​ເຮຍ ເກຍ ​ກຽມມອບໂຄງການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ໃຫ້​​​ພາກລັດ​ຄຸ້ມ​ຄອງ

ທີ​ມງານຈາກພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ແຂວງສະຫວັນນະເຂດ ໄດ້ລົງເກັບກຳຂໍ້ມູນກ່ຽວກັບການຈັດ​ຕັ້ງ​ປະຕິບັດກິດຈະກຳຕ່າງໆ ຂອງໂຄງການລຶບ ລ້າງຄວາມທຸກຍາກ (ລຶບລ້າງຄອບຄົວຄົນຂໍທານ) ຢູ່ບ້ານ ຄໍາປ່າແໜ ​ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ​ເພື່ອ​​ເຮັດ​ບົດສະຫລຸບ​ລາຍ​ງານ ກ່ອນຈະມອບ​ໃຫ້​ພາກ​ລັດ​ຄຸ້ມ​ຄອງ​ດູ​ແລ​ຕໍ່​ໄປ​ໃນ​ມໍ່ໆ​ນີ້. ພາຍຫລັງທີ່ປະຊາຊົນທັງສອງບ້ານ ສາມາດ​ມີ​ເຂົ້າ​ກິນ​ຕະຫລອດ​ປີ, ມີ​ລາຍ​ຮັບ​, ມີ​ຫລາຍໆ​ສິ່ງ​ເປັນ​ຂອງ​ໂຕ​ເອງ ​ແລະ ມີຊີວິດການເປັນຢູ່ດີຂຶ້ນ ຈາກການສະໜັບສະໜູນຈາກ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ລວມທັງພາກລັດນຳອີກ.

​ໂຄງການລຶບລ້າງຄວາມທຸກຍາກ ​ແມ່ນມີເປົ້າໝາຍ​ເພື່ອຊ່ວຍເຫລືອບັນດາຄອບຄົວທຸກຍາກ ຈຳນວນທັງໝົດ 77 ຄອບຄົວ ລວມມີ 400 ກວ່າ​ຄົນ ຢູ່ພາຍໃນສອງບ້ານດັ່ງກ່າວ ທີ່ບໍ່ມີລາຍຮັບ, ບໍ່ມີວຽກເຮັດງານທຳ, ບໍ່ມີໄຮ່ນາ-ຮົ້ວສວນທີ່​ສາມາດ​ທຳ​ການ​ຜະລິດ​ໄດ້ ຫລື ແມ່ນແຕ່ເຂົ້າກິນໃນແຕ່ລະວັນ ຈົນເຮັດໃຫ້ເຂົາ ເຈົ້າຢຶດອາຊີບຂໍທານ ເພື່ອຫາລ້ຽງຊີບ, ລ້ຽງຄອບຄົວ ເປັນເວລາຫລາຍສິບປີມາ​ແລ້ວ. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນເລີ່ມແຕ່ປີ 2016 ​ເຊິ່ງມີການຈັດສັນທີ່ດິນ, ປຸກເຮືອນເຄິ່ງຖາວອນ, ສະໜອງເຂົ້າກິນ, ຈັດສັນເນື້ອທຳການຜະລິດ, ປູກຝັງ, ລ້ຽງສັດ, ສະໜອງແນວພັນພືດ-ສັດ, ປັບປ່ຽນລະບົບນິເວດ​ໃນ​ຂອບ​ເຂດຂອງ​ບ້ານ, ທັງຝຶກອົບຮົມທາງດ້ານເຕັກນິກ, ພັດ ທະນາແນວຄິດ, ນຳພາ​ປະຊາຊົນ​ລົງມື​ເຮັດ​ຕົງວຈິງ ແລະ ອຶ່ນໆ ເພື່ອເຮັດໃຫ້ປະຊາຊົນເຫລົ່ານີ້ມີຊີວິດທີ່ດີຂຶ້ນ, ສາມາດເຂົ້າເຖິງການສຶກສາ ​ແລະ ສາທາລະນະສຸກ, ຫັນຈາກແນວຄິດຂໍທານມາທຳມາຫາກິນດ້ວຍ​ຕົນ​ເອງ ແລະ ກ້າວໄປສູ່ການມີອາຊີບທີ່ໝັ້ນຄົງ ແລະ ມີສະພາບແວດລ້ອມທີ່ອຸດົມ ສົມບູນ.

ໂຄງການນີ້ເກີດຂຶ້ນ ຍ້ອນມີນັກທຸລະກິດລາວຄົນໜຶ່ງຊື່ທ່ານ ເກຍ ອູສິດທິເດດ ເຊິ່ງເປັນເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຢູ່​ແຂວງ​ສະຫວັນ​ນະ​ເຂດ ຍອມຈ່າຍເງິນສ່ວນຕົວເກືອບ 15 ຕື້ກີບ, ຍອມ​ເສຍສະຫລະ​ເວລາ, ​ເຫື່ອ​ແຮງ ​​ເພື່ອ​ພາ​ປະຊາຊົນລົງມື​ເຮັດ​ຕົວ​ຈິງ​ກັບ​ຄົນ​ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ເປັນ, ມີ​ຄວາມ​ຊຳນານ, ມີ​ແນວ​ຄິດ​ໝັ່ນ​ທ່ຽງ, ຮູ້​ຢາກ​ເຮັດ​ຢາກ​ໄດ້​ ​ແລະ ເຮັດທຸກວິທີທາງ ເພື່ອໃຫ້ປະຊາຊົນທຸກຍາກເຫລົ່ານີ້ມີການດຳລົງຊີວິດທີ່ດີ. 

ໂອກາດນີ້​, ທ່ານ ເກຍ ອູສິດທິເດດ ກ່າວວ່າ: ເຖິງແມ່ນວ່າຈະມອບໂຄງການນີ້ໃຫ້ອຳນາດການປົກຄອງແຂວງ​ແລ້ວ​ກໍ​ຕາມ ຕົນເອງກໍຍັງຈະໄປມາຫາສູ່, ສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ເກັບຊື້ຜົນຜະລິດຕ່າງໆທີ່ປະຊາຊົນຜະລິດ ຫລື ຫາມາໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາ ຊົນ. ​ເນື່ອງຈາກ​ວ່າຄວາມ​ສຳພັນ​ລະຫວ່າງຕົນເອງ ​ແລະ ປະຊາຊົນ​ສອງ​ບ້ານ​ດັ່ງກ່າວປຽບ​ສະ​ເໝືອນ​ພໍ່​ກັບ​ລູກ ​ແລະ ​​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາ​ກກັນ​ໄດ້.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,