Microsoft ບອກເຄັດລັບ! ວິທີປັບແຕ່ງ Windows 11 ໃຫ້ຫຼິ້ນເກມໄດ້ແບບບໍ່ຄ້າງ

ຖືວ່າມີບັນຫາກັນມາບໍ່ຢຸດ ຕັ້ງແຕ່ທີ່ເປີດໂຕ Windows 11 ມາ ເຊິ່ງນີ້ກໍເປັນອີກບັນຫາໜຶ່ງທີ່ມີຄົນພົບເຫັນຄື ປະສິດທິພາບໃນການຫຼິ້ນເກມຫຼຸດລົງ ເມື່ອທຽບກັບ Windows 10 ແລະ ຫຼ້າສຸດ ທາງ Microsoft ໄດ້ບອກວິທີປັບແຕ່ງ Windows 11 ໃຫ້ຫຼິ້ນເກມໄດ້ມີປະສິດທິພາບຫຼາຍຂຶ້ນ ດ້ວຍການປິດ HVCI ແລະ VMP.

ສຳລັບວິທີທຳອິດແມ່ນປິດ HVCI ຫຼື Hypervisor-protected code integrity ເຊິ່ງເປັນແນວປ້ອງບໍ່ໃຫ້ຜູ້ທີ່ບໍ່ຫວັງດີມລັກຝັງລະຫັດໂຄດໃນອະປຸກອນຂອງເຮົາໄດ້ນັ້ນເອງ ຫຼື ສາມາດປ້ອງກັນ Ransomware ກໍຍັງໄດ້.

ສ່ວນວິທີປິດແມ່ນໃຫ້ກົດ Start ແລ້ວພິມຄົ້ນຫາຄຳວ່າ Core Isolation ໃນ Taskbar ແລ້ວກົດປິດໂຕ Memory Integrity.

ວິທີນີ້ອາດຈະເຮັດໃຫ້ PC ເຮັດວຽກໄວຂຶ້ນ ແຕ່ຕ້ອງແລກກັບການທີ່ກຳແພງປ້ອງກັນຄວາມສ່ຽງ Ransomware ຖືກປິດໄປໜຶ່ງຂັ້ນ.

ສຳລັບວິທີຕໍ່ໄປແມ່ນ ການປິດ VMP ຫຼື Virtual Machine Platform ຟີເຈີໃນການຈໍາລອງ ຫຼື ຊ່ວຍໃນການສ້າງເຄື່ອງຄອມສະເໝືອນ ທີ່ຊ່ວຍເລື່ອງຄວາມປອດໄພໄດ້ ວິທີການສັ່ງປິດແມ່ນ ໃຫ້ກົດ Start ແລ້ວພິມຄົ້ນຫາຄຳວ່າ Windows Features ແລ້ວຄົ້ນຫາຄຳວ່າ Virtual Machine Platform ແລ້ວເອົາໝາຍຕິກອອກ ເພື່ອປິດ.

ເຖິງຢ່າງໃດກໍຕາມ ການປິດທັງສອງຢ່າງນີ້ອາດຈະເຮັດໃຫ້ຫຼິ້ນເກມໄດ້ດີຂຶ້ນ ແຕ່ Microsoft ກໍຍັງແນະນຳໃຫ້ເປີດໄວ້ຫຼັງເລີກຫຼິ້ນເກມ.

ຂໍ້ມູນຈາກ: Microsoft

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...