ເຈົ້າໜ້າທີ່ດຳເນີນຄະດີ ນາງ ພອນທິບ ພ້ອມພັກພວກ ສໍ້ໂກງເງິນ ມີຜູ້ເສຍຫາຍ 1.680 ຄົນ

ວັນທີ 19 ກັນຍາ 2022, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຖະແຫຼງຂ່າວຄວາມຄືບໜ້າ ຄະດີ ນາງ ພອນທິບ ພ້ອມພັກພວກ ລວມທັງໝົດ 7 ຄົນ ທີ່ມີການເຄື່ອນໄຫວສໍ້ໂກງເງິນ ປະຊາຊົນໃນຂອບທົ່ວປະເທດ ມີຜູ້ເສຍຫາຍຫຼາຍກວ່າ 1.600 ຄົນ ແລະ ມີຜົນເສຍຫາຍເປັນເງິນຫຼາຍພັນຕື້ກີບ.

ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມຕໍາຫຼວດເສດຖະກິດ ຖະແຫຼງວ່າ: ຜ່ານການ ສອບສວນ ນາງ ພອນທິບ ອາຍຸ 30 ປີ ແລະ ທ້າວ ອານຸສິດ ອາຍຸ 34 ປີ (ຜົວ-ເມຍ) ທັງສອງຢູ່ບ້ານ ຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບສາລະພາບວ່າ: ໄດ້ໂຄສະນາ ແລະ ສໍ້ໂກງຊັບແທ້; ປັດຈຸບັນມີຜູ້ເສຍຫາຍທັງໝົດ 1.680 ຄົນ, ລວມມູນຄ່າເສຍຫາຍເປັນເງິນກີບທັງໝົດ 355.035.418 ຕື້ກີບ, ເງິນບາດ 305.106.537 ບາດ, ເງິນໂດລາ 7.811.665 ໂດລາ.

ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ຢຶດ ແລະ ອາຍັດເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດ ຈໍານວນຫຼາຍລາຍການ; ນອກຈາກນີ້, ເຈົ້າໜ້າທີ່ຍັງສາມາດຈັບພັກພວກຮ່ວມຂະບວນການດຽວກັນມາດໍາເນີນຄະດີໄດ້ເພີ່ມອີກ 5 ຄົນຄື: ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫວຍຫົງ ເມືອງຈັນທະບູລີ, ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ, ທ້າວ ສົມພິດ ອາຍຸ 26 ປີ ແລະ ນາງ ໄຂ່ມຸກ ທັງສອງພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ, ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ໃນໄລຍະປີ 2021 ນາງ ພອນທິບ ໄດ້ມີການໂຄສະນາຜ່ານສື່ອອນລາຍ (ເຟດບຸກ ຊື່ວ່າ ເຈ້ທິບ ພຸດທະວົງ ດ້ວຍຮູບການແອບອ້າງເປັນແມ່ຫວຍ ດ້ວຍການລະດົມເງິນມາລົງທຶນນໍາຜູ້ກ່ຽວໂດຍໃຫ້ດອກສູງກວ່າທະນາຄານ 30% ຕໍ່ເດືອນ ແລະ ຝາກເບື້ອງຕົ້ນຂັ້ນຕໍ່າ 30 ລ້ານກີບຂຶ້ນໄປ, ຖ້າບຸກຄົນໄດສົນໃຈແມ່ນໃຫ້ໂອນເຂົ້າບັນຊີຂອງ ນາງ ພອນທິບ ມີທັງໝົດ 3 ບັນຊີເງິນຄື: ເງິນກີບ, ເງິນບາດ ແລະ ເງິນໂດລາ ໂດຍອອກຊື່ ລາຢາ ຂາຍເພັດພອຍວັດຖຸມີຄ່າ.

ຫຼັງຈາກນັ້ນມີຄົນຈໍານວນຫຼາຍທີ່ເຂົ້າຫວຍ ແລະ ໂອນເງິນເຂົ້າບັນຊີ, ພາຍຫຼັງມີຄົນມາເຂົ້າຫວຍໃນເບື້ອງຕົ້ນນາງ ພອນທິບ ໄດ້ໂອນເງິນດອກໃຫ້ແກ່ລູກຫວຍໂດຍເອົາເງິນຕົ້ນທຶນທີ່ຜູ້ຄົນນໍາມາເຂົ້າຫວຍໂອນໃຫ້; ຕໍ່ມາບໍ່ມີຄົນມາເຂົ້າຫວຍ ຈິງບໍ່ສາມາດຈ່າຍດອກໃຫ້ລູກຫວຍໄດ້; ມາຮອດຊ່ວງເດືອນ ພຶດສະພາ ລູກຫວຍ ຈໍານວນໜຶ່ງໄດ້ໄປຂໍຖອນເງິນທຶນຄືນ ແຕ່ຜູ້ກ່ຽວບໍ່ສາມາດຈ່າຍເງິນໃຫ້ແກ່ລູກຫວຍ ພ້ອມທັງເອົາຕົວລົບໜີອກຈາກປະເທດ.

ທີ່ມາ:​ ຄວາມສະຫງົບ Lao Security News

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...