ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 6 ຕຸລາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ຢາພື້ນເມືອງລາວ 3 ຊະນິດ ສາມາດປິ່ນປົວໂຄວິດ-19 ໄດ້ແທ້

ຢາພື້ນເມືອງລາວ ພາຍຫຼັງທີ່ຄົ້ນພົບພືດເປັນຢາ 3 ຊະນິດຂອງປະເທດລາວປະກອບມີ: ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ໄດ້ນໍາໃຊ້ເຂົ້າໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເຖິງ 86-100 %

ພືດທັງ 3 ຊະນິດດັ່ງກ່າວ ມີຄຸນປະໂຫຍດຊ່ວຍເສີມສ້າງພູມຄຸ້ມກັນຂອງຮ່າງກາຍ ແລະ ຊ່ວຍຫຼຸດຜ່ອນອາການໄອ, ໄຂ້ຫວັດໃຫຍ່, ແກ້ໄອ, ເຈັບຄໍ, ເຈັບອາມິດານ ແລະ ຊ່ວຍກະຕຸ້ນເຮັດໃຫ້ກິນເຂົ້າແຊບ…ອ່ານຕໍ່

ອົງການອາຫານໂລກ ມອບໂຄງການອາຫານໃນໂຮງຮຽນ ຈໍານວນ 915 ແຫ່ງ ໃຫ້ແກ່ ສປປ ລາວ

ອົງການອາຫານໂລກ ທີ່ໄດ້ຮັບການສະໜັບສະໜູນຈາກກະຊວງກະສິກໍາ ຂອງສະຫະລັດອາເມຣິກາ ໄດ້ມອບໂຄງການອາຫານໃນໂຮງຮຽນໃຫ້ແກ່ລັດຖະບານລາວ ເກືອບ 20 ປີ ມີຈໍານວນໂຮງຮຽນ 915 ແຫ່ງ

ເຊິ່ງໃນນັ້ນມີ 22 ເມືອງ ຂອງ 8 ແຂວງຂອງ ສປປ ລາວ ຄື: ແຂວງຫຼວງນໍ້າທາ, ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ຄໍາມ່ວນ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ໂດຍມີນັກຮຽນຊັ້ນປະຖົມທັງໝົດ 87,435 ຄົນ…ອ່ານຕໍ່

ແຂວງຜົ້ງສາລີ ແລະ ແຂວງຫົວພັນ ຍັງສັກວັກຊິນໃຫ້ປະຊາຊົນຫຼຸດ 30%

ຮອດປັດຈຸບັນປະຊາຊົນລາວໄດ້ຮັບການສັກວັກຊິນເຂັມທີ 1 ແລ້ວຫຼາຍກວ່າ 3,3 ລ້ານຄົນ ກວມ 45,5% ຂອງຈໍານວນປະຊາກອນໃນຂອບເຂດທົ່ວ ປະເທດ ແລະ ເຂັມທີ 2 ແລ້ວຫຼາຍກວ່າ 2,8 ລ້ານຄົນກວມ 39,4%

ໃນທ້າຍເດືອນນີ້ປະເທດລາວຈະໄດ້ຮັບອີກ 2,5 ລ້ານໂດສ ໂດຍຍັງມີພຽງແຕ່ 2 ແຂວງຄື: ຫົວພັນ ແລະ ຜົ້ງສາລີ ທີ່ຍັງສັກວັກຊິນໃຫ້ປະຊາຊົນຊ້າຄືຍັງຫຼຸດ 30%…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...