ທົດລອງນຳໃຊ້ EV Bus ລົດເມໄຟຟ້າຂົນສົ່ງສາທາລະນະ ໃນ ນະຄອນຫຼວງ ວຽງຈັນ.

ວັນທີ 23 ມີນາ 2022 ຢູ່ ນະຄອນຫຼວງ ວຽງຈັນ ໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າເພື່ອການຂົນສົ່ງສາທາລະນະ ເຊິ່ງຈຸດປະສົງກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຂົນສົ່ງສາທາລະນະໃນຕົວເມືອງໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030, ພ້ອມກັນນີ້ກໍເປັນການຈັດຕັ້ງປະຕິບັດການຂົນສົ່ງສີຂຽວ, ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ງຽບ ແລະ ທັນສະໄໝ ແລະ ເພື່ອເຮັດໃຫ້ຕົວເມືອງ ນະຄອນຫຼວງ ວຽງຈັນ ກາຍເປັນຕົວເມືອງໜ້າຢູ່.

ນອກຈາກນີ້ ນະຄອນຫຼວງ ວຽງຈັນ ຍັງມີຄວາມຈຳເປັນຕ້ອງໄດ້ຂະຫຍາຍເສັ້ນທາງຂົນສົ່ງສາທາລະນະ ເພື່ອຮອງຮັບພາຫະນະໃນການສັນຈອນ ໄປ-ມາ ບໍ່ໃຫ້ແອອັດ ເຊິ່ງການສົ່ງເສີມການນຳໃຊ້ລົດເມສາທາລະນະໃຫ້ຫຼາຍຂຶ້ນ ກໍຈະຊ່ວຍໃນເລື່ອງການຄວບຄຸມການຈອດລົດຊະຊາຍຕາມທ້ອງຖະໜົນໄດ້ຫຼາຍຂຶ້ນອີກດ້ວຍ, ສຳລັບບຸກຄົນທົ່ວໄປ, ລົດເມໄຟຟ້ານີ້ ຈະເປັນອີກໜຶ່ງທາງເລືອກສຳລັບຜູ້ໂດຍສານ ແລະ ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ, ປະຢັດເວລາ ແລະ ສະດວກສະບາຍ.

ໃນເບື້ອງຕົ້ນ ໃນການທົດລອງໃຫ້ບໍລິການດ້ວຍລົດເມໄຟຟ້ານີ້ ແມ່ນມີທັງໝົດ 3 ສາຍທາງ ເຊັ່ນ:

  • 1. ສາຍທາງທີ 48 ເລີ່ມຈາກສະຖານີລົດເມຂົວດິນ – ດົງນາໂຊກ – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ – ສີເກີດ ລວມໄລຍະທາງ 15 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5.​000 ກີບຕໍ່ຖ້ຽວ.
  • 2. ສາຍທາງທີ 35 ເລີ່ມຈາກ ສະຖານີລົດເມຕະຫຼາດເຊົ້າ – ສູນການຄ້າທາດຫຼວງພລາຊ່າ – ຕະຫຼາດຫົວຂົວ – ສະຖານີລົດໄຟລາວຈີນ ລວມໄລຍະທາງ 17 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5.000 ກີບຕໍ່ຖ້ຽວ.
  • 3. ສາຍທາງທີ 22 ເລີ່ມຈາກ ສະຖານີລົດເມຂົວດິນ – ສູນການຄ້າທາດຫຼວງພລາຊ່າ – ສູນການຄ້າລາວ-ໄອເຕັກ – ເຂດເສດຖະກິດພິເສດບຶງທາດຫຼວງ – ສະຖານີລົດໄຟ ລາວ-ໄທ – ຕະຫຼາດໄຮຄຳ – ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21) – ສະຖານີລົດໄຟ ລາວ-ຈີນ ລວມໄລຍະທາງ 26 ກິໂລແມັດ ຄ່າໂດຍສານຕະຫຼອດສາຍ 8.000 ກີບຕໍ່ຖ້ຽວ.

ຂໍ້ມູນຈາກ: Laonews.net

ພາບ: Souliyo Vongdala ແລະ Phongsub Jarern

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...