Sunday, March 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 20 ພະຈິກ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ສອງກອງທັບຈັດຕັ້ງ ການກວດແລະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນບ້ານລຽບຕາມຊາຍແດນ

ສອງກອງທັບປະຊາຊົນຫວຽດນາມ-ລາວ ໄດ້ຈັດພິທີກວດແລະສັກວັກຊີນກັນໂຄວິດ 19 ໃຫ້ປະຊາຊົນບ້ານຢູ່ລຽບຕາມຊາຍແດນລາວ-ຫວຽດນາມ ລະຫ່ວາງແຂວງສະຫວັນນະເຂດ ແລະ ແຂວງກວາງຈິ.ຝ່າຍ ສ.ສ ຫວຽດນາມ

ໄດ້ເປີດພິທີ ກວດຫາຕົວຢ່າງພ້ອມທັງສັກວັກຊີນຢ່າງເປັນຂະບວນ, ການສັກວັກຊີນຄັ້ງນີ້ແມ່ນຜູ້ທີ່ມີອາຍຸ16 ປີ ຂຶ້ນໄປພ້ອມທັງກວດຫາຕົວຢ່າງກ່ອນຈະຮັບວັກຊີນ,ໃນນີ້ມີຜູ້ເຂົ້າກວດທັງໝົດຈຳນວນ 148 ຄົນ,ພົບຜົນກວດບວກມີ 4 ຄົນ.ໄດ້ສັກວັກຊີນແອສຕາ ເຊເນກ້າ ເຂັມທີ 1 ໄດ້ 105 ຄົນ ແລະ ສັກເຂັມທີ2ໄດ້ 26 ຄົນ ,ສັກວັກຊີນຊີໂນພາມເຂັມທີ 2 ໄດ້ 3 ຄົນ…ອ່ານຕໍ່

ແຂວງຄໍາມ່ວນເກັບກ່ຽວຜົນຜະລິດພືດລະດູຝົນໄດ້ 81,70 %

ໃນລະດູຝົນປີ 2021 ນີ້ທົ່ວແຂວງມີເນື້ອທີ່ແຜນການຜະລິດພືດລະດູຝົນທັງໝົດ 6.175 ເຮັກຕາ,ຄາດຄະເນຜົນຜະລິດ 79.054 ໂຕນ , ໃນນັ້ນເນື້ອທີ່ແຜນການຜະລິດເປັນສະບຽງອາຫານ 2.575 ເຮັກຕາ

ລະດູຝົນປີ 2021 ໃນທົ່ວແຂວງແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນແຜນການປີ 5.274 ເຮັກຕາ ເທົ່າກັບ 185 % ຫຼື ເທົ່າກັບ 11.449 ເຮັກຕາ ( ເນື້ອທີ່ແຜນການ 6.175 ເຮັກຕາ ), ໃນນີ້ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 195 ເຮັກຕາ,ເນື້ອທີ່ຍັງເຫຼືອຈາກນໍ້າຖ້ວມ 11.254 ເຮັກຕາ . ປະຈຸບັນທົ່ວແຂວງສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ 9.195 ເຮັກຕາ ເທົ່າກັບ 81,70 %…ອ່ານຕໍ່

ປະຊາຊົນບ້ານທ່າແປ້ນອະນາໄມບໍລິເວນຕາດກວາງຊີ ເພື່ອຕ້ອນຮັບນັກທ່ອງທ່ຽວ

ການລະບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດເຮົາກໍ່ຄືຢູ່ແຂວງຫຼວງພະບາງ ເປັນຈຳນວນຫຼວງຫຼາຍ ແກ່ຍາວຫຼາຍເດືອນ, ເຮັດໃຫ້ສະຖານທີ່ ທ່ອງທ່ຽວຫລາຍແຫ່ງ ຖືກປິດບໍລິການ ລວມທັງຕາດກວາງຊີ ທີ່ຕັ້ງຢູ່ເມືອງມໍລະດົກໂລກຫຼວງພະບາງ, ມັນໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວແຫ່ງນີ້ ຊຸດໂຊມ

ເພື່ອເຮັດໃຫ້ຕາດກວາງຊີ ກັບມາມີຊີວິດຊີວາເໝືອນສອງປີຫຼັງ ແລະກຽມຕ້ອນຮັບນັກທ່ອງທ່ຽວພາຍຫຼັງໂຄວິດ ເບົາບາງລົງ. ພະແນກແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ເປັນຕົ້ນແມ່ນຂະແໜງການທ່ອງທ່ຽວ ຮ່ວມປະຊາຊົນບ້ານທ່າແປ້ນ ນະຄອນຫຼວງພະບາງ ໄດ້ພ້ອມກັນຂຶ້ນໄປອະນາໄມ ສວນອຸທິຍານ ນໍ້າຕົກຕາດກວາງຊີ ໂດຍໄດ້ເລັ່ງໃສ່ 5 ຈຸດໃຫຍ່…ອ່ານຕໍ່

ອົງການກວດກາລັດແຂວງຜົ້ງສາລີມອບເຄື່ອງຊ່ວຍເຫຼືອຄະນະສະເພາະກິດເມືອງໃໝ່

ອົງການກວດກາລັດແຂວງຜົ້ງສາລີ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະເມືອງໃໝ່ ເຊິ່ງປະກອບມີ: ນ້ຳດື່ມຈຳນວນ 100 ແພັກ, ໝີ່ໄວໆຈຳນວນ 20 ແກັດ ແລະເຈວລ້າງມື້ຈຳນວນ 9 ກ່ອງ

ເພື່ອເປັນການປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານຂອງຄະນະສະເພາະກິດຂັ້ນເມືອງ, ໃນການຄວບຄຸ້ມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ເມືຶອງໃໝ່ໃນປະຈຸບັນ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່