ຄູ່ມືແນະນຳຜູ້ຕິດເຊື້ອໂຄວິດ-19 ອາການເບົາບາງ ສຳລັບການຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ຢູ່ຊູມຊົນ

ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)ໃນປະຈຸບັນແມ່ນ ຍັງສຶບຕໍ່ແຜ່ຂະຫຍາຍເປັນວົງກ້ວາງ ເຮັດໃຫ້ອັດຕາການຕິດເຊື້ອ ແລະ ເສຍຊີວິດ ເພີ້ມຂຶ້ນຢ່າງໄວວາ

ສປປ ລາວ ກໍເປັນປະເທດໜຶ່ງທີ່ກຳລັງປະເຊີນກັບສະພາບການລະບາດຂອງພະຍາດ COVID-19 ເຊິ່ງເຮັດໃຫ້ມີຜົນກະທົບ ຕໍ່ສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າສົ່ງຜົນສະທ້ອນຕໍ່ການພັດທະນາ ເສດຖະກິດ ສັງຄົມຂອງຊາດ ຢ່າງຮ້າຍແຮງຕໍ່ບັນຫາດັ່ງກ່າວ ພັກ ແລະ ລັດຖະບານ ໄດ້ກຳນົດ ແລະ ວາງມາດຕະການໃນການຮັບມື ເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດ ບໍ່ວ່າຈະເປັນມາດຕະການດ້ານສາທາລະນະສຸກ ແລະ ສັງຄົມ ແຕ່ເຖິງຢ່າງໃດກໍ່ຕາມ, ອີງໃສ່ການພັດທະນາຂອງພະຍາດ ແລະ ຄວາມຮ້າຍແຮງໃນການແຜ່ກະຈາຍເຊື້ອເຮັດໃຫ້ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຮຸນແຮງ ທັງຈາກກໍລະນີນຳເຂົ້າ ແລະ ການຕິດເຊື້ອໃນຊຸມຊົນ, ດັ່ງນັ້ນ, ຕໍ່ກັບການຮັບມື ການລະບາດເຫັນໄດ້ວ່າບໍ່ແມ່ນພຽງແຕ່ຄວາມຮັບຜິດຊອບທາງດ້ານວິຊາການ ແຕ່ຄວາມເປັນເຈົ້າການຂອງທຸກພາກສ່ວນ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈິ່ງມີຄວາມສໍາຄັນຫຼາຍເພື່ອຕິດຕາມ, ກວດກາ ແລະ ປະສານງານຢ່າງໄກ້ຊິດ ແລະ ທັນການ.

ໃນຂະນະທີ່ລັດຖະບານພວມສືບຕໍ່ພັດທະນາຂີດຄວາມສາມາດ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດ COVID-19 ຢູ່ ໃນບັນດາໂຮງໝໍ ແລະ ສະຖານທີ່ແຍກປ່ຽວ ເພື່ອຕິດຕາມ ແລະ ໃຫ້ການປິ່ນປົວ, ແຕ່ຖ້າຈຳນວນຜູ້ຕິດເຊື້ອຍັງຈະສືບຕໍ່ເພີ່ມຂຶ້ນ ອາດເປັນສິ່ງທ້າທາຍຕໍ່ສະຖານທີ່ບໍລິການປິ່ນປົວເຫຼົ່ານັ້ນ ແລະ ມີຄວາມຈໍາເປັນຕ້ອງໄດ້ພິຈາລະນາຮູບແບບການຕິດຕາມ ສຸຂະພາບຜູ້ຕິດເຊື້ອຢູ່ເຮືອນ ໂດຍອີງໃສ່ສະພາບຂອງຜູ້ຕິດເຊື້ອ ແລະ ເງື່ອນໄຂຂອງສະຖານທີ່ທີ່ຕິດຕາມຢ່າງເໝາະສົມ

ຄູ່ມືແນະນໍາສໍາລັບການຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ຊຸມຊົນສໍາລັບຜູ້ຕິດເຊື້ອພະຍາດ COVID-19 ທີ່ບໍ່ມີອາການ ຫຼື ມີອາການເບົາບາງ ໄດ້ສ້າງຂຶ້ນເພື່ອເປັນບ່ອນອີງ ໃຫ້ບັນດາແຂວງ ແລະ ເມືອງ ໃນການຈັດຕັ້ງປະຕິບັດການຮອງຮັບໃນກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຫຼາຍເກີນຂີດຄວາມສາມາດໃນການຮອງຮັບຢູ່ໃນສະຖານທີ່ບໍລິການ ປິ່ນປົວ ເຊິ່ງມີຈຸດປະສົງ ໃຫ້ຜູ້ໃຫ້ບໍລິການ ດ້ານສາທາລະນະສຸກ, ຜູ້ຊ່ຽວຊານດ້ານອື່ນໆ, ອາສາສະໝັກ, ສະມາຊິກຄອບຄົວ ທີ່ຕ້ອງການຕິດຕາມສຸຂະພາບຜູ້ຕິດເຊື້ອພະຍາດ COVID-19 ຢູ່ເຮືອນ. ເນື້ອໃນຄູ່ມືແມ່ນໄດ້ແນະນຳກ່ຽວກັບ:

  1. ຜູ້ທີ່ສາມາດຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ການຈັດບຸລິມະສິດ ຜູ້ທີ່ຄວນໄດ້ຮັບການຕິດຕາມ ແລະ ປິ່ນປົວຢູ່ໃນໂຮງໝໍ ແລະ ໂຮງໝໍພາກສະໜາມ
  2. ວິທີຕິດຕາມສຸຂະພາບຮ່າງກາຍ ແລະ ຈິດໃຈຂອງຜູ້ຕິດເຊື້ອ
  3. ວິທີປ້ອງກັນສະມາຊິກໃນຄອບຄົວ ເພື່ອບໍ່ໃຫ້ມີການຕິດເຊື້ອພະຍາດເພີ່ມ
  4. ເວລາ ໃດທີ່ຄວນຕິດຕໍ່ຫາສະຖານທີ່ປິ່ນປົວ ໃນການນໍາສົ່ງຜູ້ຕິດເຊື້ອເພື່ອປ້ອງກັນການຊັກຊ້າໃນການຊ່ວຍເຫຼືອ

ພວກເຮົາເຊື່ອວ່າການມີຂໍ້ມູນທີ່ຖືກຕ້ອງກ່ຽວກັບການຕິດຕາມສຸຂະພາບຜູ້ຕິດເຊື້ອ ຈະປະກອບສ່ວນຊ່ວຍປ້ອງ ກັນການຈຳແນກລັງກຽດ ຜູ້ທີ່ຕິດເຊື້ອ. ດັ່ງນັ້ນ, ພວກເຮົາຫວັງວ່າຄູ່ມືນີ້ ຈະກະຕຸ້ນຊຸມຊົນໃຫ້ການສະໜັບສະໜູນ ທາງດ້ານ ຈິດໃຈແກ່ຜູ້ຕິດເຊື້ອ ແລະ ຄອບຄົວ ໂດຍຜ່ານຄວາມຮັບຮູ້ທີ່ຖືກຕ້ອງ ແລະ ບໍ່ມີການຈໍາແນກລັງກຽດເຊີ່ງກັນ ແລະ ກັນໃນ ສັງຄົມ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...