Thursday, April 30, 2026
Kbank Laos โอน รับ จ่าย
-->

ພາວ ມິຣາໂຄ ຈັບມືກັບ ບິກບລູ ຂະຫຍາຍທຸລະກິດໃນ ສປປ ລາວ

ໃນວັນທີ 8 ກໍລະກົດ 2022 ຢູ່ທີ່ ໂຮງແຮມ ລາວພລາຊາ ໄດ້ມີພິທີເຊັນສັນຍາຮ່ວມມືກັນລະຫວ່າງ ບໍລິສັດ ພາວ ມິຣາໂຄ ຈຳກັດ (Pow Miracle co.,LTD) ແລະ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (Bigblue Agency Laos) ເພື່ອນຳເອົາຜະລິດຕະພັນສະໝຸນໄພ (ຜັກຄາວທອງ) ມາຈຳໜ່າຍໃນ ສປປ ລາວ.

ຮ່ວມເຊັນສັນຍາໃນຄັ້ງນີ້ມີ ທ່ານ ອະທິຊາດ ຊຸມນານົນ, ຜູ້ກໍ່ຕັ້ງ ແລະ ເປັນປະທານບໍລິສັດ ພາວ ມິຣາໂຄ ຈໍາກັດ ແລະ ທ່ານ ສັນທະລັກ ຈ່າສານ, ປະທານບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ, ໂດຍມີຕາງໜ້າຈາກຕະຫຼາດຫຼັກຊັບລາວ, ພະແນກສາທາລະນະສຸກ ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ອະທິຊາດ ຊຸມນານົນ ຜູ້ກໍ່ຕັ້ງ ແລະ ເປັນປະທານບໍລິສັດ ພາວ ມິຣາໂຄ ຈໍາກັດ (Pow Miracle co.,LTD) ກ່າວວ່າ ບໍລິສັດໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (Bigblue Agency Laos) ໃນການຂະຫຍາຍຖານທຸລະກິດສະໝຸນໄພຜັກຄາວທອງ ເພື່ອມຸ່ງໜ້າບຸກຕະຫຼາດເພື່ອນບ້ານເຊັ່ນ ສປປ.ລາວ ໂດຍການເປັນພັນທະມິດດ້ານການເຮັດການຕະຫຼາດຜ່ານຊ່ອງທາງສື່ໂຄສະນາປະຊາສໍາພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ເຊິ່ງເປັນຜູ້ນໍາໃນດ້ານທຸລະກິດການໃຫ້ບໍລິການສື່ໂຄສະນາອັນດັບຕົ້ນໆໃນ ສປປ ລາວ ໂດຍໃນການຮ່ວມມືກັນໃນຄັ້ງນີ້ ພາວ ມິຣາໂຄ ໄດ້ນໍາຜະລິດຕະພັນສະໝຸນໄພຜັກຄາວທອງສະກັດແບບເຂັ້ມຂຸ້ນ ທັງ ພາວເດີລ່າ (ຜົງຜັກຄາວທອງແບບຊອງ), ພາວ ເຮີເບີ ແຄັບຊູນ (ແບບເມັດ) ແລະ ສະເປຜົ່ນປາກ ທີ່ມີສ່ວນປະສົມຂອງສະໝຸນໄພຜັກຄາວທອງ ໂພພໍລີສ໌ ເປັບເປີ້ມີ້ນ ແລະ ສະເປມີ້ນ ມີຄົວຊິຕິນ ຊ່ວຍຕ້ານເຊື້ອໄວຣັດ ຫຼຸດບັນຫາໃນຊ່ອງປາກ ລົມຫາຍໃຈສົດຊື່ນ ມາວາງຈໍາໜ່າຍໃຫ້ກຸ່ມລູກຄ້າໃນເຂດພື້ນທີ່ ສປປ.ລາວ ໄດ້ມີທາງເລືອກໃນການນໍາຜະລິດຕະພັນສະໝຸນໄພຄຸນນະພາບທີ່ດີມາໃຊ້ເພື່ີອສຸຂະພາບ ໂດຍຈະເຮັດໃຫ້ການໂຄສະນາປະຊາສໍາພັນຜະລິດຕະພັນເພື່ອສ້າງການຮັບຮູ້ ແລະ ເນັ້ນຢໍ້າເຖິງປະໂຫຍດຕ່າງໆສອງສະໝຸນໄພຜັກຄາວທອງຜ່ານສື່ໂຄສະນາປະຊາສໍາພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ທີ່ມີຄວບຄຸມທຸກພື້ນທີ່ໃນ ສປປ. ລາວ.

