ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 4 ທັນວາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສສ ຫວຽດນາມ ມອບອຸປະກອນການແພດໃຫ້ການນຳເມືອງເຊໂປນ

ທີ່ດ່ານສາກົນ ແດນສະຫວັນ-ລາວບາວ ການນຳເມືອງເຮືອງຮົວ ແຂວງກວາງຈິ ສສ ຫວຽດນາມ ໄດ້ມອບອຸປະກອນການແພດເຂົ້າໃນການຮັບໃຊ້ວຽກງານ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ໃຫ້ການນຳເມືອງເຊໂປນ ແຂວງສະຫວັນນະເຂດ

ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຊຸດ ພີພີອີ ຈຳນວນ 550 ຊຸດ, ຜ້າອັດປາກ-ດັງ 5 ຊັ້ນ ຈໍານວນ 266 ກັບ, ຜ້າອັດປາກ-ດັງ 4 ຊັ້ນ ຈຳນວນ 66 ກັບ, ນໍ້າຢາຂ້າເຊື້ອ 60 ຕຸກ, ກຼໍຣົວ 172 ກິໂລ, ຈັກພົ່ນຢາຂ້າເຊື້ອ 2 ເຄື່ອງ ແລະ ເຄື່ອງວັດແທກອຸນຫະພູນ 2 ອັນ…ອ່ານຕໍ່

ສະມາຄົມເພື່ອການສະໜັບສະໜູນ ແຂວງຫຼວງພະບາງ ລົງຊຸກຍູ້ຄອບຄົວຜູ້ພິການ 143 ບ້ານ

ຫ້ອງວ່າການເມືອງ ຈອມເພັດ ແຂວງ ຫຼວງພະບາງ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະອຸປະກອນທີ່ຈຳເປັນຈໍານວນໜຶ່ງ ໄປມອບໃຫ້ກັບຄອບຄົວຜູ້ພິການທີ່ຂາດເຂີນ ແລະ ຄອບຄົວດ້ອຍໂອກາດ 143 ຄອບຄົວ ແລະ 10 ບ້ານຕາມເປົ້າໝາຍ

ສະເພາະເຄື່ອງທີ່ມອບໃຫ້ກັບສູນກັກກໍຈະມີໄວ້ໃຊ້ໃນການປ້ອງກັນພະຍາດໂຄວິດ-19 ເຊັ່ນ ຊຸດ PPE, ເຈວລ້າງມື ແລະຜ້າອັດດັງອັດປາກ ທັງນີ້ກໍເພື່ອເປັນການບັນເທົາທຸກ ໃນການດໍາລົງຊີວິດ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ…ອ່ານຕໍ່

ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ຊ່ວຍເຫຼືອແຂວງຕ້ານການລະບາດພະຍາດໂຄວິດ-19

ໃນວັນທີ 30 ພະຈິກ 2021 ທີ່ຜ່ານມາ ທ່ານ ລີຈື່ກົງ ຫົວໜ້າ ສະຖານກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ໄດ້ຕາງໜ້າລັດຖະບານ ສປ ຈີນ ມອບວັກຊີນຊີໂນຟາມ (Sinopharm) ປ້ອງກັນພະຍາດໂຄວິດ-19 ຈຳນວນ 149.600 ໂດສ ແລະ ອຸປະກອນການແພດເພື່ອຊ່ວຍເຫຼືອແຂວງຫຼວງພະບາງຕ້ານການລະບາດພະຍາດ ໂຄວິດ-19 ເຊິ່ງກ່າວຮັບໂດຍທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຄວບຄຸມໂຄວິດ-19 ຂອງແຂວງ…ອ່ານຕໍ່

ທ່າຝຣັ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງແຂວງຄໍາມ່ວນ

อาจเป็นรูปภาพของ ธรรมชาติ และ แหล่งน้ำ

ທ່າຝຣັ່ງແຫ່ງນີ້ພາຍຫຼັງທີ່ພັດທະນາແລ້ວໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ແຕ່ປັດຈຸບັນ ສະຖານະການຂອງການລະບາດພະຍາດໂຄວິດ-19 ຍັງຄົງເຮັດໃຫ້ນັກທ່ອງທ່ຽວຫຼຸດລົງຢ່າງຫຼວງຫຼາຍ

ທ່າຝຣັ່ງວັງສີຄາມ ແມ່ນວັງນໍ້າແຫ່ງໜຶ່ງໃນສາຍນໍ້າໂດນຊຶ່ງນອນຢູ່ໃນເຂດບ້ານສອງຄອນກັບບ້ານທອກ, ຫ່າງຈາກຕົວເມືອງທ່າແຂກປະມານ 18 ກິໂລແມັດ ຫາກສະຖານະການຍັງຄົງມີການລະບາດຂອງພະຍາດໂຄວິດ-19 ຄາດວ່າຈະຍັງບໍ່ມີນັກທ່ອງທ່ຽວຫຼາຍເທົ່າກັບທີ່ຜ່ານໆມາ…ອ່ານຕໍ່

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...