Thursday, May 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 25 ກັນຍາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ທົ່ວນະຄອນຫຼວງວຽງຈັນ ຕັ້ງດ່ານກວດກາ 27 ຈຸດ ໃນໄລຍະລ໋ອກດາວ

ຕາມຄໍາສັ່ງເລກທີ 016/ຈນວ ລົງວັນທີ 19 ກັນຍາ 2021 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍມາດຕະການການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ນວ ໄດ້ຕັ້ງດ່ານກວດກາທົ່ວນະຄອນຫຼວງວຽງຈັນ ມີທັງໝົດ 27 ຈຸດ ເຊິ່ງມີ:

  1. ໄຟແດງດົງໂດກ ທາງໄປຫໍປະຊຸມແຫ່ງຊາດ.
  2. ດົງໂດກ ແຖວໜ້າມະຫາວິທະຍາໄລແຫ່ງຊາດ (ມຊ).
  3. ວົງວຽນສີວິໄລ ຫາໂຮງໝໍ 150 ຕຽງ.
  4. ປໍ້ານໍ້າມັນທາງເຂົ້າໂຮງຮຽນສອນຂັບລົດທົ່ງສາງນາງ (ແຖວຮ້ານອາຫານສາຍໃຈ).
  5. ໄຟແດງປໍ້ານໍ້າມັນ (PTT) ໂພນຕ້ອງ.
  6. ໄຟແດງຫໍປະຊຸມແຫ່ງຊາດ.
  7. ບ້ານດົງສ້າງຫີນ ກ່ອນຮອດສະໜາມກິລາຫຼັກ 16.
  8. ບ້ານດອນແດງ ຫາ ບ້ານຫ້ວຍຫົງ (ໜ້າເຮືອນເຮຍຕົ້ງ).
  9. ທາງໜອງໜ່ຽງໂຄ້ງ ໂຮງຮຽນປະຖົມ.
  10. ໄອເຕັກ (ແຖວໜ້າຮ້ານຂາຍລົດໃຫຍ່).
  11. ໂນນຫວາຍ ແຖວປີ້ງເປັດ.
  12. ທົ່ງຂັນຄຳ (ແຖວຮ້ານຕຳປາກໝາ).
  13. ວົງວຽນຄອມເຊັນເຕີ.
  14. ໜອງບອນ (ແຖວທະນາຄານອິນດູຈີນ).
  15. ດອນກອຍ.
  16. ສວນ 23 ສິງຫາ.
  17. ສວນເຈົ້າຟ້າງຸ່ມ.
  18. ໜ້າສານປະຊາຊົນສູງສຸດ ຫຼັກ 3.
  19. ດົງໂພສີ (ໜ້າສວນວັດທະນະທຳ).
  20. ເມືອງຫາດຊາຍຟອງ (ນາລ້ອງ).
  21. ໜ້າໂຮງຮຽນມັດທະຍົມສີໄຄ.
  22. ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ.
  23. ໜ້າໂຮງຮຽນການເງີນດົງຄຳຊ້າງ (ປຕທ).
  24. ບ້ານໂຊກນ້ອຍ – ບ້ານໂຊກໃຫຍ່.
  25. ທາງໂຄ້ງລົງສະຖາພອນ (ບືງຂະຫຍອງ).
  26. ໜ້າຕະຫຼາດຫົວຂົວ.
  27. ໜອງດ້ວງ (ຮ້ານຂາຍຢາໃສສະອາດ)

6 ເດືອນຕົ້ນປີ 2021 ເມືອງງາ ມີລາຍຮັບທັງຫມົດ 1 ຕື້ 6 ຮ້ອຍກວ່າລ້ານກີບ

ທ່ານ ອິນຕາ ບົວລະພາ ຫົວຫນ້າຫ້ອງການ ການເງິນເມືອງງາ ກ່າວວ່າ: ແຜນການຈັດເກັບລາຍຮັບຫມົດປີ ແມ່ນ 4 ຕື້ 7 ຮອ້ຍກວ່າລ້ານກີບ ແຕ່ການຈັດຕັ້ງປະຕິບັດຕົວຈິງ ໃນການຈັດເກັບລາຍຮັບໄລຍະ 6 ເດືອນຕົ້ນປີນີ້ ສາມາດຈັດຕັ້ງປະຕິບັດໄດ້ພຽງ 1 ຕື້ 6 ຮ້ອຍກວ່າລ້ານກີບ ເມື່ອທຽບໃສ່ແຜນ ການປະຈຳປີແລ້ວ ປະຕິບັດໄດ້ພຽງ 35,20%

