Wednesday, April 29, 2026
Kbank Laos โอน รับ จ่าย
-->

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 11 ທັນວາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ການລ້ຽງໝູ ປີນີ້ແມ່ນຢູ່ໃນຊ່ວງວິກິດ ຍ້ອນພິດຂອງການແຜ່ລະບາດພະຍາດໂຄວິດ-19

ທ່ານ ນາງ ສົມດີ ໄຊຍະເສນ ຊາວກະສິກອນບ້ານວັງໄຮ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ສໍາລັບການລ້ຽງໝູປີ 2021 ເວົ້າໄດ້ວ່າເປັນໄລຍະທີ່ຝືດເຄືອງຫຼາຍ ເນື່ອງຈາກວ່າລາຄາຂາຍໃຫ້ກັບພໍ່ຄ້າ-ແມ່ຄ້າ ພຽງແຕ່ກິໂລລະ 18 ພັນກີບ ເທົ່ານັ້ນ, ທຽບໃສ່ປີຜ່ານມາລາຄາໝູກິໂລລະ 25 ພັນກີບ

ທ່ານ ນາງ ສົມດີ ໄຊຍະເສນ ຍັງໃຫ້ຮູ້ຕື່ມອີກວ່າ: ຖ້າຫາກປີໜ້າລາຄາໝູຍັງຕໍ່າແມ່ນຈະໄດ້ຢຸດເຊົາລ້ຽງໝູ ຊົ່ວຄາວ ແລະ ມາລົງທຶນໃສ່ການປູກອ້ອຍແທນ ເນື່ອງຈາກວ່າລາຄາຕົ້ນທຶນໃນການລ້ຽງໝູມີສູງ ລາຄາຂາຍໝູຊໍ້າພັດຕໍ່າ ສະເລ່ຍໝູຊຸດໜຶ່ງກິນອາຫານ 10 ລ້ານກີບ ແຕ່ເວລາຂາຍໄດ້ກໍາໄລພຽງແຕ່ລ້ານກວ່າກີບ…ອ່ານຕໍ່

ຄວາມເປັນມາກ່ຽວກັບແຮງງານເດັກໃນ ສປປ ລາວ

อาจเป็นรูปภาพของ 3 คน, ผู้คนกำลังยืน, กลางแจ้ง และ ข้อความ

ສປປ ລາວ ໄດ້ເປັນພາຄີຕໍ່ສົນທິສັນຍາຂອງອົງການສະຫະປະຊາຊາດ ດ້ານສິດທິຂອງເດັກໃນ ເດືອນພຶດສະພາ ປີ 1991 ແລະ ​​ໄດ້ໃຫ້​ສັດຕະຍະ​ບັນ​ຕໍ່ສົນທິສັນຍາອົງການແຮງງານສາກົນ ສະບັບເລກທີ 138 ວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະ ເລກທີ 182 ວ່າດ້ວຍການຫ້າມ ແລະ ການດໍາເນີນການລົບລ້າງການນໍາໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງທີ່ສຸດໂດຍທັນທີ ໃນວັນທີ 13 ມີຖຸນາ ປີ 2005

ຂໍ້ມູນຈາກການສຳຫຼວດໃນປີ 2010​ ຍັງໄດ້ຊີ້ໃຫ້ເຫັນວ່າ ເດັກນ້ອຍທີ່ມີອາຍຸລຸ່ມ 15 ປີ ສ່ວນໃຫຍ່ແມ່ນເຮັດວຽກໃນຂົງເຂດກະສິກໍາ ແລະ ໃນຊົນນະບົດ. ຜົນຂອງການສໍາຫຼວດກໍາລັງແຮງງານ ແລະ ແຮງງານເດັກໃນປີ 2010 ຍັງຊີ້ໃຫ້ເຫັນວ່າ ສປປ ລາວ ມີເດັກນ້ອຍຈຳນວນປະມານ 1.767.109 ຄົນ ແລະປະມານ 15 ເປີເຊັນ ເປັນເດັກເຮັດວຽກເພື່ອເສດຖະກິດ ຫຼື ເດັກເຮັດວຽກ…ອ່ານຕໍ່

ການນຳເມືອງທ່າປາງທອງ ສ້າງຂະບວນການສ້ອມແປງເສັ້ນທາງເລກທີ 5.6746

อาจเป็นรูปภาพของ 15 คน, ผู้คนกำลังยืน และ กลางแจ้ง

ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີ ສ້າງຂະບວນການສ້ອມແປງທາງ ເລກທີ 5.6746 ລະຫວ່າງ ບ້ານ ໂນນສະຫ່ວາງ ຫາ ບ້ານ ບາກຂຸມຄຳ ແລະ ບ້ານ ທ່າພີ ເຊິ່ງເປັນທຶນປະກອບສ່ວນ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ຊຶ່ງເສັ້ນທາງດັ່ງກ່າວແມ່ນມີຄວາມຍາວທັງໝົດ 17 ກິໂລແມັດ

