ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 4 ກັນຍາ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ນະຄອນຫຼວງ ຍັງມີຜູ້ຝ່າຝືນຄໍາສັ່ງທີ່ຫ້າມຈາລາຈອນ 22 ໂມງ – 5 ໂມງ

ມາດຕະການເພີ່ມທະວີປະຕິບັດ, ການຫ້າມ ແລະ ການຈໍາກັດ ໃນໄລຍະທີ່ມີການສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນອີກ 15 ວັນນັ້ນເຫັນວ່າມີຫຼາຍມາດຕະການທີ່ຍັງມີຜູ້ຝ່າ ຝືນໂດຍສະເພາະການປິດການສັນຈອນພາຫະນະຢູ່ນະຄອນຫຼວງວຽງຈັນນັບແຕ່ເວລາ 22:00 ໂມງຫາ 5:00 ໂມງແມ່ນຍັງມີຜຸ້ຝ່າຝືນຢູ່

ເຊິ່ງຍັງມີການລັກລອບເປີດຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານເກມ ຊຶ່ງການໃສ່ມາດຕະການຕໍ່ຜູ້ລະເມີດນັ້ນແມ່ນເລີ່ມແຕ່ເບົາຫາໜັກ ເຊັ່ນ: ໄດ້ມີການສຶກສາອົບຮົມ, ປັບໃໝ ແລະ ມີການປະຕິບັດຕາມລະບຽບກົດໝາຍ…ອ່ານຕໍ່

ຜູ້ບຳບັດຢາເສບຕິດໄດ້ຮັບການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ແລ້ວ 1 ພັນກວ່າຄົນ

ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສັກວັກຊິນຊະນິດ ຈອນສັນ ແອນ ຈອນສັນ (Johnson & Johnson) ເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ຜູ້ບຳບັດຢາເສບຕິດ ຈຳນວນ 1.000 ກວ່າຄົນ

ການສັກວັກຊິນຈອນສັນແອນຈອນສັນ ປ້ອງກັນພະຍາດໂຄວິດ-19 ໃຫ້ຜູ້ບຳບັດຢາເສບຕິດໃນຄັ້ງນີ້ ເປັນການປະຕິບັດຕາມແຈ້ງການເລກທີ 1441/ ກພລ, ລົງວັນທີ 20 ສິງຫາ 2021 ຂອງກົມໃຫ່ຍພະລາທິການ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດ ການສັກວັກຊິນຕ້ານພະຍາດໂຄວິດ-19…ອ່ານຕໍ່

ລາວ ແລະ ສ ເກົາຫຼີມີການພົວພັນ ແລະ ຮ່ວມມືຫຼາຍດ້ານ ແລະຫຼາຍລະດັບ

ທ່ານ ຈອງ ອຸຍຢອງ (H.E. Mr. Chung Eui-yong)  ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໄດ້ມີການແລກປ່ຽນການຢ້ຽມຢາມ ມີການແລກປ່ຽນສານຊົມເຊີຍໃນໂອກາດຕ່າງໆ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ; ການພົວພັນຮ່ວມມືສອງຝ່າຍນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍດ້ານ ແລະ ຫຼາຍລະດັບນັບແຕ່ສູນກາງລົງຮອດທ້ອງຖິ່ນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...