Tuesday, June 16, 2026
Kbank Laos โอน รับ จ่าย
-->

iPhone ແລະ iPad ລຸ້ນໃດແນ່ຈະໄດ້ອັບເດດ iOS 15, iPadOS 15

ຫຼັງຈາກທີ່ທາງ Apple ໄດ້ເປີດໃຫ້ໃຊ້ງານລະບົບປະຕິບັດການ iOS 15 ແລະ iPadOS 15 ຢ່າງເປັນທາງການເມື່ອບໍ່ດົນມານີ້, ເຊິ່ງເຮົາຈະມາສະຫຼຸບຂໍ້ມູນການອັບເດດຂອງ iOS 15 ແລະ iPadOS 15 ມາໃຫ້ວ່າມີຫຍັງແນ່ທີ່ອັບເດດ ແລະລຸ້ນໃດແນ່ທີ່ໄດ້ໄປຕໍ່ໃນລະບົບປະຕິບັດການນີ້

iOS15 ຈາກຂໍ້ມູນທີ່ລວບລວມມາໃນເວັບໄຊຂອງ Apple ໄດ້ໃຫ້ຮູ້ເຖິງການອັບເດດລະບົບໄວ້ຫຼາກຫຼາຍ ເຊິ່ງສະຫຼຸບໄດ້ມີ: ການ FaceTime, ລະບົບຂໍ້ຄວາມ, ອິໂມຈິ, ໂຫມດໂຟກັດ, ການແຈ້ງເຕືອນ, ແຜນທີ່, Safari, ແອັບກະເປົາເງິນ, ຂໍ້ຄວາມໃນພາບ, Spotlight, ຮູບພາບ, ແອັບສຸຂະພາບ, mail, ລະບົບຄວາມເປັນສ່ວນໂຕ, Siri, Apple ID, iCloud+, ການຊ່ວນການເຂົ້າເຖິງ, ຄັງແອັບ, App Store, ໜັງສື, ກ້ອງ, CarPlay, ການຄົ້ນຫາໂທລະສັບ, 5G, ການເລ່ນເກມ, ບ້ານ, ຄີບອດ, ເພງ, Note, Password, ເຕືອນຄວາມຈຳ, ເວລາໜ້າຈໍ, ການຕັ້ງຄ່າຕ່າງໆ, ຄຳສັ່ງລັດ, ຮູບແບບອັກສອນຂອງລະບົບ, ແປພາສາ, TV, ບັນທຶກສຽງ, ສະພາບອາກາດ, ວິນເຈັດ ແລະອື່ນໆ

ສິ່ງສຳຄັນ ຄືການກຳນົດລຸ້ນຂອງໂທລະສັບວ່າລຸ້ນໃດຈະໄດ້ໄປຕໍ່ ໃນການອັບເດດເພື່ອຮອງຮັບລະບົບເຫຼົ່ານີ້, ເຊິ່ງທາງ Apple ໄດ້ໃຫ້ລາຍຊື່ຂອງໂທລະສັບ iPhone ແລະ iPad ລຸ້ນຕ່າງໆທີ່ສາມາດອັບເດດໄວ້ດັ່ງນີ້:

iPhone

  • iPhone 12
  • iPhone12 mini
  • iPhone12 Pro
  • iPhone 12 Pro Max
  • iPhone 11
  • iPhone 11 Pro
  • iPhone 11 Pro Max
  • iPhone XS
  • iPhone XS Max
  • iPhone XR
  • iPhone X
  • iPhone 8
  • iPhone 8 Plus
  • iPhone 7
  • iPhone 7 Plus
  • iPhone 6s
  • iPhone 6s Plus
  • iPhone SE (1st generation)
  • iPhone SE (2nd generation)
  • iPod touch (7th generation)

iPad

  • iPad Pro 12.9 ນິ້ວ (ລຸ້ນທີ 5)
  • iPad Pro 12.9 ນິ້ວ (ລຸ້ນທີ 4)
  • iPad Pro 12.9 ນິ້ວ (ລຸ້ນທີ 3)
  • iPad Pro 12.9 ນິ້ວ (ລຸ້ນທີ 2)
  • iPad Pro 12.9 ນິ້ວ (ລຸ້ນທີ 1)
  • iPad Pro 11 ນິ້ວ (ລຸ້ນທີ 3)
  • iPad Pro 11 ນິ້ວ (ລຸ້ນທີ 2)
  • iPad Pro 11 ນິ້ວ (ລຸ້ນທີ 1)
  • iPad Pro 10.5 ນິ້ວ
  • iPad Pro 9.7 ນິ້ວ
  • iPad (ລຸ້ນທີ 8)
  • iPad (ລຸ້ນທີ 7)
  • iPad (ລຸ້ນທີ 6)
  • iPad (ລຸ້ນທີ 5)
  • iPad mini (ລຸ້ນທີ 5)
  • iPad mini (ລຸ້ນທີ 4)
  • iPad Air (ລຸ້ນທີ 4)
  • iPad Air (ລຸ້ນທີ 3)
  • iPad Air (ລຸ້ນທີ 2)

ລະບົບປະຕິບັັດການໃຫມ່ ມີການອັບເດດ ແລະປັບປຸງໄວ້ຫຼາຍຫຼາຍ ສາມາດລອງອັບເດດໄດ້ແລ້ວເດີ້, ແຕ່ຕ້ອງເປັນລຸ້ນທີ່ຮອງຮັບໃຫ້ອັບເດດດັ່ງລາຍຊື່ລຸ້ນໂທລະສັບທີ່ມີໃນຂ້າງເທິງນີ້ເທົ່ານັ້ນ

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