ລັດຖະມົນຕີ ກະຊວງ ຖວທ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື


ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື, ພິທີການຕ້ອນຮັບໄດ້ມີຂື້ນທີ່ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປື,ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ພ້ອມຄະນະ ພ້ອມດ້ວຍພະນັກການຫຼັກແຫຼງໃນຂົງເຂດຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງກໍ່ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ຮັບຟັງການລາຍງານໂດຍສັງເຂບຕໍ່ວຽກງານຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວພາຍໃນແຂວງອັດຕະປື,ຈາກນັ້ນທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼງພາຍໃນພະແນກ ຖວທ ແຂວງ ເພື່ອເປັນທິດຊີ້ນໍາໃຫ້ວຽກງານຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນແຂວງອັດຕະປື ມີການຫັນປ່ຽນຢ່າງແຂງແຮງ

ເຊິ່ງທ່ານໄດ້ເນັ້ນໜັກວ່າ: ຄະນະນໍາພະແນກ ຖວທ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມດ້ານການເມືອງ ແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈດ້ານແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍຄືມະຕິຄໍາສັງຕ່າງໆທີ່ຂັ້ນເທິງວາງອອກ ໃຫ້ເປັນປົກກະຕິ ຕໍ່ເນື່ອງ, ເອົາໃຈໃສ່ການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມກະທັດຫັດ, ມີຄຸນນະພາບ ເພື່ອການຫັນປ່ຽນຢ່າງແຂງແຮງຂອງວຽກງານ,ເພີ່ມທະວີການຕິດຕາມ ກວດກາວຽກງານ ເພື່ອຊອກໃຫ້ເຫັນຈຸດດີ,ຈຸດອ່ອນຂອງການຊີ້ນໍາ-ນໍາພາ ກໍ່ຄືກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນ, ເອົາໃຈໃສ່ໂຄສະນາບັນດາກົດໝາຍ ແລະ ນິຕິກໍາໃນຂົງເຂດຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ໄດ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ, ເພີ່ມທະວີການຄຸ້ມຄອງສື່ສັງຄົມອອນລາຍ ທີ່ເຄື່ອນໄຫວໂຄສະນາຕ້ານແນວທາງນະໂຍບາຍຂອງພັກ-ລັດ ໃຫ້ໄດ້ດີ, ເອົາໃຈໃສ່ປົກປັກຮັກສາ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວັດທະນະທໍາທ່ອງຖິ່ນໃຫ້ມີການເຄື່ອນໄຫວຢ່າງແຂງແຮງ,ພັດທະນາບັນດາແຫຼ່ງທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ ເພື່ອກຽມຮອງຮັບນັກທ່ອງທ່ຽວ ພາຍຫຼັງທີ່ສະພາບການຂອງພະຍາດໂຄວິດ-19 ຜ່ອນຄາຍລົງ.

ໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ເຄື່ອນໄຫວ ເບິ່ງເຂດຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ,ພ້ອມທ່ຽວຊົມເບິ່ງສະຖານທີ່ທ່ອງທ່ຽວຕາດແຊພະ ແລະ ຢ້ຽມຢາມສະຖານີວິທະຍຸ-ໂທລະພາບຂອງຢູ່ແຂວງອັດຕະປື ຕື່ມອີກ.
ຂ່າວ: ໄຊຈະເລີນ ຂ.ອັດຕະປື

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.