ທີມໃດແນ່ ທີ່ເປັນໂຕຕຶງ! ໃນການແຂ່ງຂັນ LAO NATIONAL CHAMPIONSHIP 2022.

ສອງໂຕຕຶງ TEAM EEVO QT ແລະ IDNS PRINCESS ສອງທີມສຸດທ້າຍທີ່ສາມາດແຂ່ງຂັນ ລາຍການ MLBB WOMEN ແລ້ວຊະນະເກັບແຕ້ມມາໄດ້ ຈົນຜ່ານເຂົ້າຮອບ FINAL ແບບ OFFLINE ໃນການແຂ່ງຂັນ LAO NATIONAL CHAMPIONSHIP 2022 ທີ່ຈະຈັດຂຶ້ນໃຫ້ທຸກຄົນໄດ້ໄປເຊຍກັນໃນເດືອນທັນວາ.

ສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ໃນການແຂ່ງຂັນ LAO NATIONAL CHAMPIONSHIP 2022 ຈະມີການແຂ່ງຂັນທັງໝົດ 5 ເກມ ເຊິ່ງປະກອບມີເກມ MOBILE LEGEND BANG BANG, VALORANT, FREEFIRE, PUBG MOBILE ແລະ AOV ເຊິ່ງແຕ່ລະເກມຈະໄດ້ມີການແຂ່ງຂັນໃນຮອບແບ່ງກຸ່ມ ແລະແຕ່ລະທີມຈະຕ້ອງແຂ່ງຊະນະເກັບແຕ້ມໃຫ້ສູງ ເພື່ອຫາຜູ້ຊະນະໄປແຂ່ງຂັນໃນ ຮອບ FINAL OFFLINE ໃນວັນທີ 17-18 ທັນວາ 2022 ນີ້ ທີ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ.

ໂດຍປັດຈຸບັນ ມີ 2 ລາຍການເກມທີ່ແຂ່ງໄປແລ້ວ ຄື AOV ມີ 4 ທີມທີ່ໄດ້ແຂ່ງ FINAL OFFLINE ແມ່ນ SECOND TEAM, GENIUS ESPORTS, PARADISE ESPORTS ແລະ BLACKMOON, ສ່ວນລາຍການເກມ MOBILE LEGEND WOMEN ມີທີມ TEAM EEVO QT ແລະ IDNS PRINCESS.

ສຳລັບ 3 ເກມທີ່ຍັງບໍ່ໄດ້ເລີ່ມແຂ່ງ ແລະ ຍັງເປີດຮັບສະໝັກຜູ້ເຂົ້າແຂ່ງຂັນຢຸ່ໄດ້ແກ່ VALORANT, FREEFIRE ແລະ PUBG MOBILE, ສຳລັບບັນດານັກກິລາອີສະປອດທັງຫຼາຍແມ່ນ ສາມາດເຂົ້າໄປຂໍຂໍ້ມູນໃນການສະໝັກລົງແຂ່ງ ໄດ້ກັບທາງ ສະຫະພັນກິລາອີສະປອດແຫ່ງຊາດລາວ.

ຂໍ້ມູນຈາກ: Lao Esports Federation

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...