“ການຮ່ວມມືກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ໃນຄັ້ງນີ້ໝັ້ນໃຈວ່າຊ່ອງທາງການປະຊາສໍາພັນໃນສື່ຕ່າງໆ ນອກຈາກຈະຄວບຄຸມພື້ນທີ່ ແລະ ສ້າງການຮັບຮູ້ໄປສູ່ກຸ່ມເປົ້າໝາຍແລ້ວ ຍັງເຊື່ອວ່າຈະສາມາດກະຈາຍການຮັບຮູ້ກ່ຽວກັບຜະລິດຕະພັນຂອງເຮົາໄດ້ເປັນຢ່າງດີ ທັງໃນດ້ານຂອງການວິໄຈ ແລະ ພັດທະນາຜະລິດຕະພັນ ຄຸນປະໂຫຍດຕ່າງໆ ຂອງສະໝຸນໄພຜັກຄາວທອງ ໂດຍຜະລິດຕະພັນຂອງບໍລິສັດໄດ້ເລີ່ມສຶກສາວິໄຈ ແລະ ພັດທະນາເຈາະເລິກຕັ້ງແຕ່ວິເຄາະຄຸນຄ່າທາງໂພຊະນາການ ແລະ ລິດຕ້ານອະນຸມູນອິດສະຫຼະ ມາຕັ້ງແຕ່ປີ 2011 ຈົນເຖິງປັດຈຸບັນ ໂດຍໄດ້ຮັບລາງວັນນະວັດຕະກໍາໄທ ແຫ່ງທໍາອິດທີ່ໄດ້ 2 ໃບຮັບຮອງ ແລະ 4 ງານວິໄຈຮ່ວມກັບບໍລິສັດຜູ້ຜະລິດມາດຕະຖານສາກົນ ແລະ ມະຫາວິທະຍາໄລຊຽງໃໝ່ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໝັ້ນໃຈໃຫ້ກັບກຸ່ມຜູ້ບໍລິໂພກຂອງ ສປປ.ລາວ” ທ່ານ ອະທິຊາດ ກ່າວ.

ທັງນີ້ຈາກແນວໂນ້ມກະແສການເບິ່ງແຍງຮັກສາສຸຂະພາບທີ່ມາແຮງ ສົ່ງຜົນໃຫ້ຕະຫຼາດເພື່ອສຸຂະພາບຍັງມີສັກກະຍະພາບໃນການເຕີບໂຕໄດ້ຢ່າງຕໍ່ເນື່ອງທັງຈາກລູກຄ້າໃນປະເທດ ແລະ ຕ່າງປະເທດ ຊຶ່ງທີ່ຜ່ານມາຈາກການເຮັດການຕະຫຼາດໃນປະເທດໄທ ມີອັດຕາການຂະຫຍາຍຕົວ 30% ສະແດງໃຫ້ເຫັນວ່າຜະລິດຕະພັນເພື່ອສຸຂະພາບໂດຍສະເພາະສະໝຸນໄພຜັກຄາວທອງ ເປັນພືດສະໝຸນໄພທີ່ດີ ແລະ ມີປະໂຫຍດ ອີກທັງຍັງໄດ້ຮັບການຮັບຮອງດ້ວຍງານວິໄຈຈາກຜູ້ຊ່ຽວຊານຂອງບໍລິສັດ ໃນການຄິດຄົ້ນຜະລິດຕະພັນອອກມາ ຕອບໂຈດແນວທາງການດູແລຮັກສາສຸຂະພາບຂອງຜູ້ບໍລິໂພກເປັນຢ່າງດີ.

