ເປີດນຳໃຊ້ທົດລອງລະບົບສູນ CCC ແລະ ເບີໂທສຸກເສີນ 1195

ພິທີໄຂນຳໃຊ້ທົດລອງລະບົບຂອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງວຽງຈັນ (CCC) ແລະ ກອງປະຊຸມລາຍງານກ່ຽວກັບວຽກງານ ຂອງໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດ ເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການສຸກເສີນ ແລະ ມາດຕະຖານຄວາມປອດໄພຕາມທ້ອງຖະໜົນ (ໂຄງການ SAFER) ຈັດຂຶ້ນວັນທີ 11 ຕຸລາ 2022 ທີ່ໂຮງໝໍມິດຕະພາບ ເປັນກຽດເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສອນໄຊ ຣາດຊະວົງ ອຳນວຍການໂຮງໝໍມິດຕະພາບ ແລະ ຂະແໜງການກ່ຽວຂ້ອງ.

ພາກສ່ວນຫຼັກໃນການດຳເນີນໂຄງການໃນຄັ້ງນີ້ ແມ່ນໂຮງໝໍມິດຕະພາບ ກະຊວງສາທາລະນະສຸກ ມະຫາວິທະຍາໄລຊຶກຸບະ ປະເທດຍີ່ປຸ່ນ ແລະ ສະຖາບັນພັດທະນາທາງສັງຄົມຍີ່ປຸ່ນ (JRISS) ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ໂຮງໝໍມິດຕະພາບ ມີພາລະບົດບາດຫຼັກໃນໂຄງການນີ້ ສູນ CCC ຕັ້ງຢູ່ໃນໂຮງໝໍມິດຕະພາບ ແລະ ໂຮງໝໍມິດຕະພາບເປັນຜູ້ຄຸ້ມຄອງດູ¬ແລສູນດັ່ງກ່າວ ພາຍຫຼັງໂຄງການ SAFER ສິ້ນສຸດລົງ ໂຮງໝໍມິດຕະພາບກໍຈະສືບຕໍ່ດຳເນີນງານ ແລະ ຄຸ້ມຄອງ ສູນ CCC.

ສູນ CCC ຈະໄດ້ຮັບການເປີດນຳໃຊ້ເປັນທາງການຄັ້ງທຳອິດໃນ ສປປ ລາວ ໃນໄວໆນີ້ ພ້ອມກັນນີ້ ກໍຈະມີນຳໃຊ້ເບີ 1195 ເປັນເບີສຸກເສີນທາງການແພດໃນໄວໆນີ້ ໂດຍຈະມີການນຳ ແລະ ບຸຄະລາກອນທີ່ກ່ຽວຂ້ອງກັບການແພດສຸກເສີນ “Emergency Medical Services (EMS) ກະຊວງສາທາລະນະສຸກ ກະຊວງໂຍທາທິການ ແລະ ຂົນສົ່ງ ໂຮງໝໍມິດຕະພາບ ໂຮງໝໍເຊດຖາທິຣາດ ໂຮງໝໍມະໂຫສົດ ໂຮງໝໍເມືອງ 9 ເມືອງ ໃນນະຄອນຫຼວງວຽງຈັນ (ໄຊທານີ ໄຊເສດຖາ ປາກງື່ມ ຫາດຊາຍຟອງ ສີສັດຕະນາກ ຈັນທະບູລີ ສີໂຄດຕະບອງ ສັງທອງ ສີສັດຕະນາກ) ຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການປະຕິບັດງານທີ່ກ່ຽວຂ້ອງກັບ CCC.

ທີ່ມາ: Vientiane Mai

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...