ພຣະສົງຈາກ ສປປ ລາວ ໄດ້ຮັບ “ລາງວັນສັນຕິພາບໂລກ”

ພຣະສົງຈາກປະເທດ ສປປ ລາວ ໄດ້ຖືກຄັດເລື່ອກໃຫ້ໄດ້ຮັບລາງວັນໃນຄັ້ງນີ້ແມ່ນ ພຣະອາຈານ ປອ.ພວງປະເສີດ ພູມາວົງ ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການສຶກສາສົງ ສູນກາງ ອພສ.

ຕາມການອາຣາທະນານິມົນ ຂອງພຣະອາຈານ ສັງຄະລາຊາ ມ໊ອກເທັກ (Sang galaja MOKTAK) ຈາກ ປະເທດສາທາລະນະລັດເກົາຫລີໃຕ້ ໄດ້ນິມົນພຣະສົງທີ່ມີຄຸນໝູປະການຕໍ່ພຣະພຸດທະສາສະໜາ ແລະ ມີຄວາມສະໜິດສະໝົມ ຮັກແພງເປັນພິເສດ ໃຫ້ມາຮ່ວມງານ ຈັດໂດຍ ສະມາຄົມຜູ້ນໍາພຣະພຸດທະສາສະໜາສາກົນ ຫລື International Buddhism Leader Association ເຊິ່ງເອີ້ນວ່າ WORLD BUDDHIST DHARMA-KING.

ພິທີດັງກ່າວ ໄດ້ຈັດແບບລຽບງ່າຍ ເລິ່ມຕົ້ນດ້ວຍ ມອບດອກໄມ້ ເຄື່ອງບູຊາ, ສູດມົນ-ຮ້ອງເພງສັນລະເສີນພຣະພຸດທະເຈົ້າ ແນະນໍາແຂກສຳຄັນ ທີ່ມາຮ່ວມງານ. ໂດຍມີພຣະສົງທີ່ມີບົດບາດສຳຄັນ ເປັນຜູ້ນຳດ້ານພຣະພຸດທະສາສະໜາ ຈາກນາໆປະເທດ ປະກອບດ້ວຍ ປະເທດສະຫະພາບມ້ຽນມາ, ປະເທດ ສປປ ລາວ, ປະເທດຣາຊອານາຈັກໄທ, ສີລັງກາ, ມົງໂກເລຍ ມາຮ່ວມງານ ຢ່າງອົບອຸ່ນ.

ເຊິ່ງພຣະສົງຈາກ ສປປ ລາວ ໃນນາມເຈົ້າອະທິການວັດອົງຕື້ ວໍຣະມະຫາວິຫານ ເປັນອົງໄດ້ຮັບລາງວັນ ຊື່ລາງວັນວ່າ “ລາງວັນສັນຕິພາບໂລກ ເປັນກຽດໂດຍພຸດທະສາສະນິກະຊົນໂລກ ແລະ ມອບໃຫ້ນັກບຸນ” ຫລື World Peace Prize Honored by World Buddhists and Degree Awarded to a Saint ແລະ ໄດ້ມີການມອບລາງວັນຢ້ອງຍໍໃຫ້ພຣະສົງເກົາຫລີ ແລະ ບັນດາສະມາສິກ, ຈົບລົງດ້ວຍຊາວພຸດເກົາຫລີ ຂາບໄຫວ້ ຄະນະພຣະສົງເຖຣະ.

ຂໍ້ມູນຈາກ: Thantachito Bhikkhu

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...