​ຊົມ​ເຊີຍ!ລມ​ຕ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລມ​ຕ ຕ່າງປະເທດອາຊຽນແບບວົງແຄບ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ແບບວົງແຄບ, ເຊິ່ງຈັດຂຶ້ນ ໃນວັນທີ 18 ມັງກອນ 2019 ທີ່ ຊຽງໃໝ່, ປະເທດໄທ ພາຍໃຕ້ຄໍາຂວັນທີ່ ໄທ ເປັນປະ ທານອາຊຽນໃນປີ 2019 ຄື: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”. ກອງປະຊຸມຄັ້ງນີ້, ແມ່ນກອງປະ ຊຸມຄັ້ງທໍາອິດຂອງລັດຖະມົນຕີ ຕ່າງປະເທດອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງໄທ ໃນປີ 2019. 

ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດ ສໍາລັບສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະ ບັບທີສາມ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025. ກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຊາບ ບັນດາຂໍ້ລິເລີ່ມບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ໄທ ເປັນຕົ້ນແມ່ນ ການຮັດແໜ້ນຄວາມອາດສາມາດຂອງອາຊຽນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ ທີ່ອາດສົ່ງຜົນກະ ທົບຕໍ່ຄວາມໝັ້ນຄົງ ແລະ ສັນຕິພາບຂອງພາກພື້ນ, ສົ່ງເສີມຄວາມໝັ້ນຄົງຂອງພາກພື້ນແບບຍືນຍົງ, ການກະກຽມຄວາມພ້ອມເພື່ອຮັບມືກັບ ຍຸກແຫ່ງການປະຕິວັດອຸດສາຫະກຳ 4.0, ສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດອາຊຽນ ໂດຍຜ່ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ສ້າງຄວາມສາ ມາດໃນການພັດທະນາເສດຖະກິດແບບຍືນຍົງ ແລະ ສົ່ງເສີມການເປັນຄູ່ຮ່ວມ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນອາຊຽນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...