ສຽງສະທ້ອນ ຈາກຜູ້ໃຊ້ບໍລິການລົດໄຟ ລາວ-ຈີນ.

ລົດໄຟ ລາວ-ຈີນ ຖືວ່າເປັນອີກສ່ວນໜຶ່ງ ທີ່ສະແດງໃຫ້ເຫັນເຖິງ ການພັດທະນາ ເສດຖະກິດຂອງ ປະເທດລາວ ໄດ້ເປັນຢ່າງດີ ອີກທັງເຮັດໃຫ້ລະບົບການຂົນສົ່ງໂດຍສານຢູ່ບ້ານເຮົາ ມີຄວາມສະດວກສະບາຍຫຼາຍຍິ່ງຂຶ້ນ ເຊິ່ງພາຍຫຼັງທີ່ເພິ່ນເປີດນຳໃຊ້ ກໍມີມວນຊົນໄປໃຊ້ບໍລິການກັນຢ່າງຫຼວງຫຼາຍ ແລະ ຕໍ່ໄປນີ້ກໍແມ່ນຄວາມຄິດເຫັນສ່ວນໜຶ່ງຂອງປະຊາຊົນ ຜູ້ທີ່ໄດ້ໃຊ້ບໍລິການລົດໄຟ ລາວ-ຈີນ ມາແລ້ວ. 

ທ່ານ ສຸກສາຄອນ ສີປະເສີດ, ໜຶ່ງໃນຜູ້ໃຊ້ບໍລິການ ລົດໄຟ ລາວ-ຈີນ ໃຫ້ຄວາມຄິດເຫັນຫຼັງຈາກທີ່ໃຊ້ບໍລິການແລ້ວ ວ່າ: ຮູ້ສຶກຕື່ນເຕັ້ນ ແລະ ພາກພູມໃຈຫຼາຍ ເພາະບໍ່ຄິດວ່າໃນຊ່ວງຊີວິດນີີ້ ຈະມີໂອກາດໄດ້ຂີ່ລົດໄຟ ທີ່ທັນສະໄໝທີ່ສຸດໃນໂລກ ໃນ ສປປ ລາວ ເຮົາເອງ; ເຊິ່ງຜ່ານມາເຄີຍຂີ່ລົດໄຟແບບນີ້ ຢູ່ ສປ ຈີນ. ສ່ວນຢູ່ ສປປ ລາວ ແມ່ນເປັນຄັ້ງທຳອິດ. 

ໃນເລື່ອງຂອງຄວາມສະດວກສະບາຍ ກໍມີຫຼາຍຢ່າງ ໂດຍສະເພາະແມ່ນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດ ແລະ ຄວາມວ່ອງໄວ ຖ້າທຽບກັບການໂດຍສານລົດປະເພດອື່ນໆ. ສຳລັບສິ່ງທີ່ຄວນປັບປຸງ: ຄວນມີການຈັດສັນການບໍລິການຂາຍປີ້ໃຫ້ມີຄວາມເປັນລະບຽບ ແລະ ວ່ອງໄວ ກວ່າເກົ່າ ຖ້າໃຫ້ດີຄວນມີການຂາຍປີ້ແບບອອນລາຍ, ສຳລັບລາຄາປີ້ ໃນນາມສ່ວນໂຕເຫັນວ່າເໝາະສົມແລ້ວ. 

ສະຖານີລົດໄຟດ້ານນອກ ຄວນມີຫ້ອງນໍ້າໃຫ້ບໍລິການຜູ້ໂດຍສານທີ່ມາລໍຖ້າ ຫຼື ມາສົ່ງຍາດພີ່ນ້ອງ, ຕາມສະຖານີລົດໄຟດ້ານນອກ ຄວນເພີ່ມເຕັ້ນເພື່ອບັງແດດບັງຝົນ ສຳລັບຜູ້ໂດຍສານທີ່ມາລຽນຄິວລໍຖ້າຊື້ປີ້ ແລະ ລໍຖ້າເຂົ້າດ້ານໃນ ເພາະເຫັນວ່າຕາມສະຖານີຢູ່ບາງແຂວງຍັງບໍ່ມີີ, ຄວນເພີ່ມພະນັກງານບໍລິການໃນຈຸດກວດ ໂຄວິດ-19 ໂດຍສະເພາະ ຢູ່ສະຖານີຕ່າງແຂວງ ເຫັນວ່າຍັງມີໜ້ອຍ ແລະ ເຮັດຊັກຊ້າໂພດ ເຮັດໃຫ້ເສຍເວລາຜູ້ໂດຍສານ, ຢູ່ຕາມສະຖານີລົດໄຟ ຄວນມີຮ້ານອາຫານ, ທະນາຄານ ຫຼື ມີຈຸດແລກປ່ຽນເງິນຕາ ແລະ ຮ້ານສັບພະສິນຄ້າອື່ນໆ ໃຫ້ບໍລິການ, ຄວນເພີ່ມຖ້ຽວຕື່ມ ໂດຍສະເພາະ ວັນສຸກ-ເສົາ-ອາທິດ, ແຕ່ໂດຍລວມແລ້ວ ແມ່ນດີຫຼາຍ ມີຄວາມພໍໃຈ. 

