ຮູ້​ໄວ້! ການ​ເລືອກ​ຄູ່​ຄອງ​ຕ້ອງ​ເລືອກແບບນີ້!

ຊາຍ​ຍິງ​ທີ່​ສົມ​ສູ່​ຢູ່​ຮ່ວມ​ກັນ ໂດຍ​ຖານ​ເປັນ​ຜົວ​ເປັນ​ເມຍ​ກັນ ເອີ້ນ​ວ່າ​ “ຄູ່​ຄອງ” ບູ​ຮານ​ແຍກ​ຄູ່​ຄອງ​ໄວ້ 2 ປະ​ເພດ​ຄື ພວກ​ທີ​ໜຶ່ງ​ເຄີຍ​ຢູ່​ຮ່ວມ​ກັນ​ມາ​ແຕ່​ໃນ​ຊາດ​ປາງ​ກ່ອນ. ພວກ​ທີ​ສອງ ແມ່ນ​ໄດ້​ຊ່ວຍ​ເຫຼືອ​ເກື້ອ​ກູນ​ກັນ​ໃນ​ປັດ​ຈຸ​ບັນ. ແລະ​ໃນ​ການ​ເລືອກ​ຄູ່​ຄອງນັ້ນ, ຖ້າ​ໄດ້​ຄົນ​ດີ ຈະ​ມີ​ຄວາມ​ສຸກ​ຄວາມ​ຈະ​ເລີນ.

        ການ​ເລືອກ​ຄູ່​ຄອງ ຕາມ​ທີ່​ໜັງ​ສື​ທຳ​ມະ​ດາ​ສອນ​ໂລກ ໄດ້​ບອກ​ໄວ້​ມີ​ດັ່ງ​ນີ້:

  1. ຍິງ​ຊາຍ​ທີ່​ພໍ່​ແມ່​ຍັງ​ມີ​ຊີ​ວິດ​ຢູ່ ຄວນ​ເລືອກ​ເປັນ​ຄູ່​ຄອງ ແລ້ວ​ໃຫ້​ເຮັດ​ຕາມ​ຮີດ​ຄອງປະ​ເພ​ນີ ແລະ​ຕ້ອງ​ເຄົາ​ລົບ​ຜີ (ດ້ຳ) ເຮືອນ ຖ້າບໍ່​ເຮັດ​ມັກ​ເກີດ​ໂທດ, ຖ້າ​ບໍ່​ຕາຍ​ກໍ​ຢ່າ​ຮ້າງ ຫາ​ຄວາມ​ສຸກ ຄວາມ​ຈະ​ເລີນບໍ່​ໄດ້.
  2. ຍິ​ງ​ຊາຍ ທີ່​ພໍ່​ແມ່​ຕາຍ​ແລ້ວບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ ຖ້າ​ຈ​ພ​ເປັນ​ໄດ້​ເລືອກ​ໃຫ້​ປຸກ​ຜາມ (ປະ​ຣຳ) ນອກ​ເຮືອນ ແລະ​ສົມ​ມາ​ເຈົ້າ​ໂຄດ​ວົງ​ສາ​ທີ່ນັ້ນ, ຈັກ​ຢູ່​ເຢັນ​ເປັນ​ສຸກ ຖ້າບໍ່​ເຮັດ​ດັ່ງ​ທີ່​ເວົ້າ​ມາ​ຈະ​ເກີດ​ໂທດ, ບໍ່​ໝ້າຍ​ກໍ​ຮ້າງ, ບໍ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.
  3. ຊາຍ-ຍິງ ທີ່​ພໍ່​ຕາຍ​ແລ້ວ ບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ ຖ້າ​ເລືອກ​ຈະ​ເກີດ​ໂທດ​ແກ່​ຕົນ ແລະ​ຄົນ​ອື່ນ ຫາ​ຄວາມ​ສຸກ​ກາຍ​ສະ​ບາຍ​ໃຈ​ບໍ່​ຄ່ອຍ​ໄດ້.
  4. ຝ່າຍ​ຊາຍ​ພໍ່​ຕາຍ ຝ່າຍ​ຍິງ​ແມ່​ຕາຍ ບໍ່ຄວນ​ເລືອກ​ເປັນ​ຄູ່​ຄອງ ​ຖ້າ​ເລືອກ​ຈະ​ເກີດ​ໂທດ ບໍ່​ຕາຍ​ກໍ​ຢ່າ​ຮ້າງ ຫຼື​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ລູກ​ທີ່​ເກີດ​ມາ.
  5. ຝ່າຍ​ໜຶ່ງ​ທຸກ​ຝ່າຍ​ໜຶ່ງ​ຮັ່ງ​ມີ ​ຄວນ​ເລືອກ​ເປັນ​ຄູ່​ຄອງ ຖ້າ​ທຸກ​ທັງ​ສອງ​ຝ່າຍ ບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ​ເລີຍ ຈະ​ທຸກ​ຍາກ​ລຳ​ບາກ​ຫຼາ​ຍ​ເລີຍ.
  6. ຍິງ​ຄົນ​ໃຊ້​ໃນ​ເຮືອນ​ຫຼື​ຍິງ​ທີ່​ມັກ​ຫຼິ້ນ​ຫອກ, ຫຼິ້ນ​ດາບ, ຫຼາວ, ແຫຼມ ບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ ເພາະ​ວ່າ​ຈະ​ນຳ​ຄວາມ​ເສື່ອມ​ເສຍ​ມາ​ສູ່​ຕົນ​ເອງ.
  7. ເຈົ້າ​ນາຍ ເອົາ​ຄົນ​ໃຊ້​ມາ​ເປັນ​ຄູ່​ຄອງ ຈະ​ເກີດ​ຄວາມ​ຈິບ​ຫາຍ.
  8. ເອົາ​ລູກ​ສາວ​ເປັນ​ເມຍ ຈະ​ເຂັດ​ຂວາງ ແລະ​ຈິບ​ຫາຍ​ວາຍວອດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.