ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 27 ພະຈິກ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ພະຈິກ 2021ນີ້ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນເຕີບໂຕຮ່ວມກັນ”

ກອງປະຊຸມຄັ້ງນີ້ ໄດ້ຍົກເອົາຫຼາຍຫົວຂໍ້ຂຶ້ນມາປຶກສາຫາລືຮ່ວມກັນ ໂດຍສະເພາະ ບັນດາຜູ້ນໍາ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ…ອ່ານຕໍ່

ປະເທດລາວຫຼຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາ

ເສດຖະກິດ-ສັງຄົມ ໃນຫົວຂໍ້ທີ 9 ວ່າດ້ວຍຮ່າງຍັດຕິ ສະບັບເລກທີ A/76/L.6/Rev ວ່າດ້ວຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ປະເທດ ບັງກລາເດັດ, ສປປ ລາວ ແລະ ເນປານ (Graduation of Bangladesh, Lao PDR and Nepal from the Least Developed Country Category)

ຊຶ່ງຍັດຕິດັ່ງກ່າວ ແມ່ນສະເໜີໂດຍ ຫ້ອງການຜູ້ຕາງໜ້າຂັ້ນສູງສໍາລັບກຸ່ມປະເທດ LDCs, LLDCs & SIDS (OHRLLS) ໂດຍຜ່ານ ກຳມະການເສດຖະກິດ ແລະ ການເງິນ (ກຳມະການ 2) ຂອງສະມັດຊາໃຫຍ່, ຊຶ່ງມີເນື້ອໃນ ຮັບຮອງຜົນການປະເມີນຂອງ ຄະນະກຳມະການນະໂຍບາຍເພື່ອການພັດທະນາ (CDP) ໃນເດືອນ ກຸມພາ 2021…ອ່ານຕໍ່

ລະບົບຄວບຄຸມທາງລົດໄຟລາວ-ຈີນແມ່ນລະ ບົບດຽວກັນກັບທີ່ຢູ່ປະເທດຈີນ

ວິສະວະກອນຈີນດ້ານສື່ສານສັນຍານການບໍລິການທາງລົດໄຟລາວ-ຈີນ ຢືນຢັນວ່າ: ລະບົບການສື່ສານທາງລົດໄຟທີ່ນຳໃຊ້ໃນໂຄງການລົດໄຟລາວ-ຈີນ ເປັນລະບົບສັນຍານຄຸນນະພາບສູງເພື່ອຄວບຄຸມການໃຊ້ງານ ແລະ ຄວາມປອດໄພຊຶ່ງເປັນລະບົບດຽວກັນທີ່ໃຊ້ຢູ່ປະເທດຈີນ

ທ່ານຖາງເວິນສີ ວິສະວະກອນໃຫຍ່ດ້ານສື່ສານສັນຍານການບໍລິການທາງ ລົດໄຟລາວ-ຈີນໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ເມື່ອມໍ່ມານີ້ໃນລະຫວ່າງການຢ້ຽມຢາມສະຖານີລົດໄຟວ່າ: ປະຈຸ​ບັນນີ້, ບໍລິສັດ​ຂອງ​ພວກ​ເຮົາໄດ້​ສຳ​ເລັດ​ໃນ​ການ​ສ້າງ​ລະບົບ​ຄົມມະນາຄົມ​ທາງ​ລົດ​ໄຟ ຊຶ່ງ​ເປັນ​ຫົວ​ໃຈ​ຂອງ​ການ​ຄວບ​ຄຸມ​ການ​ແລ່ນ​ລົດ​ໄຟ​ໂດຍ​ເຄືອ​ຂ່າຍ​ສື່ສານ ​ແລະ ​ສາຍ​ໄຟ​ເບີ​ໃຍ​ແສງ​ເພື່ອ​ສົ່ງ​ຂໍ້​ມູນ​ດິຈິ​ຕອນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...