ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 19 ພະຈິກ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ຍັງບໍ່ມີເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໄວຊະນິດໃດທີ່ໃຫ້ຜົນຖືກຕ້ອງ 100%

ມີພໍ່ແມ່ປະຊາຊົນຈໍານວນບໍ່ໜ້ອຍທີ່ພາກັນໄປຊື້ຊຸດເຄື່ອງກວດແບບໄວດ້ວຍຕົນເອງທີ່ໂຄສະນາຂາຍຢູ່ຕາມສື່ສັງຄົມອອນລາຍຕ່າງໆ ຊຶ່ງຊຸດເຄື່ອງກວດດັ່ງກ່າວແມ່ນບໍ່ໄດ້ຍອມຮັບ ແລະ ອະນຸມັດຈາກກະຊວງສາທາລະນະສຸກ

ປັດຈຸບັນຍັງບໍ່ມີເຄື່ອງກວດຍີ່ຫໍ້ໃດທີ່ໃຫ້ຜົນຖືກຕ້ອງ 100% ໝາຍຄວາມວ່າສາມາດໃຫ້ຜົນທີ່ຜິດພາດໄດ້ສູງໂດຍສະເພາະຖ້າຜົນກວດເປັນລົບ, ເຖິງຈະໄດ້ກວດດ້ວຍຊຸດເຄື່ອງກວດແບບໄວມາແລ້ວກໍຕາມ ແຕ່ກໍຍັງມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການຕື່ມ…ອ່ານຕໍ່

ລັດຖະບານໄທ ເຫັນດີໃຫ້ແຮງງານລາວ, ກໍາປູເຈຍ ແລະ ມຽນມາ ສືບຕໍ່ເຮັດວຽກໃນປະເທດເປັນກໍລະນີພິເສດ

ສະຖານເອກອັກຄະລັດຖະທູດ ສປປລາວ ປະຈໍາຢູ່ນະຄອນຫຼວງບາງກອກ ປະເທດໄທໄດ້ແຈ້ງເຖິງກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເມື່ອມໍ່ໆມານີ້ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ລາວ, ກໍາປູເຈຍ ແລະ ມຽນມາ ທີ່ຍັງບໍ່ໄດ້ກັບຄືນມາປະເທດຕົນສາມາດສືບຕໍ່ຢູ່ເຮັດວຽກໃນປະເທດໄທ

ຕໍ່ກັບນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານໄທ ອອກມານັ້ນ ເປັນວິທີການແກ້ໄຂບັນຫາການຂາດ ແຄນແຮງງານຕ່າງປະເທດ, ໃນປັດຈຸບັນ ຕະຫຼາດແຮງງານຂອງໄທ ຕ້ອງການນຳໃຊ້ແຮງງານຈາກ 3 ສັນຊາດ: ກຳປູເຈຍ, ມຽນມາ ແລະ ລາວ ປະມານ 4 ແສນກວ່າຄົນ ເພື່ອສະໜອງເຂົ້າໃນຫົວໜ່ວຍທຸລະກິດ…ອ່ານຕໍ່

ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງແຂງແຮງດີ ແລະ ບໍ່ມີອາການອາດຈະໄດ້ປິ່ນປົວຢູ່ເຮືອນ

ກະຊວງສາທາລະນະສຸກ ໄດ້ວາງແຜນທິດທາງໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ຍັງແຂງແຮງດີ ແລະ ບໍ່ມີອາການຫຍັງ ອາດຈະອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້ ເພື່ອເອົາຕຽງໄວ້ໃຫ້ຜູ້ຕິດເຊື້ອທີ່ມີອາການຮ້າຍແຮງ.

ການອະນຸຍາດໃຫ້ປິ່ນປົວຢູ່ເຮືອນນັ້ນຈະມີທີມງານແພດໝໍສະເພາະເພື່ອເບິ່ງແຍງຜູ້ຕິດເຊື້ອໂດຍຜ່ານການຕິດຕໍ່ທາງໂທລະສັບສາຍດ່ວນ 164 ທີ່ເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ.. ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...