Monday, March 24, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 6 ຕຸລາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງເຊກອງ ລົງຢ້ຽມຢາມ ແລະໃຫ້ກຳລັງໃຈຜູ້ຕິດເຊື້ອໂຄວິດ-19

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງ-ແຂວງເຊກອງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ໃຫ້ກຳລັງໃຈ ຜູ້ຕິດເຊື້ອໂຄວິດ-19 ຢູ່ສູນປິ່ນປົວໂຮງໝໍແຂວງ ແລະໂຮງໝໍທະຫານແຂວງ ພ້ອມທັງຢື້ຢາມຖາມຂ່າວ ດ້ວຍຄວາມເປັນຫ່ວງເປັນໃຍ

ນອກນີ້ ຍັງໄດ້ເຄື່ອນໄຫວກວດກາເບິ່ງໂຮງໝໍພາກສະໜາມ (ໂຮງຮຽນອະນຸບານແຂວງ) ເຊິ່ງມີທັງໝົດ 7 ຫ້ອງ, ສາມາດບັນຈຸໄດ້ 50 ກວ່າຕຽງ ຫຼື 50 ກວ່າຄົນ, ປັດຈຸບັນໄດ້ກະກຽມທີມງານແພດໝໍ ແລະອຸປະກອນທີ່ຈໍາເປັນໄວ້ແລ້ວຈໍານວນໜຶ່ງ…ອ່ານຕໍ່

ແຂວງອຸດົມໄຊ ມີແຜນຈະພັດທະນາການທ່ອງທ່ຽວໃນເມືອງໄຊ 11 ໂຄງການ

ກອງປະຊຸມໃຫ່ຍຄະນະພັກຮາກຖານພະແນກ ເຂົ້າສູ່ການປະຕິບັດຕົວຈິງ, ນໍາໃຊ້ທ່າແຮງ, ກາລະໂອກາດ ທີ່ມີໃຫ້ເກີດປະໂຫຍດສູງສຸດ, ສ້າງບາດກ້າວບຸກທະລຸ 4 ເນື້ອໃນ 4 ຄາດໝາຍ

ພັດທະນາວຽກງານທ່ອງທ່ຽວ ໃຫ້ແຂງແຮງ, ຮັກສາໄດ້ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ, ປັບປຸງສະຖານທີ່ທ່ອງທ່ຽງໃຫ້ມີຄຸນນະພາບດີ ແລະ ສວຍງາມ, ຊຸກຍູ້, ສົ່ງເສີມພູມປັນຍາທ້ອງຖິ່ນ ເພື່ອສ້າງຜະລິດຕະພັນການທ່ອງທ່ຽວໃຫ້ຫຼາກຫຼາຍສີສັນ…ອ່ານຕໍ່

ສາລະວັນ ສືບຕໍ່ປະຕິບັດມາດຕະການໄປອີກ 14 ວັນ ແລະ ເລັ່ງຄວບຄຸມການແຜ່ເຊື້ອໃນ 3 ເມືອງ

ແຂວງສາລະວັນ ຍັງສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການເຂົ້າ-ອອກແຂວງ ແລະ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19, ຫຼັງຈາກພົບຜູ້ຕິດເຊື້ອຕິດຕໍ່ກັນໃນແຕ່ລະວັນພາຍໃນຊຸມຊົນ ເປັນຕົ້ນ: ເມືອງສາລະວັນ, ເລົ່າງາມ ແລະ ເມືອງສະໝ້ວຍ.

ໄດ້ກຳນົດເວລາປະຕິບັດໄປອີກ 14 ວັນ ເປັນຕົ້ນ: ສືບຕໍ່ປະຕິບັດບັນດາມາດຕະການທີ່ເຄີຍຈັດຕັ້ງປະຕິບັດມາ ແລະ ເພີ່ມຄວາມເຂັ້ມງວດບາງພື້ນທີ່ບ້ານ, ກຳນົດບ້ານເຂດແດງທີ່ມີຜູ້ຕິດເຊື້ອ…ອ່ານຕໍ່

ກຳມະບານແຂວງສະຫວັນນະເຂດ ແລະ ພະແນກແຮງງານຮ່ວມໃຈສົ່ງຕໍ່ເຄື່ອງບັນເທົາທຸກ ໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ

ເພື່ອເປັນການສະແດງເຖິງຄວາມເປັນຮ່ວງເປັນໃຍ ຕໍ່ຊີວິດການເປັນຢູ່ຂອງຜູ້ຕິດເຊື້ອພະຍາດໂຄວິດ 19 ເວົ້າລວມ ເວົ້າສະເພາະກໍ່ຄືແຮງງານເຄື່ອນຍ້າຍທີ່ຖືກກັກກັນ 14 ວັນ ຢູ່ພາຍໃນສູນຕ່າງໆໃນທົ່ວແຂວງສະຫວັນນະເຂດ

ສະຫະພັນກຳມະບານແຂວງສະຫວັນນະເຂດ ແລະ ພະແນກແຮງງານສະຫວັດດີການສັງຄົມແຂວງ ໄດ້ມີການຮ່ວມແຮງຮ່ວມໃຈກັນຂົນເຄື່ອງບັນເທົາທຸກ ທີ່ໄດ້ມາຈາກການຊ່ວຍເຫຼືອຂອງ ອົງການແຮງງານສາກົນ ILO ( ໄອໂລ ) ແລະ ອົງການສະຫະປະຊາຊາດເພື່ອແມ່ຍິງ ( UN Women ) ລວມມູນຄ່າການຊ່ວຍເຫຼືອ 141 ລ້ານກວ່າກີບ…ອ່ານຕໍ່

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.