຈົ້າສຸລິຍະວົງສາ ເຊິ່ງເປັນສະໄໝ ລ້ານຊ້າງມີຄວາມຈະເລີນຮຸ່ງເຮືອງສູງສຸດ

ກາບປູ່ສອນຫຼານເປັນວັນນະຄະດີຂຽນປະເພດກາບກອນທີ່ເກົ່າແກ່ຂອງລາວ ທີ່ມີເນື້ອໃນສິດສອນແບບເຜີຍແຜ່ຫຼັກສິນທຳ-ທຳມະຈະລິຍາ. ເພື່ອບອກສອນ, ກ່າວເຕືອນຜູ້ເປັນລູກໆຫຼານໆທຸກຄົນໃຫ້ມີຄວາມຊື່ສັດບໍລິສຸດ, ປອດໃສຂາວສະອາດໃນການ ດຳລົງຊີວິດ, ມີການຄອງເຮືອນທີ່ດີ, ຮູ້ຈັກວາງຕົວ, ຮູ້ຈັກເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຮູ້ຈັກບ່ອນຕໍ່າ ບ່ອນສູງ, ທຳແຕ່ຄວາມດີມີປະໂຫຍດແກ່ຕົນ ສັງຄົມ ແລະ ປະເທດຊາດ, ຫຼີກເວັ້ນຄວາມຊົ່ວ

ຕົວຢ່າງ ກາບປູ່ສອນຫຼານ

ໜັງສືກາບປູ່ສອນຫຼານ, ຜູ້ແຕ່ງໄດ້ອີງໃສ່ແນວຄິດຄຸນສົມບັດຕົວຈິງຂອງການດຳລົງຊີວິດຢູ່ໃນລະບອບສັງຄົມສັກດິນາ ແລະ ໜັງສືພີມທາງສາສະໜາພຸດອັນເປັນຫຼັກທຳຄໍາສອນມຸ່ງປະສົງເພື່ອປູພື້ນ ໃຫ້ແກ່ການປະຕິບັດຕົນ ແລະ ສຶກສາອົບຮົມໃຫ້ຄົນເຮົາເປັນຄົນດີຮອບດ້ານ

ເຖິງວ່າກາບປູ່ສອນຫຼານເປັນບົດວັນນະຄະດີຄຳສອນທີ່ເກົ່າແກ່ ທີ່ອີງຕາມຫຼັກທຳມະຈະລິຍາ ຂອງພະພຸດສາສະໜາ ແລະ ອີງຕາມຫຼັກຄຳສອນໃນຊີວິດຕົວຈິງຂອງລະບອບສັກດີນາຜ່ານມາໄດ້ຫຼາຍ ຮ້ອຍປີແລ້ວກໍຕາມ, ແຕ່ບໍ່ໄດ້ໝາຍຄວາມວ່າ ເນື້ອໃນຄຳສອນນັ້ນຈະເປັນສິ່ງເກົ່າແກ່ຫຼ້າຫຼັງທັງໝົດ

ເມື່ອມາຮອດສັງຄົມປັດຈຸບັນ, ປະເທດຊາດມີຄວາມຈະເລີນກ້າວໜ້າທາງດ້ານເຕັກໂນໂລຊີ ກໍຕາມ ແຕ່ເຫັນວ່າເນື້ອໃນຄຳສອນກາບປູ່ສອນຫຼານຍັງມີຄວາມສຳຄັນຢ່າງຫຼວງຫຼາຍ, ຄົນຮຸ່ນໃໝ່ໃຫຍ່ລຸນກໍ່ຄວນຈະສຶກສາຮຽນຮູ້ເນື້ອໃນຄຸນຄ່າຂອງກາບຢ່າງເລິກເຊິ່ງ, ມີຄວາມເຂົ້າໃຈ ແລະ ສາມາດໄປໝູນໃຊ້ຢູ່ໃນການດໍາລົງຊີວິດຕົວຈິງໄດ້ຢ່າງຖືກຕ້ອງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...