ສໍາລັບກົນລະຍຸດດ້ານການຕະຫຼາດຈາກນີ້ໄປ ບໍລິສັດຈະໃຫ້ຄວາມສໍາຄັນໃນການຂະຫຍາຍຖານທຸລະກິດໄປກຸ່ມປະເທດ CLMV ໃນລັກສະນະຂອງການເປັນພັນທະມິດຮ່ວມກັນ ຊ່ວຍສົ່ງເສີມການຂະຫຍາຍຜ່ານຊ່ອງທາງຕ່າງໆ ເນັ້ນສ້າງການຮັບຮູ້ແບຣນ ເພື່ອເປັນການເຈາະກຸ່ມຜູ້ບໍລິໂພກ ໂດຍໃນການຮ່ວມມືເປັນພັນທະມິດຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ຄັ້ງນີ້ຖືວ່າເປັນຈຸດເລີ່ມຕົ້ນຄັ້ງທໍາອິດ ທີ່ຕ້ອງການຂະຫຍາຍທຸລະກິດໄປສູ່ຕະຫຼາດຕ່າງປະເທດ ກໍ່ຄື ສປປ ລາວ ທີ່ເຊື່ອວ່າເປັນຕະຫຼາດທີ່ມີສັກກາຍະພາບ ລວມເຖິງການໄດ້ພັນທະມິດທີ່ດີ ມາຊ່ວຍເສີມສ້າງຄວາມເຂັ້ມແຂງທາງການຕະຫຼາດ.

ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (BigBlue Agency Laos) ເປີດເຜີຍວ່າ ບໍລິສັດດໍາເນີນທຸລະກິດເປັນຜູ້ໃຫ້ບໍລິການສື່ໂຄສະນາ ແລະ ປະຊາສໍາພັນ ອັນດັບຕົ້ນໆໃນ ສປປ. ລາວ ແລະ ມີສື່ອອນລາຍເປັນຂອງຕົວເອງເຊັ່ນ: InsideLaos ປັດຈຸບັນມີຜູ້ຕິດຕາມຈໍານວນ 2 ແສນກວ່າຄົນ ສໍາລັບສື່ໂຄສະນາກາງແຈ້ງຂອງບໍລິສັດກໍ່ຕັ້ງຢູ່ໃນພື້ນທີ່ສໍາຄັນ ແລະ ເປັນພື້ນທີ່ຍຸດທະສາດຄວບຄຸມໃນນະຄອນຫຼວງວຽງຈັນ ເຊັ່ນ: ໜ້າຕະຫຼາດເຊົ້າຊ໋ອບປີ້ງມໍ, ສີ່ແຍກໄຟແດງ ICBC, ໜ້າທາງເຂົ້າສະຖານີລົດໄຟຄວາມໄວສູງ ລາວ-ຈີນ ນອກຈາກນີ້ຍັງມີຢູ່ທີ່ແຂວງສະຫວັນນະເຂດ ຈຸດວົງວຽນໄດໂນເສົາ, ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ.

 “ບໍລິສັດ BigBlue Agency Laos ດໍາເນີນທຸລະກິດມາ 16 ປີ ແລະ ເປັນຜູ້ໃຫ້ບໍລິການທາງດ້ານສື່ໂຄສະນາ ແລະ ປະຊາສໍາພັນອັນດັບຕົ້ນໆຂອງປະເທດ ໃຫ້ບໍລິການປ້າຍໂຄສະນາແມ່ນຢູ່ຕາມຈຸດສໍາຄັນທົ່ວ ສປປ.ລາວ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າສໍາຄັນ ເຊັ່ນ: SCG, Heineken, LDB Bank, PTT ແລະ ປັດຈຸບັນຍັງໄດ້ຮັບການຕອບຮັບທີ່ດີຈາກລູກຄ້າເຊັ່ນກັນ” ທ່ານ ສັນທະລັກ ກ່າວ.

ດຣ. ສົມພົບ ສັກພັນພະນົມ ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປີດເຜີຍວ່າ ໃນຖານະທີ່ປຶກສາທາງການເງິນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ຮູ້ສຶກຍິນດີທີ່ທັງສອງບໍລິສັດໄດ້ຮ່ວມລົງນາມເຊັນ MOU ໃນຄັ້ງນີ້ ເນື່ອງຈາກທັງສອງບໍລິສັດມີຈຸດແຂງທີ່ຈະເສີມສ້າງເກື້ອກູນກັນ ແລະ ກັນ ທັ້ງນີ້ເຊື່ອວ່າຄວາມຮ່ວມມືໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃນການເສີມສ້າງຄວາມແຂງແກ່ງທັງຍອດຂາຍ ແລະ ລາຍໄດ້ໃຫ້ເຕີບໂຕໃນອານາຄົດ.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.