ເຈົ້າຄອງອອກຄຳສັ່ງ​ແນະ​ນຳ ກຽມ​ເຮັດ​ສົງ​ຄາມ​ກັບ​ຍຸງ​ລາຍ

ເຈົ້າຄອງນະຄອນຫຼວງວຽງຈັນອອກຄຳສັ່ງແນະນຳເລກທີ 0001/ຈນວ ລົງວັນທີ 24 ມັງກອນ 2019 ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງກໍຄືພໍ່ແມ່ປະຊາຊົນກຽມສະກັດກັ້ນ ແລະ ຕອບໂຕ້ພະຍາດໄຂ້ຍຸງຫຼາຍເພື່ອບໍ່ໃຫ້ມີການລະບາດໃຫຍ່ຄືໃນປີ 2013.

ໃນຄຳສັ່ງແນະນຳດັ່ງກ່າວມີການກຳນົດມາດຕະການຕ່າງໆ ລວມທັງສັ່ງໃຫ້ແຕ່ລະບ້ານແຕ່ງໜ່ວຍກວດກາໜອນນ້ຳຍຸງບ້ານລະ 5-10 ຄົນ ຂຶ້ນກັບບ້ານນ້ອຍບ້ານໃຫຍ່ ແລະ ຕິດຕາມກວດກາແຕ່ລະຄົວເຮືອນອາທິດລະ 1 ຄັ້ງ, ໃຫ້ພະແນກສາທາລະນະສຸກນະຄອນຫຼວງສ້າງທະນາຄານປາກິນຍຸງໄວ້ໃຫ້ປະຊາຊົນ ແລະ ສົ່ງເສີມການລ້ຽງປາກິນຍຸງ, ໃຫ້ເຈົ້າເມືອງໃນ 9 ຕົວເມືອງກຳນົດເປົ້າໝາຍທີ່ເປັນຈຸດສຸມເຊິ່ງມີຫຼາຍກໍລະນີໃນປີຜ່ານມາ ພ້ອມກັນລົງຈັດຕັ້ງປະຕິບັດແຕ່ຫົວທີໃນການອະນາໄມຮັກສາສິ່ງແວດລ້ອມ, ກຳຈັດແຫຼ່ງເພາະພັນຍຸງລາຍ ກ່ອນລະດູຝົນຈະມາຮອດ, ເມື່ອພົບບ້ານໃດ ຫຼື ສະຖານທີ່ໃດມີຄວາມສ່ຽງທີ່ຈະເກີດການລະບາດ ເຊັ່ນ: ມີຄວາມໜາແໜ້ນຂອງໜອນນ້ຳຍຸງລາຍ, ຖ້າມີກໍລະນີຄົນເປັນໄຂ້ຍຸງລາຍຕ້ອງມີການເປີດຂະບວນການທຳລາຍແຫຼ່ງເພາະພັນພ້ອມທັງປະສານໄປຍັງຫ້ອງການສາທາເມືອງເພື່ອລົງມາຄວບຄຸມ

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.