ແຂວງໄຊສົມບູນ ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ

ແຂວງໄຊສົມບູນ ໄດ້ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ ເພື່ອເປັນການສ້າງສະຖານທີ່ແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຂອງແຂວງ ແລະ ລະນຶກເຖິງການເສຍສະຫຼະຂອງເຈົ້າອະນຸວົງ ເພື່ອພາລະກິດປົກປັກຮັກສາປະເທດຊາດ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ເດີ່ນສວນສາທາລະນະຖໍ້າເຈົ້າອະນຸວົງ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນໍາແຂວງ ຕະຫຼອດຮອດບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ, ພຣະສົງ 3 ອົງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນດຳເນີນພິທີສູດປະລິຕະມຸງຄຸນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນຄວາມໝາຍ-ສໍາຄັນຂອງການກໍ່ສ້າງອະນຸສາວະລີ ກໍຄືສວນສາທາລະນະຖໍ້າເຈົ້າອະນຸວົງ ແຫ່ງນີ້ ກໍເພື່ອໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວແຂວງໄຊສົມບູນ.

ໂດຍສະເພາະແມ່ນໃຫ້ຄົນຮຸ່ນໃໝ່ ໄດ້ເຂົ້າໃຈ ແລະ ກໍາໄດ້ມູນເຊື້ອອັນດີງາມ ຂອງເຈົ້າອະນຸວົງ ແລະ ບັນດານັກຮົບປະຕິວັດ ທີ່ເຄີຍເສຍສະຫຼະເພື່ອພາລະກິດປົກປັກຮັກສາປະເທດຊາດ ກໍຄືແຂວງໄຊສົມບູນ ໃນໄລຍະທີ່ເພີ່ນເຄີຍມາພັກຜ່ອນຢູ່ຖໍ້າແຫ່ງນີ້ ແລະ ອີກຢ່າງໜຶ່ງ ກໍເພື່ອເປັນການສ້າງສະຖານທີ່ແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມ, ຄົງຄວາມເປັນທໍາມະຊາດ ແລະ ເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ.

ຈາກນັ້ນ ໄດ້ມີພິທີທາງສາສະໜາສູດປະລິຕະມຸງຄຸນ, ຢາດນໍ້າ ແລະ ສູດຖອດເທທອງຫຼໍ່ໝວກເຈົ້າອະນຸວົງ ເພື່ອເປັນສິລິມຸງຄຸນ, ສັກສິດ ແລະ ກາຍເປັນມິ່ງຂວັນ ຂອງຊາວແຂວງໄຊສົມບູນ ຕະຫຼອດໄປ.

ບ.ກ: ຈິນລະວອນ ວໍລະສົມບູນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...