ຂໍຂອບໃຈນຳຜູ້ສະໜັບສະໜູນ

ນັກສຶກສາທີ່ຈົບໃໝ່ ແລະ ຜູ້ຊອກວຽກເຮັດງານທຳ ບໍ່ຄວນພາດງານນັດພົບແຮງງານປະຈຳປີຄັ້ງນີ້ ເພາະວ່າປີນີ້ມີຕຳແໜ່ງວ່າງງານຫຼາຍກວ່າ 11.000 ຕໍ່າແໜ່ງ ແລະ ມີບູດຮັບສະໝັກງານຫຼາຍເຖິງ 28 ບູດ ທີ່ລໍຖ້າໃຫ້ທຸກຄົນໄປສະໝັກ ໂດຍງານຄັ້ງນີ້ຈັດຂຶ້ນເພື່ອອຳນວຍຄວາມສະດວກໃນການຫາວຽກ ຫຼຸດຜ່ອນການວ່າງງານ.

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ປີນີ້່ບໍ່ໄດ້ຈັດໃຫຍ່ກວ່າປີທີ່ຜ່ານມາ ແຕ່ວ່າເນັ້ນໄປທີ່ການລົງທະບຽນສະໝັກງານເປັນຫຼັກ ແລະ ຍັງມີການກຽມຫ້ອງສຳພາດເອົາໄວ້ອີກດ້ວຍ ເພື່ອທີ່ວ່າບາງງານຈຳເປັນຕ້ອງໄດ້ມີການສຳພາດແຮງງານ.

ພາຍ​ໃນ​ງານ ແມ່ນ​ຈະ​ມີກິດ​ຈະ​ກຳ​ທີ່ຫຼາກຫຼາຍເຊັ່ນ: ​ການລົງທະບຽນຮັບສະໝັກງານຜ່ານ​ລະ​ບົບ​ອິນ​ເຕີ​ເນັດ ແລະ ແບບເຊິ່ງໜ້າ, ການ​ສຳ​ພາດ​ເຂົ້າ​ເຮັດ​ວຽກ, ການໃຫ້ຂໍ້ມູນຂ່າວສານ​ດ້ານແຮງງານ, ຂໍ້ມູນກ່ຽວກັບການຝຶກອົບຮົມວິຊາຊີບ, ການເຜີຍແຜ່ເວັບໄຊ ຂໍ້ມູນຂ່າວສານຕະຫຼາດແຮງງານ, ກິດຈະກຳວາງສະແດງຮູບພາບການ ເຄື່ອນໄຫວວຽກງານການພັດທະນາສີມືແຮງງານ ແລະ ຈັດຫາງານໃນແຕ່ລະໄລຍະ, ກິດຈະກຳໃຫ້ຄຳປຶກສາກ່ຽວກັບການເຂົ້າປະກັນສັງຄົມ ແລະ ການປິ່ນປົວສຸຂະພາບ, ກິດຈະກຳການແຂ່ງຂັນສີມືແຮງງານເປັນ​ຕົ້ນ​ແມ່ນການແກະສະຫຼັກຜັກ ແລະ ໝາກໄມ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ງານນັດພົບແຮງງານຄັ້ງນີ້ ຈຸດປະສົງຫຼັກໆແມ່ນເພື່ອຊຸກຍູ້ສົ່ງເສີມການມີວຽກເຮັດງານທໍາໃຫ້ແກ່ກໍາລັງແຮງງານ ແລະ ສ້າງໂອກາດໃຫ້ຜູ້ອອກແຮງງານໄດ້ເຂົ້າເຖິງຂໍ້ມູນຂ່າວສານການຕະຫຼາດແຮງງານ ເຊິ່ງປີນີ້ເພິ່ນຈັດຕັ້ງແຕ່ວັນທີ 17-20 ພະຈິກ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງ ວຽງຈັນ, ບ້ານ ໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ໃຜທີ່ສົນໃຈກໍສາມາດໄປຮ່ວມງານໄດ້.

Hits: 12

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້