ທ້າວ ວິລະເດດ ປະຊາຊົນ ແຂວງ ຫຼວງພະບາງ ບອກວ່າ: ຮູ້ສຶກວ່າມີຄວາມຕື່ນເຕັ້ນແດ່ ພາຍຫຼັງທີ່ໃຊ້ບໍລິການເສັ້ນທາງລົດໄຟ ລາວ-ຈີນ ກະເຮັດໃຫ້ມີຄວາມສະດວກສະບາຍຂຶ້ນ ສາມາດປະຢັດເວລາໃນການເດີນທາງໄດ້ຫຼາຍ, ໂດຍສະເພາະແມ່ນການຂົນສົ່ງໂດຍສານ ທີ່ມີຄວາມສະດວກຂຶ້ນ ແລະ ເຫັນໄດ້ເຖິງຄວາມທັນສະໄໝແບບທີ່ບໍ່ເຄີຍມີມາກ່ອນ ແລະ ຍັງມີຄວາມປອດໄພກວ່າຂີ່ລົດໂດຍສານປະຈຳທາງນຳອີກ. 

ສຳລັບສິ່ງທີ່ຢາກໃຫ້ມີການປັບປຸງຕື່ມ ແມ່ນການຊື້ປີໂດຍສານ ເພາະບາງຄັ້ງກໍມີຄວາມຊັກຊ້າ ແລະ ຫຍຸ້ງຍາກຫຼາຍ, ສ່ວນຢູ່ໃນເຂດນອກສະຖານີລົດໄຟ ຄວນມີຫ້ອງນ້ຳໄວ້ບໍລິການຢູ່ທາງດ້ານນອກ ເພື່ອສ້າງຄວາມສະດວກສະບາຍໃຫ້ກັບຜູ້ທີ່ມາລໍຖ້າ.  

ນາງ ມຸກດາວັນ ເຮືອງດາລາ ກ່າວວ່າ: ການທີ່ໄດ້ນັ່ງລົດໄຟ ລາວ-ຈີນ ຖືວ່າເປັນອີກປະສົບການໜຶ່ງທີ່ຕື່ນເຕັ້ນພໍສົມຄວນ ເພາະຈະໄດ້ເຫັນເຖິງຄວາມສະດວກສະບາຍທີ່ແຕກຕ່າງຈາກລົດໂດຍສານທົ່ວໄປ, ສາມາດຫຼຸດເວລາໃນການເດີນທາງໄດ້ຫຼາຍເທົ່າຖ້າຂີ່ລົດເມ ຫຼື ລົດຕູ້.  

ແຕ່ສຳລັບປະສົບການຄັ້ງທຳອິດທີ່ໄດ້ຂີ່ແມ່ນ ຕອນໄປ ຫຼວງພະບາງ ເຊິ່ງຕອນໄປກໍມີຄວາມສະດວກດີ ແຕ່ຕອນກັບນະຄອນຫຼວງ ວຽງຈັນ ໃນວັນທີ 7 ມີນາ 2022 ພົບບັນຫາລົດໄຟຂັດຂ້ອງທາງເຕັກນິກ ຕ້ອງໄດ້ຖ້າຢູ່ສະຖານີດົນເຖິງ 4 ຊົ່ວໂມງ ກ່ອນທີ່ລົດໄຟຈະມາ.  

ເຖິງວ່າຈະມີຄວາມສະດວກສະບາຍຢູ່ຫຼາຍບ່ອນ ແຕ່ກໍຍັງມີສິ່ງທີ່ຕ້ອງໄດ້ປັບປຸງຕື່ມ ເປັນຕົ້ນແມ່ນ ການຊື້ປີ້ໂດຍສານຂ້ອນຂ້າງຈະລຳບາກຫຼາຍ ຄວນມີການເພີ່ມບ່ອນຈຳໜ່າຍປີ້ ແລະ ມີລາຄາທີ່ຊ່ຳກັນກັບໄປຊື້ຢູ່ ສະຖານີ. ອີກສິ່ງໜຶ່ງທີ່ຄວນມີແມ່ນ ຫ້ອງນ້ຳດ້ານນອກ ສຳລັບຄົນມາຮັບ-ສົ່ງ ແລະ ຄວນເພີ່ມບ່ອນຮົ່ມໃຫ້ກັບຍາດຕິພີ່ນ້ອງທີ່ມາຮັບ ເພື່ອເວລາແດດແຮງໆ ຫຼື ຝົນຕົກ. ແຕ່ໂດຍລວມແລ້ວກໍຍັງຖືວ່າດີໃນລະດັບໜຶ່ງໃນເລື່ອງຂອງການບໍລິການ. 

ນີ້ເປັນພຽງຄວາມຄິດເຫັນສ່ວນໜຶ່ງເທົ່ານັ້ນ ຂອງຜູ້ທີ່ເຄີຍໃຊ້ບໍລິການ ລົດໄຟ ລາວ-ຈີນ ໃນໄລຍະຜ່ານມາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...