ເຕັກໂນໂລຊີ ກໍ່ເປັນສາເຫດເຮັດໃຫ້ເກີດບັນຫາສຸຂະພາບໄດ້

ເຕັກໂນໂລຊີ ເປັນສິ່ງຈຳເປັນໃນຊີວິດປະຈຳວັນ ບໍ່່ວ່າຈະເປັນ ໂທລະສັບ, ຄອມພິວເຕີ ລວມໄປເຖິງອຸປະກອນອີເລັກໂທນິກອ້ອມໂຕເຮົາ ກໍ່ກາຍເປັນໄພທີ່ທຳຮ້າຍຮ່າງກາຍຂອງເຮົາໄດ້

ອາການກ່ຽວກັບດວງຕາ

ເປັນອາການທີ່ພົບໂດຍທົ່ວໄປ ໂດຍສະເພາະແສງສີຟ້າທີ່ຢູ່ໃນມືຖື ຄົນສ່ວນຫຼາຍໃຊ້ງານມືຖືຫຼາຍຊົ່ວໂມງຕິດຕໍ່ກັນ ເຊິ່ງບໍ່ອາດຮູ້ເລີຍວ່າ ແສງສີຟ້າຈາກຈໍເປັນແສງທີ່ມີພະລັງງານສູງ ເຊິ່ງໃຫ້ຄຽງກັບແສງຢູວີ (UV) ເປັນແສງທີ່ສາມາດເຂົ້າສູ່ປະສາດຕາໄດ້ງ່າຍ

ບາງຄົນກໍ່ອາດໃຊ້ງານຫຼາຍຈົນເກີນໄປ ເຊິ່ງພາໃຫ້ເກີດອາການເຈັບຕາ, ຕາແຫ້ງ, ຄັນຕາ ແລະບາງຄ້ັ້ງກໍ່ເກີດອາການຕາມົວເບິ່ງບໍ່ແຈ້ງ ຖ້າເຖິງຂັ້ນຮ້າຍແຮງກໍ່ອາດຈະເຮັດໃຫ້ເປັນໂລກຈໍປະສາດຕາເສື່ອມ, ສາຍຕາເສື່ອມ ຫຼືສາຍຕາສັ້ນທຽມໄດ້ ສະນັ້ນຄວນພັກສາຍຕາຢູ່ບາງຄັ້ງຄາວ ບໍ່ຄວນໃຊ້ງານສາຍຕາຫຼາຍຈົນເກີນໄປໃນແຕ່ລະວັນ

ອາການປວດເມື່ອຍກ້າມເນື້ອ

ເປັນອາການທີ່ເກີດຈາກການໃຊ້ງານອຸປະກອນເຕັກໂນໂລຊີຢູ່ຕະຫຼອດ ເຊິ່ງຈະທັກເກີດອາການນິ້ວລ໋ອກ, ປວດຄໍ, ປວດຫຼັງ, ປວດບ່າ ເຊິ່ງເປັນຍ້ອນການນັ່ງຫຼືນອນຫຼິ້ນໃນທ່າທີ່ບໍ່ເໝາະສົມເຊັ່ນ ການຖືໂທລະສັບດ້ວຍທ່າທາງທີ່ງໍແຂນ 90 ອົງສາດົນເກີນໄປ

ແລະການໃຊ້ງານຊໍ້າໆ ເປັນປະຈຳກໍ່ເປັນສາເຫດທີ່ເຮັດມີອາການເຈັບຂໍ້ຕ່າງໆ, ມີອາການອ່ອນແຮງ ອາດລວມໄປເຖິງກະດູກເຊື່ອມໄດ້

ໂລກກ່ຽວກັບລະບົບທາງເດີນອາຫານ ແລະລະບົບຂັບຖ່າຍ

ນອກຈາກພຶດຕິກຳໃນການຕິດໂທລະສັບ ຫຼືອຸປະກອນອີເລັກໂທນິກຕ່າງໆ ກໍ່ຍັງມີໂອກາດທີ່ຈະເກີດອາການກ່ຽວກັບລະບົບທາງເດີນອາການແລະລະບົບຂັບຖ່າຍເຊັ່ນ ການກິນອາຫານບໍ່ຕົງເວລາ ກິນແຕ່ອາຫານທີ່ບໍ່ມີປະໂຫຍດ ບໍ່ອອກກຳລັງກາຍ ເຊິ່ງອາການເຫຼົ່ານີ້ເກີດກັບຜູ້ທີ່ມັກແຊ່ຫຼິ້ນແຕ່ໂທລະສັບດົນໆ

ໂລກອ້ວນ

ພຶດຕະກຳໃນການໃຊ້ງານຢູ່ໜ້າຈໍໝົດມື້ ເປັນສາເຫດໃນການເກີດພາວະຂາດສານອາຫານ ເພາະມີຄວາມເປັນໄປໄດ້ທີ່ພວກເຂົາຈະຫຼິ້ນໂທລະສັບໝົດມື້ໂດຍທີ່ບໍ່ສໄນໃຈເວລາ ແລະການກິນອາຫານ ຫຼືຖ້າກິນກໍ່ມັກຈະກິນແຕ່ອາຫານປະເພດສຳເລັດຮູບ ເຊິ່ງບໍ່ມີປະໂຫຍດຕໍ່ຮ່າງກາຍ

ການເຂົ້າສັງຄົມ ແລະ ສະພາບຈິດໃຈ

ຄວາມຜິດປົກກະຕິທາງາະພາບຈິດໃຈ ກໍ່ມີສາເຫດມາຈາກການໃຊ້ງານສື່ສັງຄົມຕ່າງໆ ເຊິ່ງມີຜົນຢ່າງຫຼວງຫຼາຍຖ້າບໍ່ລະມັດລະວັງ ຫຼືຂາດການຄວບຄຸມ ແຕ່ຖ້າໃຊ້ໃນທາງທີ່ເໝາະສົມກໍ່ມີຜົນດີເຊັ່ນກັນ ການທີ່ຢູ່ກັບໜ້າຈໍຫຼາຍເກີນໄປອາດເຮັດໃຫ້ເຈົ້າພົບປະສັງສັນໜ້ອລົງ ເຊິ່ງຈະເຮັດໃຫ້ການເຂົ້າຫາສັງຄົມເປັນເລື່ອງທີ່ຢາກ ແລະການໂອ້ລົງຫຼຸດໜ້ອຍລົງ ເຊິ່ງຈະເຮັດໃຫ້ມີບັນຫາເວລາທີ່ຕ້ອງສື່ສານກັບຄົນອື່ນ

ຢ່າລືມຮັກສາສຸຂະພາບຢູ່ເລື້ອຍໆ ຄວນໃຊ້ງານເຕັກໂນໂລຊີໃຫ້ມີປະໂຫຍດ ແລະໃຊ້ງານແບບທີ່ບໍ່ທຳຮ້າຍສຸຂະພາບຂອງເຮົາ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...