Wednesday, March 26, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 11 ທັນວາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

9 ເຄື່ອງໝາຍທີ່ສໍາຄັນ ຂອງໂລໂກ້ໃໝ່ກະຊວງການເງິນ

ກະຊວງການເງິນ ເຫັນດີຮັບຮອງເອົາຄວາມໝາຍ ແລະ ຮູບແບບເຄື່ອງໝາຍ (ໂລໂກ້) ຂອງກະຊວງການເງິນ​ ໃໝ່ ໂດຍອີງໃສ່ຕາມຂໍ້ຕົກລົງຮັບຮອງເອົາເຄື່ອງໝາຍ ໂລໂກ້ ສະບັບເລກທີ 2858/ກງ, ລົງວັນທີ 7 ກໍລະກົດ 2021

ເຊິ່ງ 9 ຈຸດເຄື່ອງໝາຍທີ່ສໍາຄັນປະກອບມີ: ຮູບທຸງຊາດລາວ ໝາຍເຖິງປະເທດລາວ, ຮູບວົງກົມສີຄຳອ້ອມຮອບ ໝາຍເຖິງຍຸດທະສາດດ້ານການເງິນ, ຮູບຮວງເຂົ້າ ໝາຍເຖິງກຳລັງແຮງໃນການຜະລິດກະສິກຳ, ພື້ນສີເງິນ ໝາຍເຖິງການຮ່ວມມືດ້ານການເງິນ ກັບພາກພື້ນ ແລະ ສາກົນ…ອ່ານຕໍ່

ຄະນະສະເພາະກິດ ຮັບຮອງແຜນເປີດເຂດທ່ອງທ່ຽວສີຂຽວ ເລີ່ມເດືອນມັງກອນ 2022

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກຂໍ້ຕົກລົງ ເມື່ອບໍ່ດົນມານີ້ ວ່າດ້ວຍການຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ພາຍໃນເດືອນ ມັງກອນ 2022

ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ສາມາດເຂົ້າມາໃນເຂດທ່ອງທ່ຽວສີຂຽວ ຕ້ອງໄດ້ຮັບການສັກວັກຊີນຄົບໂດສ ຢ່າງໜ້ອຍ 14 ວັນກ່ອນການເດີນທາງ; ນັກທ່ອງທ່ຽວຕ່າງປະເທດ ຕ້ອງສະໝັກບັດຜ່ານເຂດທ່ອງທ່ຽວສີຂຽວ ໂດຍປະກອບຂໍ້ມູນ (Up Load) ຕ່າງໆໃສ່ແບບຟອມອອນລາຍ ຈາກເວັບໄຊທາງການ eVisa ແລະ ຕ້ອງກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ຢ່າງໜ້ອຍ 72 ຊົ່ວໂມງ ກ່ອນເດີນທາງ…ອ່ານຕໍ່

ປີ 2021 ແມ່ຍິງລາວຖືກເຄາະຮ້າຍຈາກການ ໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດ 80 ຄົນ

ໃນປີ 2021 ໄດ້ໃຫ້ການຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ ຄວາມຮຸນແຮງ ແລະ ຄ້າມະນຸດ ລວມທັງໝົດ 80 ຄົນ, ໃນນີ້ຜູ້ຖືກເຄາະຮ້າຍທີ່ອາຍຸຕໍ່າກວ່າ 18 ປີ ມີ 59 ຄົນ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນພຶດຕິກໍາທີ່ເຮັດໃຫ້ເກີດ ຫຼື ຈະເຮັດໃຫ້ເກີດອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງ ທາງດ້ານຮ່າງກາຍ, ທາງຈິດໃຈ, ທາງເພດ, ຊັບສິນ ຫຼື ເສດຖະກິດ ໂດຍບໍ່ອ້າງອີງເຖິງຮີດຄອງປະເພນີ ຫຼື ຄວາມເຊື່ອຖື ເປັນເຫດຜົນໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະມາຊິກໃນຄອບຄົວ ຫຼື ບູກຄົນອື່ນກໍ່ຕາມ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