Windows 7 ບໍ່ໄດ້ໄປຕໍ່! Chrome ເວີຊັນໃໝ່ຈະຮອງຮັບແຕ່ Windows 10 ແລະ 11

ຖືເປັນຂ່າວຮ້າຍສຳລັບຜູ້ທີ່ໃຊ້ງານ Windows ຮຸ່ນເກົ່າໆ ເພາະຖ້າ Chrome ມີການອັບເດດເວີຊັນໃໝ່ຈະຮອງຮັບແຕ່ Windows 10 ແລະ 11 ເທົ່ານັ້ນ ເຊິ່ງຈະບໍ່ມີການສະໜັບສະໜູນແກ້ໄຂຂໍ່້ຜິດພາດດ້ານຄວາມປອດໄພໃຫ້ອີກດ້ວຍ.

Chrome ເວີຊັນໃໝ່ ຈະບໍ່ຮອງຮັບ Windows 7 ແລະ Windows 8.1 ອີກຕໍ່ໄປ ນັບຕັ້ງແຕ່ວັນທີ 7 ກຸມພາ 2023 ຜູ້ໃຊ້ງານຈະຕ້ອງໃຊ້ Windows 10 ເປັນຂັ້ນຕໍ່າເພື່ອຮັບການອັບເດດທີ່ຈະເກີດຂຶ້ນ ທັງອັບເດດເລື່ອງຂອງຄວາມປອດໄພ ແລະ ການປັບປຸງແອັບ.

ແຕ່ວ່າຫາກໃຜທີ່ຍັງໃຊ້ງານ Windows 7 ຫຼື 8,1 ຢູ່ Google ກໍບໍ່ໄດ້ຫ້າມໃຫ້ໃຊ້ງານ Chrome ແຕ່ເຮົາຈະໄດ້ເປັນເວີຊັນເກົ່າ ກ່ອນທີ່ຈະອັບເດດ ແລະ ຕ້ອງໃຊ້ເວີຊັນເກົ່ານັ້ນຈົນກວ່າຈະມີການອັບເດດລະບົບປະຕິບັດການເປັນ Windows 10 ເຊິ່ງຖ້າເຮົາຍັງໃຊ້ເວີຊັນເກົ່າຢູ່ຫາກມີຂໍ້ຜິດພາດດ້ານຄວາມປອດໄພ ກໍຈະບໍ່່ໄດ້ຮັບການອັບເດດໃດໆເພີ່ມເຕີມ.

ຂໍ້ມູນຈາກ: Android Police

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.