Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 18 ທັນວາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

​ເສີມຂະຫຍາຍການ​ຮ່ວມ​ມື ​ລະຫວ່າງ ​ລາວ ​ແລະ​ ຈີນ​ ໂດຍ​ຜ່ານ​ສື່​ມວນ​ຊົນ​ລາວ

ສະມາຄົມນັກຂ່າວ ​ແຫ່ງ​ ສປປ ​ລາວ ​ແລະ ​ສະມາຄົມນັກຂ່າວ ແຂວງຢຸນນານ ແລະ ສະມາຄົມນັກຂ່າວ ແຫ່ງປະເທດ ຈີນ ຈະ​ສືບ​ຕໍ່​ເພີ່ມ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ໃນ​ການ​ພັດທະນາ​ສື່​ມວນ​ຊົນ ແລະ ​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ ແລະ ​ການ​ຮ່ວມ​ມື​ ລະຫວ່າງ​ ລາວ​ ແລະ​ ຈີນ​ ໂດຍ​ຜ່ານ​ສື່​ມວນ​ຊົນ​ລາວ

ລວມທັງ​ຍົກ​ລະດັບ​ສີມື​ແຮງ​ງານ​ໃຫ້ນັກ​ຂ່າວ​ລາວ ແລະ ​ປັບປຸງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ລາວ-ຈີນ ​ພາຍ​ໃຕ້​ຫົວ​ຂໍ້ “ມິດຕະພາບ​ລາວ-ຈີນ​ກັບ​ການ​ເປີດ​ທາງ​ລົດ​ໄຟ​ລາວ-ຈີນ”…ອ່ານຕໍ່

ປກສ ເມືອງຄູນຄໍາ ຢຶດກັນຊາອັດແທ່ງ ຈໍານວນ 9 ເປົາ

ເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ຈະມີການຂົນສົ່ງຢາເສບຕິດ ມາແຕ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໂດຍຜ່ານ ເມືອງຄູນຄໍາ ແຂວງຄໍາມ່ວນ, ເຈົ້າໜ້າທີ່ ປກສ ເມືອງ ຄູນຄໍາ ຈຶ່ງປະສານກັບພາກສ່ວນທີ່ກ່ຽວຂ້ອງທັນທີ

ແລະໄດ້ຢຶດກັນຊາອັດແທ່ງ ຈໍານວນ 9 ເປົາ ຊຶ່ງມີນໍ້າໜັກ 352 ກິໂລກຣາມ ພ້ອມກັບຢາບ້າຈໍານວນໜຶ່ງ ແລະ ຜູ້ຕ້ອງຫາອີກ 2 ຄົນ…ອ່ານຕໍ່

ແຂວງດຽນບຽນ ມອບອຸປະກອນ ປ້ອງກັນໂຄວິດ-19 ໃຫ້ ແຂວງຜົ້ງສາລີ

ອົງການປົກຄອງແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄດ້ນໍາເຄື່ອງອຸປະກອນການແພດ ປ້ອງກັນພະຍາດໂຄວິດ-19 ມອບໃຫ້ແກ່ອົງການປົກຄອງແຂວງຜົ້ງສາລີ ແຫ່ງ ສປປ ລາວ

ເນື່ອງໃນໂອກາດ ທີ່ຄະນະຜູ້ແທນ ຫ້ອງວ່າການແຂວງຜົ້ງສາລີ ກັບ ຫ້ອງວ່າການແຂວງດຽນບຽນ ໄດ້ມາພົບປະປືກສາຫາລືດ້ານວິຊາການໃນການກະກຽມໃຫ້ແກ່ການພົບປະການນຳຂັ້ນສູງຂອງສອງແຂວງ…ອ່ານຕໍ່

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.