ປະຊາຊົນ ບ້ານໂນນສະຫວ່າງ, ບາກຂຸມຄຳ ແລະ ບ້ານທ່າພີ່ ພົບຄວາມຫຍຸ້ງຍາກ ພ້ອມຍັງໃຊ້ເວລາການເດີນທາງເຂົ້າຫາເທດສະບານເມືອງຫຼາຍຊົ່ວໂມງ ໂດຍສະເພາະໃນຊ່ວງລະດູຜົນ, ດ້ວຍເຫດນັ້ນດັ່ງນັ້ນ ທາງການນຳຂັ້ນເມືອງຈິ່ງໄດ້ຊີ້ນຳ-ນຳພາ ຊຸກຍູ້ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ສ້າງຂະບວນການສ້ອມແປງທາງດັ່ງກ່າວນີ້ຂື້ນ…ອ່ານຕໍ່

ສຳເລັດ 100% ເສັ້ນທາງເຂົ້າຫາເຂດການຜະລິດຂອງບ້ານພູຍີ່  ເມືອງໂພນທອງ

ໂຄງການສ້ອມແປງທາງເຂົ້າຫາເຂດການພະລິດຂອງບ້ານພູຍີ່ ເລີ່ມລົງມື້ກໍ່ສ້າງ ແຕ່ວັນທີ 15 ກັນຍາ 2021 ແລະ ປັດຈຸບັນ ແມ່ນສຳເລັດ 100% ເຊິ່ງມີມູນຄ່າທັງໝົດ 408.799.485 ກີບ

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບໂຄງການສ້ອມແປງທາງເຂົ້າຫາເຂດການພະລິດຂອງບ້ານພູຍີ່ ເມືອງໂພນທອງ ເຊິ່ງມີຄວາມຍາວເຖິງ 4.5 ກິໂລແມັດ ແລະກ້ວາງ 3.5 ແມັດ…ອ່ານຕໍ່

ການຈັດຕັ້ງປະຕິບັດວຽກງານ ທົດແທນຄ່າເສຍຫານແກ່ປະຊາຊົນຈາກການກໍ່ສ້າງເຂື່ອນ

 ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1 ເມືອງປາກອູ ແຂວງຫຼວງພະບາງ ຫ່າງຈາກເທດສະບານເມືອງ 38 ກິໂລແມັດໄປທາງທິດເໜືອ.ໂຄງການດັ່ງກ່າວ ມີຜົນກະທົບທັງໝົດ 17 ບ້ານ,ໃນນັ້ນ ເມືອງປາກອູມີ 13 ບ້ານ,ເມືອງງອຍ 4 ບ້ານ,ສ່ວນບ້ານທີ່ຖືກຍົກຍ້າຍ 4 ບ້ານ,ມີເຮືອນ 296 ຫຼັງ,ທັງໝົດນັ້ນໄດ້ຖືກຈັດສັນ ແລະຍົກຍ້າຍແລ້ວ

ພາຍຫຼັງຕັນນໍ້າຜະລິດໄຟຟ້າແລ້ວ ຍັງມີຜົນກະທົບຕື່ມເປັນຕົ້ນແມ່ນນໍ້າຖ້ວມຍຶ່ງ ກະທົບຫ້ອງນໍ້າ,ເຮືອນຄົວ,ຄັນຄູຕ້ານເຈື່ອນ ແລະເຮືອນຂອງປະຊາຊົນ ທີ່ອາໄສຢູ່ຕິດກັບແຄມນໍ້າດັ່ງນັ້ນ ທາງໂຄງການຈິ່ງໄດ້ ສົມທົບໜ່ວຍງານ ຈັດສັນ,ຊົດເຊີຍ ແລະຟື້ນຟູ ຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຫຼື RMU ຂອງແຂວງ ແລະເມືອງສືບຕໍ່ແກ້ໄຂ…ອ່ານຕໍ່

ບັນດາຄອບຄົວນັກທຸລະກິດຫຼາຍພາກສ່ວນ ປະກອບສ່ວນເຄື່ອງຊ່ວຍເຫຼືອຕ້ານໄພໜາວໃຫ້ 195 ຄອບຄົວ

อาจเป็นรูปภาพของ กลางแจ้ง

ຢູ່ທີ່ບ້ານນານ້ອຍເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ມີບັນດາຄອບຄົວນັກທຸລະກິດຫຼາຍພາກສ່ວນຈາກນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດໄດ້ຮ່ວມແຮງ, ຮ່ວມໃຈກັນປະກອບສ່ວນເຄື່ອງຊ່ວຍເຫຼືອຕ້ານໄພໜາວປະເພດ ຜ້າຫົ່ມ ແລະເຄື່ອງອຸປະໂພກ, ບໍລິໂພກປະເພດອື່ນໆ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນບ້ານນານ້ອຍ ຈຳນວນ 195 ຄົວເຮືອນ

ໂອກາດນີ້ທ່ານເຈົ້າເມືອງອາດສະພອນຍັງໄດ້ຕາງໜ້າໃຫ້ປະຊາຊົນຊາວບ້ານນານ້ອຍກ່າວສະແດງຄຳຍ້ອງຍໍຊົມເຊີຍ ແລະຂອບອົກຂອບໃຈມາຍັງ ຍາທ່ານ ສີທົນ ພ້ອມດ້ວຍນັກທຸລະກິດພາກສ່ວນຕ່າງໆຈາກນະຄອນໄກສອນ ພົມວິຫານທີ່ໄດ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນເຄື່ອງຊ່ວຍເຫຼືອໃນຄັ້ງນີ້…ອ່ານຕໍ່

More from author

Related posts

Latest posts

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