ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 4 ທັນວາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ຟັງຢໍ້າຄືນສູນທອນພົດ ຈາກປະທານປະເທດ ແຫ່ງ ສປປ ລາວ ໃນວັນຊາດ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີ ທີ່ຜ່ານມາ ທ່ານກໍ່ໄດ້ກ່າວສຸນທອນພົດ

ເຊິ່ງໃນເນື້ອໃນທີ່ທ່ານໄດ້ກ່າວກໍ່ໄດ້ມີປະໂຫຍກໜຶ່ງທີ່ສະແດງເຖິງໃຫ້ເຫັນເຖິງຄວາມເປັນລາວໄວ້ດັ່ງນີ້: “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ…ອ່ານຕໍ່

ມາຮູ້ຈັກ! ກັບຊຸດປະຈຳຊາດຂອງປະເທດລາວ

ມາເບິ່ງຊຸດປະຈຳຊາດທີ່ກຳນົດໄວ້ໃນ ດໍາລັດວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ ໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດນີ້ໃນວັນທີ 1 ທັນວາ ທີ່ຜ່ານມາ

ຊຶ່ງດໍາລັດດັ່ງກ່າວຈະກໍານົດອົງປະກອບມາດຕະຖານຂອງຊຸດເຄື່ອງນຸ່ງປະຈໍາຊາດ ເພື່ອໃຫ້ມີຄວາມເປັນເອກະພາບ, ຮັກສາໄດ້ລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າແນໃສ່ອະນຸລັກສືບທອດຮີດຄອງປະເພນີ…ອ່ານຕໍ່

3 ເດືອນຜ່ານມາ ເຈົ້າໜ້າທີ່ຕໍາຫຼວດຢຶດຢາບ້າ 10.000 ກວ່າ ກິໂລກຣາມ

ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສາມາດມ້າງຄະດີຢາເສບ ຕິດ ໃນຂອບເຂດທົ່ວປະເທດໄດ້ 1.106 ເລື່ອງ ເຊິ່ງຢຶດຢາບ້າໄດ້ 101.586.361 ເມັດ ເທົ່າກັບ 10.158,63 ກິໂລກຣາມ

ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ຍັງໄດ້ໃຫ້ຮູ້ອີກວ່າ ເມື່ອບໍ່ດົນມານີ້ໃນໄລຍະ 3 ເດືອນຜ່ານມາ ຍັງສາມາດຈັບຜູ້ຕ້ອງຫາ ໄດ້ 1.562 ຄົນ ແລະຕ່າງ​ປະເທດ​ 42 ຄົນ​…ອ່ານຕໍ່

ອາເມລິກາ ມອບເຄື່ອງບໍລິໂພກໃຫ້ລາວ ສຳລັບນັກຮຽນ 718 ແຫ່ງ

ກະຊວງກະສິກໍາ ອາເມຣິກາໄດ້ມອບເຄື່ອງບໍລິໂພກປະກອບມີເຂົ້າສານທີ່ເສີມວິຕາມິນ ແລະ ທາດບໍາລຸງ ຈໍານວນ 1.300 ໂຕນ ເຊິ່ງຍັງມີຖົ່ວເລນເທວ 230 ໂຕນ, ປາກະປ໋ອງຈໍານວນ 130 ໂຕນ ແລະ ນໍ້າມັນທີ່ມີທາດບໍາລຸງ ສໍາລັບປຸງແຕ່ງອາຫານ 110 ໂຕນ ສໍາລັບນັກຮຽນໂຮງຮຽນຊັ້ນປະຖົມ 718 ແຫ່ງ

ເຊິ່ງມີ 18 ເມືອງບູລີມະສິດ ທີ່ໄດ້ຮັບການຄັດເລືອກຈາກກະຊວງສຶກສາທິການ ແລະ ກິລາໂດຍຈະມີນັກຮຽນ 63.000 ຄົນ ໃນທົ່ວປະເທດໄດ້ເຂົ້າເຖິງເຄື່ອງຊ່ວຍເຫຼືອດັ່ງກ່າວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...