ມາຮູ້ຈັກກັບ! ຈິນຕະນາ ຄິດາພອນ ຕົວແທນໃຫ້ສາວລາວແຂ່ງຂັນ Miss Earth 2022 ຢູ່ຟີລິບປິນ

ນາງ ຈິນຕະນາ ຄິດາພອນ ສູງ 168 ຊັງຕີແມັດ ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ ເສັ້ນທາງສາຍການແຂ່ງຂັນໃນເວທີຜ່ານມາ ເຄີຍແຂ່ງຂັນ Miss world 2018, Lao supermodel 2019 ພ້ອມນີ້ຍັງຜ່ານເວທີເດີນແບບ ຖ່າຍແບບ ມາແລ້ວຫຼາຍເວທີ.

ຈິນຕະນາ ເປັນຜູ້ທີ່ມີຈຸດເດັ່ນ ນອກຈາກຄວາມໝັ້ນໃຈແລ້ວ ຍັງເປັນນາງງາມທີ່ພ້ອມໃຊ້ ແລະ ທາງປະທານກອງແຂ່ງຂັນຍັງໄດ້ບອກຕື່ມວ່າ ຈິນຕະນາ ຄິດາພອນ ເປັນຜູ້ທີ່ມີຄວາມພ້ອມທີ່ສຸດ ເພາະມີການກຽມຄວາມພ້ອມທຸກດ້ານ ແລະ ມີຄວາມເປັນນັກສູ້ໃນໂຕ ກອງແຂ່ງຂັນຈຶ່ງໄດ້ແຕ່ງຕັ້ງຕັ້ງໃຫ້ ຈິນຕະນາ ຄິດາພອນ ເປັນຕົວແທນຂອງສາວງາມຈາກປະເທດລາວ ໄປຮ່ວມແຂ່ງຂັນໃນເວທີສາກົນ.

ໂດຍໄດ້ຮັບແຕ່ງຕັ້ງເປັນ Miss Earth Laos ເພື່ອເປັນຕົວແທນໃຫ້ສາວລາວ ເຂົ້າຮ່ວມແຂ່ງຂັນໃນເວທີ Miss Earth 2022 ໃນທ້າຍເດືອນຕຸລາ 2022 ຢູ່ປະເທດຟີລິບປິນ ໂດຍພິທີຖະແຫຼງຂ່າວ ແລະ ແຕ່ງຕັ້ງ Miss Earth Laos ປະຈຳປີ 2022 ຈັດຂຶ້ນວັນທີ 12 ຕຸລາ 2022 ຢູ່ໂຮງແຮມລາວເທວ ໂດຍມີບຸກຄົນໃນວົງການບັນເທີງ ດາລາ ນາງງາມ ນັກຮ້ອງ ນາຍແບບ ລວມທັງຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ນາງ ຈິນຕະນາ ຄິດາພອນ ຍັງໄດ້ກ່າວອີກວ່າ: ຕົນຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ທີ່ຜູ້ໃຫຍ່ໄດ້ໃຫ້ໂອກາດ ແລະ ເຫັນໄດ້ຄວາມຕັ້ງໃຈ ຄວາມສາມາດທີ່ຕົນເອງມີ ພ້ອມນີ້ ກໍຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ໂດຍສະເພາະງານໃນມື້ີນີ້ແມ່ນຈັດຢ່າງຍິ່ງໃຫຍ່ ຕົນຈຶ່ງຕື່ນເຕັ້ນເປັນພິເສດ ແລະ ຈະເຮັດໜ້າທີ່ໃຫ້ດີທີ່ສຸດໃນການເປັນຕົວແທນຂອງແມ່ຍິງລາວ ເພື່ອໄປເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມ ສະຖານທີ່ທ່ອງທ່ຽວທໍາມະຊາດທີ່ອຸດົມສົມບູນຂອງລາວ ໃຫ້ສາກົນຮັບຮູ້.

ນອກນັ້ນ, ຍັງສາມາດຕິດຕາມ ໃຫ້ການສະໜັບສະໜູນຕົວແທນຂອງແມ່ຍິງລາວ ໃນການແຂ່ງຂັນ Miss Earth 2022 ສາມາດຕິດຕາມໄດ້ທີ່ Tato Jintana Kdp ແລະ ເພຈ Miss Earth Laos ມີສເອີສລາວ.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.