ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈໍາວັນທີ 23 ຕຸລາ 2021 | ສໍານັກຂ່າວ ມີເດຍລາວໄດ້ໃຫ້ຮູ້ວ່າ:

ຖວທ ແຂວງທົ່ວປະເທດ ຮ່ວມກອງປະຊຸມເປີດໂຕແນວທາງຟື້ນຟູການທ່ອງທ່ຽວລາວ

ຢູ່ທີ່ໂຮງແຮມ ຄຣາວພລາຊ່າ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທາງໄກ, ເປີດໂຕແນວທາງການຟື້ນຟູການທ່ອງທ່ຽວ ພາຍຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19  ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ຖວທ ແຂວງໃນທົ່ວປະເທດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ກໍ່ໄດ້ເຂົ້າຮ່ວມ

ໄດ້ຂຶ້ນຜ່ານແນວທາງການຟື້ນຟູການທ່ອງທ່ຽວຂອງ ສປປ ລາວ, ຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ແນໃສ່ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ຮ່ວມມືກັນແກ້ໄຂ ແລະ ຊອກຊ່ອງທາງຊຸກຍູ້, ສົ່ງເສີມການທ່ອງທ່ຽວ ໃຫ້ກັບຄືນມາມີບັນຍາກາດຟົດຟື້ນເຊັ່ນເຄີຍ…ອ່ານຕໍ່

ຄຳມ່ວນທຳລາຍຢາເສບຕິດ ເພື່ອລະນຶກວັນຕ້ານຢາເສບຕິດແຫ່ງຊາດ

ປກສ ແຂວງຄຳມ່ວນ ພິທີລະນຶກວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 20 ປີ (12 ຕຸລາ 2001-12 ຕຸລາ 2021) ໃນພິທີດັ່ງກ່າວ ກໍ່ໄດ້ມີການຈູດທຳລາຍຢາເສບຕິດ ເຊິ່ງປະກອບມີ: ປະເພດຢາບ້າ 154.403 ເມັດ ລວມນໍ້າໜັກ 15 ກິໂລກຼາມ, ຢາໄອ 360 ແທ່ງ ລວມນໍ້າໜັກ 600 ກວ່າກິໂລກຼາມ, ເຮໂລອິນ 1 ຖົງ ນໍ້າໜັກ 0,05 ກຼາມ ແລະ ປະເພດກັນຊາ 700 ແທ່ງ ນໍ້າໜັກ 668,4 ກິໂລກຼາມ

ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງ ພະນັກງານທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນພາຍໃນແຂວງຄຳມ່ວນ ຈົ່ງພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນຂະບວນການຕ້ານ ແລະ ສະກັດກັ້ນ ເພື່ອກຳຈັດຢາເສບຕິດໃຫ້ໝົດໄປຈາກສັງຄົມລາວ, ປຸກລະດົມ ທຸກພາກສ່ວນຮ່ວມກັນຕ້ານ…ອ່ານຕໍ່

ຢູນິເຊັບຊ່ວຍເຫຼືອອຸປະກອນໄອທີ ແລະ ອຸປະກອນປ້ອງກັນຕົວ (PPE) ໃຫ້ກັບ ກະຊວງສາທາລະນະສຸກ

ການຊ່ວຍເຫຼືອຄັ້ງນີ້ ກໍ່ເພື່ອເພີ່ມທະວີການ ຮ່ວມມືລະຫວ່າງອົງການຢູນິເຊັບກັບລັດຖະບານແຫ່ງສປປລາວໃນການສົ່ງເສີມສິດທິ ແລະ ສະຫວັດດີການຂອງເດັກ ແລະ ແມ່ຍິງ, ພ້ອມທັງສະໜັບສະໜູນຜູ້ທີ່ຢູ່ໃນສູນກັກກັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19

ອຸປະກອນທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ປະກອບມີອຸປະກອນສໍາລັບການປະຊຸມທາງໄກ 2 ຊຸດ, ມີຄອມພິວເຕີ iMax ແລະ ກ້ອງຖ່າຍຮູບ 2 ໜ່ວຍ ລວມທັງເຄື່ອງຈັກກ່ອບປີ້ເອກະສານ 1 ຊຸດ ແລະ ຄອມພິວເຕີໂນດບຸກ 1 ໜ່ວຍ ແລະກໍມີອຸປະກອນປ້ອງກັນປະກອບມີຜ້າອັດປາກດັງ 1,000 ກ່ອງ…ອ່ານຕໍ່

ຫົວໜ້າ ຖວທ ເມືອງຈຳພອນຄາດວ່າ ຖ້າໂຄວິດໝົດໄປ ການທ່ອງທ່ຽວເມືອງກໍ່ຈະຄຶກຄື້ນ

ທ່ານ ເພັດຈໍາພອນ ວົງສາລະສິນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງຈໍາພອນ ໃຫ້ຂໍ້ມູນວ່າ: ເມືອງຈໍາພອນມີແຫຼ່ງທ່ອງທ່ຽວທັງໝົດ 13 ແຫ່ງ 6 ແຫ່ງຢູ່ໃນລະດັບແຂວງ ແລະ 7 ແຫ່ງຂອງເມືອງ ເຊິ່ງເປັນແຫຼ່ງທ່ອງທ່ຽວດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ຄື: ແຫຼ່ງທ່ອງທ່ຽວທໍາມະຊາດສຸຍ, ດົງລີງ, ໜອງປາຝາ, ແຫຼ່ງອະນຸລັກແຂ້ນໍ້າຈືດ, ຫໍໄຕປີດົກ, ວັດຕາແຫຼວເກົ່າ

ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ແຫຼ່ງທ່ອງທ່ຽວຕ່າງໆພາຍໃນເມືອງ ໄດ້ມີການປິດບໍລິການເປັນເວລາດົນ ແລະ ແກ່ຍາວ, ເຊິ່ງໄດ້ກະທົບໄປເຖິງໄປເຖິງຮ້ານອາຫານ-ກິນດື່ມບັງເທີງ ແລະຍັງກະທົບເຖິງ ລີງ ທີ່ຢູ່ໃນປ່າບ້ານດົງເມືອງ ແລະ ປາຝາ ບ້ານດອນແດງ ທີ່ຂາດອາຫານ ຍ້ອນບໍ່ມີນັກທ່ອງທ່ຽວ…ອ່ານຕໍ່

ຊາວກະສິກອນ ເມືອງ ອາດສະພັງທອງ ສະເລ່ຍແລ້ວເກັບກ່ຽວເຂົ້າໄດ້ປະມານ 45% ຂອງເນື້ອທີ່ທໍາການຜະລິດ

ຊາວກະສິກອນ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດມາຮອດປັດຈຸບັນແມ່ນ ກໍາລັງຂຸ້ນຂ້ຽວເກັບກ່ຽວຜົນຜະລິດເຂົ້ານາປີຢ່າງເປັນຂະບວນຟົດຟື້ນ ຫຼາຍຄອບຄົວໄດ້ເລີ່ມລົງມືຂຸ້ນຂ້ຽວເກັບກູ້ຜົນຜະລິດຂອງຕົນ ໂດຍສະເລ່ຍແລ້ວໃນທົ່ວເມືອງມີການເກັບກ່ຽວໄດ້ປະມານ 45% ຂອງເນື້ອທີ່ທໍາການຜະລິດ

ຍັງມີພຶດສຳຮອງ 19.953 ເຮັກຕາ ເກັບກູ້ໄດ້ແລ້ວ 100 %ໃນນັ້ນມີ ສາລີ, ໝາກໂມ, ໝາກແຕງ, ຖົ່ວຍາວ, ໝາກເຂືອ, ໝາກເຜັດ, ໝາກກ້ວຍ, ໝາກນັດ, ພຶດຜັກຕ່າງໆ, ມັນດ້າງ, ຖົ່ວດີນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...