Microsoft ຈະຢຸດການສະໜັບສະໜູນ OneDrive ໃນ Windows 7, 8, 8.1

ໃນວັນທີ 1 ມັງກອນ 2022 ທາງ Microsoft ຈະຢຸດການອັບເດດແອັບພິເຄຊັນ OneDrive ໃນອຸປະກອນ Windows 7, Windows 8 ແລະ Windows 8.1 ອີກຕໍ່ໄປ ເຊິ່ງແອັບພິເຄຊັນ OneDrive ຈະຢຸດຊິງຂໍ້ມູນກັບລະບົບຄຣາວ (Cloud) ໃນວັນທີ 1 ມີນາ 2022

ຫຼັງວັນທີ 1 ມີນາ 2022 ເອກະສານສ່ວນບຸກຄົນຈະບໍ່ຊິງຂໍ້ມູນອີກຕໍ່ໄປ ແລະຫາກໃຜທີ່ຍັງຕ້ອງການ ຫຼືຈໍາເປັນໃຊ້ງານ OneDrive ໃນ Windows ເກົ່າເຫຼົ່ານີ້ ແມ່ນໃຫ້ເຂົ້າເຖິງຂໍ້ມູນໂດຍກົງເທິງເວັບໄຊ, ໂດຍທາງ Microsoft ກໍ່ໄດ້ແນະນຳໃຫ້ອັບເກດລະບົບປະຕິບັດການໃຫ້ເປັນ Windows 10 ຫຼື Windows 11 ເພື່ອຫຼີກລ້ຽງການຢຸດການເຮັດວຽກຂອງລະບົບ

ສຳລັບເຄື່ອງທີ່ບໍ່ຕົງຕາມຄວາມຕ້ອງການຂອງລະບົບສຳລັບການອັບເດດລະບົບປະຕິບັດການ Windows 10 ແລະ Windows 11 ເຈົ້າສາມາດສຳຮອງແລະປ້ອງກັນຂໍ້ມູນໄດ້ໂດຍການອັບໂຫລດໄປເຂົ້າ OneDrive ເທິງເວັບໄຊດ້ວຍຕົນເອງແລະແກ້ໄຂການເຂົ້າເຖິງ ເພື່ອຈະສາມາດໃຊ້ງານຂໍ້ມູນໄດ້ຕໍ່ໄປ

ທັງນີ້ Microsoft ກໍ່ຕ້ອງການທີ່ຈະເນັ້ນພັດທະນາຊັບພະຍາກອນ ແລະລະບົບປະຕິບັດການໃຫມ່ໆ ແລະເພື່ອໃຫ້ຜູ້ໃຊ້ໄດ້ຮັບປະສົບການທີ່ທັນສະໄຫມ ພ້ອມກັບມີຄວາມປອດໄພທີ່ສຸດ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...