“ເສດແກ້ວກາງໃຈ” ຄວາມຮູ້ສຶກທີ່ສົ່ງຜ່ານບົດກະວີ

ປຶ້ມ ໂຮມກະວີນິພົນ “ເສດແກ້ວກາງໃຈ” ຖືວ່າເປັນຜົນງານການຂຽນບົດກະວີເຫຼັ້ມທໍາອິດຂອງ ນາງ ສຸກສະດາ ສຸດທິໄຊ, ໄວ 28 ປີ ທີ່ມີນາມປາກກາ “ສາວເມີ້ຍ”  ເຊິ່ງໄດ້ສະແດງເຖິງຄວາມຮູ້ສຶກຂອງເຂົາອອກມາ ເປັນບົດກະວີ ໂດຍມີເນື້ອໃນທີ່ປຽບເປີຍຄ້າຍຄືກັບວ່າມີເສດແກ້ວສຽບແທງພາຍໃນເອິກ ໂດຍບໍ່ມີມື້ຫຼົງລືມໄດ້.

ປັດຈຸບັນ ນາງ ສຸກສະດາ ສຸດທິໄຊ, ເປັນຄູອາສາສະໝັກ ຢູ່ ມະຫາວິທະຍາໄລແຫ່ງຊາດ, ຄະນະອັກສອນສາດ, ພາກວິຊາ ພາສາ-ວັດທະນະທໍາລາວ ແລະ ໄດ້ເປັນສະມາຊິກຄ້າຍພັກນັກຂຽນໜຸ່ມ ປີ 2016 ແລະ ເປັນສະມາຊິກ ນັກປະພັນລາວ ປີ 2020.

ສຸກສະດາ ກ່າວວ່າ:  ການຂຽນກະວີ ແມ່ນເລີ່ມຈາກຄວາມຮັກມັກ ໃນການອ່ານປຶ້ມປະເພດຕ່າງໆ ໂດຍສະເພາະ ແມ່ນປື້ມກະວີ ຈຶ່ງເຮັດໃຫ້ໂຕເອງຢາກຂຽນຄວາມໃນໃຈ, ສິ່ງທີ່ຕົນໄດ້ປະສົບພົບພໍ້ ໃຫ້ບັນຍາຍອອກມາເປັນຕົວໜັງສື ທີ່ຄ່ອງຈ່ອງກັນ ເປັນກາບກອນ, ພ້ອມດຽວກັນນັ້ນ ຍັງໄດ້ມີໂອກາດພົບປະນັກປາດ, ອາຈານຜູ້ຊົງຄຸນວຸດທິ ຫຼາຍທ່ານ ທີ່ໃຫ້ຄວາມເມດຕາຊ່ວຍເຫຼືອ ທັງຖ່າຍທອດຄວາມຮູ້ອັນລໍ້າຄ່າ ໃນການປະດິດແຕ່ງກາບກອນ, ກະວີ ແລະ ແນະນໍາປື້ມດີໆໃຫ້ອ່ານ.

ບັນດາບົດກອນໃນ ໂຮມກະວີ “ເສດແກ້ວກາງໃຈ” ໄດ້ບັນຈຸປະສົບການ ບໍ່ວ່າຈະເປັນເລື່ອງຄວາມຮັກລະຫວ່າງ ບ່າວ-ສາວ ມີທັງສຸກ, ສົດຊື່ນ, ເຈັບປວດທໍລະມານ ແລະ ຊີວິດຂອງຄູອາສາ ທີ່ຕ້ອງອົດທົນ ສູ້ເພື່ອຄວາມຫວັງ ທີ່ຈະປະສົບຜົນສຳເລັດໃນອະນາຄົດ, ຄວາມຄິດຮອດບ້ານເກີດ, ຊີວິດຂອງນັກສຶກສາຍິງ ທີ່ຕໍ່ສູ້ດິ້ນຮົນເພື່ອຄວາມຢູ່ລອດໃນສັງຄົມເມືອງໃຫຍ່, ຕະຫຼອດຮອດສະຖານທີ່ສຳຄັນທີ່ “ສາວເມີ້ຍ” ໄດ້ພົບພໍ້ມາ ດັ່ງບົດກອນທີ່ວ່າ:

* ຍາມເມື່ອເຮົາຢຽບແກ້ວ            ແສນປວດເປັນແຜ

ແກ່ແດ່ເຄືອງຄາຕີນ                  ຫາກເຮົາດຶງທື້ນ

ພຽງຂ້າມຄືນຫາຍໄດ້               ດີໄວປານປິດອອກ

ຊອກຢາປົວຕື່ມໃຫ້                   ເຊົາໄດ້ແມ້ນຢໍາ

*ແຕ່ວ່າເຮົາປວດຊໍ້າ                   ຄໍາຫຼອກລົມລວງ

ຄືດັ່ງດວງໃຈເຮົາ                       ສຽບແທງໂດຍແກ້ວ

ຄືມີແນວເຜົາໄໝ້                     ກາງໃຈນູນເນົ່າ

ປວດບໍ່ເຊົາງ່າຍໄດ້                    ໃຈຊໍ້າໂສກໝອງ.

ຄໍາກອນສອງບາດນີ້ ສ່ອງແສງໃຫ້ເຫັນວ່າ ຍາມເມື່ອຮ່າງກາຍ ຖືກສຽບແທງໂດຍເສດແກ້ວ ຫາກດຶງອອກແລ້ວ ເອົາຢາທາບໍ່ພໍເທົ່າໃດ ບາດແຜກໍຫາຍເປັນປົກກະຕິ, ແຕ່ກົງກັນຂ້າມ ຖ້າຫາກເຈັບຊໍ້າຈາກຄຳຄົນ ທີ່ສຽບແທງໃຈ ກໍເໝືອນດັ່ງວ່າ ໃນຫົວໃຈ ມີເສດແກ້ວ ສຽບຄ້າງຢູ່ ເຮັດໃຫ້ມີຄວາມເຈັບປວດ ຕະຫຼອດເວລາ ບໍ່ມີຢາຊະນິດໃດສາມາດປິ່ນປົວໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...