ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 5 ກຸມພາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ການຄ້າແຂວງສາລະວັນ ມີນັກລົງທຶນ 126 ຫົວໜ່ວຍ ທຶນຈົດທະບຽນມູນຄ່າ 484,18 ຕື້ກີບ

อาจเป็นรูปภาพของ 1 คน

ໃນກອງປະຊຸມພົບປະນັກທຸລະກິດ ໃນຄັ້ງວັນທີ 3 ກຸມພາ 2022 ທີ່ສະໂມສອນຂອງແຂວງມີນັກທຸລະກິດເຂົ້າມາລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ປີ 2021 ມີນັກລົງທຶນທີ່ເຂົ້າມາລົງທຶນຢູ່ແຂວງສາລະວັນ ຕາມຫົວໜ່ວຍທຸລະກິດມາແຈ້ງຂຶ້ນ ແລະດັດແກ້ທະບຽນວິສາຫະກິດທັງໝົດ 126 ຫົວໜ່ວຍ.

ໃນນັ້ນເອກະຊົນພາຍໃນ 106 ຫົວໜ່ວຍ, ທຶນຈົດທະບຽນ 211,46 ຕື້ກີບ, ຕ່າງປະເທດ 20 ຫົວໜ່ວຍ ທຶນຈົດທະບຽນ 272,72 ຕື້ກີບ, ທຽບໃສ່ປີຜ່ານມາຫຼຸດລົງ 10 ຫົວໜ່ວຍ ສໍາລັບການລົງທຶນຂອງພາກເອກະຊົນໃນສ່ວນຫຼວງຫຼາຍແມ່ນຂະແໜງການຄ້າຂາຍຍົກ, ຂາຍຍ່ອຍ, ສໍາລັບການລົງທຶນຂອງຕ່າງປະເທດສ່ວນໃຫຍ່ແມ່ນ ນັກລົງທຶນ ສປ ຈີນ…ອ່ານຕໍ່

ສ້າງຂະບວນການອະນາໄມ ແຫຼ່ງທ່ອງທ່ຽວຕາດເລາະ ແຂວງສາລະວັນ

อาจเป็นรูปภาพของ 10 คน, ผู้คนกำลังยืน, ต้นไม้ และ กลางแจ้ง

3 ກຳລັງອົງການຈັດຕັ້ງ 3 ພາກສ່ວນ ສ້າງຂະບວນການອະນາໄມແຫຼ່ງທ່ອງທ່ຽວຕາດເລາະ ເພື່ອແນໃສ່ເຮັດໃຫ້ມີຄວາມສະອາດ, ສວຍງາມ ແລະ ໜ້າທ່ຽວຊົມ, ທັງເປັນການປັບປຸງສະຖານທີ່, ອະນາໄມ, ເອື້ອອຳນວຍຄວາມສະດວກ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ໃນໄລຍະຟື້ນຟູການທ່ອງທ່ຽວຂອງແຂວງສາລະວັນ ກັບມາມີບັນຍາກາດຄຶກຄື້ນ ອີກຄັ້ງ.

ເຊີ່ງໄດ້ນໍາໃຊ້ກຳລັງແຮງງານຂອງພະນັກງານລັດຖະກອນ, ນັກສຶກສາ ກໍ່ຄືກຳລັງຂອງກຳມະບານ, ຊາວໜຸ່ມ ແລະ ແມ່ຍິງ ຈາກ 3 ພາກສ່ວນອົງການຈັດຕັ້ງ ເກືອບ 100 ຄົນ ເປັນຕົ້ນ: ປັດກວາດໃບໄມ້, ຕັດຖ່າງ ກິ່ງງ່າໄມ້, ພຸ່ມໄມ້, ເກັບສິ່ງເສດເຫຼືອຕ່າງໆ ແລະ ຂົນຫີນ. ເຊີ່ງອະນາໄມ ຢູ່ໃນຂອບເຂດອ້ອມບໍລິເວນ, ທາງຍ່າງ ແລະ ຈຸດບ່ອນນັ່ງພັກຜ່ອນ, ຈຸດທາງຍ່າງເຂົ້າຊົມຕາດ…ອ່ານຕໍ່

ແຂວງໄຊສົມບູນ ສາມາດຈັດຕັ້ງປະຕິບັດ ຈັດເກັບລາຍຮັບບັນລຸໄດ້ 613.90 ຕື້ກີບ

อาจเป็นรูปภาพของ 1 คน, กำลังยืน, ดอกไม้ และ สถานที่ในร่ม

ພະແນກການເງິນ ແຂວງໄຊສົມບູນ ຈັດກອງປະຊຸມ ປະເມີນຄືນຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ທີ່ຕິດພັນກັບຂະແໜງການເງິນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນງົບປະມານ ປີ 2022 ຂຶ້ນ

ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2021 ແລະ ທິດທາງແຜນງົບປະມານ ປີ 2022 ໄດ້ຮູ້ວ່າ ແຂວງໄຊສົມບູນ ສາມາດຈັດຕັ້ງປະຕິບັດຈັດເກັບລາຍຮັບບັນລຸໄດ້ 613.90 ຕື້ກີບ, ເທົ່າກັບ 156,50%, ເກີນແຜນ 221.62 ຕື້ກີບ ເທົ່າກັບ 56,50%; ການຄຸ້ມຄອງລາຍຈ່າຍ ສາມາດຈັດຕັ້ງປະຕິບັດໄດ້ 436.97 ຕື້ກີບ, ເທົ່າກັບ 97,89%…ອ່ານຕໍ່

ເຈົ້າເມືອງໆຈຳພອນລົງຕິດຕາມ ຊ່ວຍເຫຼືອເຂົ້າສານໃຫ້ປະຊາຊົນທີ່ຖືກຜົນກະທົບກັບໄພແຫ້ງແລ້ງ

อาจเป็นรูปภาพของ 12 คน และ ผู้คนกำลังยืน

ຢູ່ທີ່ຫ້ອງການປົກຄອງບ້ານ ປ່າກ້ວຍ ເມືອງຈໍາພອນ ໄດ້ມີການມອບເຂົ້າຊ່ວຍເຫຼືອໃຫ້ແກ່ຄອບຄົວຜູ້ທີ່ຖຶກຜົນກະທົບຈາກໄພແຫ້ງແລ້ງຈຳນວນ 04 ບ້ານຄື:ບ້ານ ປ່າກ້ວຍ,ບ້ານ ຄຳຕ໋ອງລ໋ອງ,ບ້ານ ກະຫຼາງໃຕ້,ບ້ານ ກະຫຼາງເໝືອ.

ຢູ່ທີ່ຫ້ອງການປົກຄອງບ້ານ ປ່າກ້ວຍ ເມືອງຈໍາພອນ ໄດ້ມີການມອບເຂົ້າຊ່ວຍເຫຼືອໃຫ້ແກ່ຄອບຄົວຜູ້ທີ່ຖຶກຜົນກະທົບຈາກໄພແຫ້ງແລ້ງຈຳນວນ 04 ບ້ານຄື:ບ້ານ ປ່າກ້ວຍ,ບ້ານ ຄຳຕ໋ອງລ໋ອງ,ບ້ານ ກະຫຼາງໃຕ້,ບ້ານ ກະຫຼາງເໝືອ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...