ໃນນັ້ນ ລາຍຮັບຈາກແຂວງດຸນທັງຫມົດ 12 ລ້ານກວ່າກີບ ເທົ່າກັບ 51,50% ສ່ວນການຄຸ້ມຄອງລາຍຈ່າຍ ຕາມແຜນການປີ ແມ່ນ 28 ຕື້ກວ່າກີບ ແຕ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນປີ ໄດ້ 13 ຕື້ກວ່າກີບ ເທົ່າກັບ 47,09%…ອ່ານຕໍ່

ທຳລາຍສິນຄ້າ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມມູນຄ່າ 22 ລ້ານກວ່າກີບ

 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍສິນຄ້າເຊື່ອມຄຸນ, ໝົດອາຍຸການນຳໃຊ້, ລອກຮຽນແບບ, ເກືອດຫ້າມ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ເຈົ້າໜ້າທີ່ກວດກາການຄ້າ, ຂະແໜງການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ແລະ ຍຶດມາໄດ້

ເຊິ່ງປະກອບມີ: ນ້ຳມັນເຄື່ອງລອກຮຽນແບບ ຈຳນວນ 20 ແກັດ, ແປ້ງນົວລອກຮຽນແບບ ຈໍານວນ 99 ຖົງ, ສິນຄ້າໝົດອາຍຸການນໍາໃຊ້ ຈໍານວນ 20 ລາຍການ, ຢາສູບນຳເຂົ້າບໍ່ຖືກຕ້ອງ ຈຳນວນ 177 ຊອງ, ຢາຂ້າຫຍ້າກາໂມກໂຊນ (ສິນຄ້າຕ້ອງຫ້າມ) ຈຳນວນ 20 ຕຸກ…ອ່ານຕໍ່

ເມືອງຫຼາ ປຶກສາຫາລືການກຳນົດ ໂຄງສ້າງລາຄາ ຊີ້ນໝູ, ໄຂ່ໄກ່ພັນ ແລະ ປານິນ

 ທ່ານ ຄຳທຽງ ທໍ່ ກຳມະການພັກເມືອງ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ກໍ່ໄດ້ຜ່ານເອກະສານແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ສະບັບເລກທີ 0978/ພອຄ.ອຊ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການກຳນົດໂຄງສ້າງລາຄາ ຊີ້ນໝູ, ໄຂ່ໄກ່ພັນ ແລະ ປານິນ ຄືນໃຫມ່ເພື່ອເຮັດໃຫ້ເໝາະສົມກັບສະພາບປັດຈຸບັນ

ເຈົ້າເມືອງໆຫຼາ ຍັງໄດ້ມີຄຳເຫັນໂອ້ລົມຕືມອີກວ່າ: ສາເຫດທີ່ເຮັດໃຫ້ລາຄາສິນຄ້າປະເພດນຳເຂົ້າຖີບຕົວສູງຂຶ້ນ ເນື່ອງມາຈາກ ລາຄານ້ຳມັນໄດ້ປັບຕົວສູງຂຶ້ນ, ຕິດພັນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ຈິ່ງເຮັດໃຫ້ການຂົນສົ່ງມີຄວາມຫຍຸ້ງຍາກ ແລະ ຄ່າຂົນສົ່ງແພງຂຶ້ນ…ອ່ານຕໍ່

ເມືອງເລົ່າງາມ ໄດ້ຮັບຜົນກະທົບເສຍຫາຍ 140 ຕື້ກວ່າກີບ ຈາກລົມພາຍຸໂກນເຊິນ

ເມືອງເລົ່າງາມແມ່ນເມືອງໜື່ງຂອງແຂວງສາລະວັນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸໂກນເຊິນ​ ໃນໄລຍະຜ່ານມາ ເຮັດໃຫ້ໄດ້ຮັບຜົນກະທົບເສຍຫາຍທາງດ້ານຄົມມະນາຄົມ ເສັ້ນທາງຂາດ, ຂົວເປ້ເພເສຍຫາຍ, ຜົນຜະລິດກະສິກຳຂອງປະຊາຊົນໄດ້ຮັບຄວາມເສຍຫາຍ

ເຮືອນຂອງປະຊາຊົນຈຳນວນໜຶ່ງໄດ້ຮັບຜົນເສຍຫາຍ ເປັນຕົ້ນ: ລະບົບເສັ້ນທາງຄົມມະນາຄົມຖືກຕັດຂາດ 2ເສັ້ນຄື: ທາງເຂົ້າບ້ານຕະແບງ ແລະທາງເວັ້ນຂົວບ້ານອົ້ນນ້ອຍ, ເສັ້ນທາງເຊາະເຈື່ອນ ແລະຂົວເປ້ເພ 4 ແຫ່ງຄື: ຂົວຫ້ວຍຂະແໜງ​ ບ້ານຕະແບງ, ຂົວບ້ານສອງຫ້ອງນ້ອຍ, ຂົວຫ້ວຍເຕນບ້ານນາຈານ ແລະຂົວຫ້ວຍສະເອີງ ບ້ານກະຊະ​…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້