2 ແຫຼ່ງທ່ອງທ່ຽວ ແຂວງຈຳປາສັກ ໄດ້ຖືກມອບໃຫ້ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເຂົ້າໄປພັດທະນາ

ອົງການປົກຄອງແຂວງຈຳປາສັກ ມອບ-ຮັບແຫຼ່ງທ່ອງທ່ຽວ ອຸທິຍານນ້ຳຕົກຕາດຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດສົມພະມິດ (ຫຼີຜີ) ໃຫ້ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເຂົ້າໄປພັດທະນາ ບໍວ່າຈະເປັນເລື່ອງຂອງການກໍ່ສ້າງ-ປັບປຸງສິ່ງນວຍຄວາມສະດວກ ທັກສະໃນການບໍລິການ.

ໃນພິທີມອບ-ຮັບແຫຼ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດສົມພະມິດ ລະຫວ່າງທ່ານ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ກັບ ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ຊ້ອງໜ້າບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງໆໂຂງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບໜ້າວຽກຈຸດສຸມທີ່ໄດ້ກຳນົດເປັນ 4 ໄລຍະເປັນຕົ້ນ:

  1. ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແມ່ນຈະໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງໆທີ່ມີຢູ່ແລ້ວ (ເປ່ເພ) ກັບມານຳໃຊ້ໄດ້ເປັນປົກກະຕິ.
  2. ເນື້ອທີ່ 51 ເຮັກຕາ ກຳນົດເປັນບ່ອນຈອດລົດສຳລັບແຂກຮ້ານອາຫານ, ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດ ຄາດຄະເນຈະນຳໃຊ້ທຶນເຂົ້າໃສ່ທັງໝົດ 500.000 ໂດລາສະຫະລັດ, ສາມາດຮັບນັກທ່ອງທ່ຽວໄດ້ 5.000 ຄົນຕໍ່ມື້.
  3. ໄດ້ສຳເລັດການບຸກເບີກເນື້ອທີ່ 125 ເຮັກຕາ ເພື່ອສ້າງເປັນສວນສະໜຸກ, ຫໍພິພິທະພັນ, ຫໍວິທະຍາສາດ, ເຮືອນພັກຕາກອາກາດ ຊຶ່ງໂຄງການເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນຫານັກລົງທຶນ.
  4. ນອກນັ້ນ ຍັງມີການຍົກລະດັບໃຫ້ພະນັກງານທີ່ຮັບເຂົ້າມາເຮັດວຽກກັບໂຄງການເປັນຕົ້ນ: ຝຶກທັກສະ ແລະ ສອນພາສາຕ່າງປະເທດ ເຮັດໃຫ້ສາມາດສື່ສານໄດ້ເປັນພາສາອັງກິດ ແລະ ພາສາຈີນ, ສ້າງໃຫ້ເປັນນັກຮັບຕ້ອນທີ່ດີ, ແມ່ບ້ານທີ່ດີ ແລະ ນັກປະສົມເຄື່ອງດື່ມທີ່ສຳນານ ເພື່ອໃຫ້ແຂກ ກໍຄືນັກທ່ອງທ່ຽວເພິ່ງພໍໃຈ ແລະ ປະທັບໃຈກັບການບໍລິການ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸໂທລະພາບ-ໂທລະພາບເມືອງໂຂງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...