6 ວິທີການກາງເຕັ້ນ ທີ່ບໍ່ຄວນພາດສໍາລັບສາຍຕັ້ງແຄ້ມມືໃໝ່

ຕ້ອງບອກເລີຍວ່າ ປັດຈຸບັນນີ້ການອອກທິບກາງເຕັ້ນ ກຳລັງມາແຮງ ເພາະວ່າການທ່ອງທ່ຽວແບບນີ້ຈະມີສະເໜ່ ສະເພາະຕົວທີ່ບໍ່ຄືໃຜ ເພື່ອໃຫ້ທ່ານໄດ້ລອງມາໃຊ້ຊີວິດແບບລຽບງ່າຍ ທ່າມກາງທຳມະຊາດ ແລະ ເປັນອີກໜຶ່ງປະສົບການປະຈົນໄພ ທີ່ເຈົ້າຈະຮູ້ສຶກສະໜຸກສະໜານແບບບໍ່ຮູ້ລືມ.

ແຕ່ສຳລັບໃຜທີ່ຢາກຈະລອງທ່ອງທ່ຽວແບບນີ້ ແຕ່ຍັງບໍ່ຮູ້ຈະກຽມຕົວແນວໃດ? ຈະກາງເຕັ້ນແນວໃດ? ຢ່າກັງວົນໄປເລີຍເພາະມື້ນີ້ ເຮົາມີເທັກນິກການກາງເຕັ້ນ ສຳລັບສາຍຕັ້ງແຄ້ມມືໃໝ່ມາຝາກກັນ.

  • ການເລືອກເຕັ້ນ

ຂັ້ນຕອນທຳອິດເຮົາຈະຕ້ອງມາເລືອກຊື້ເຕັ້ນກັນກ່ອນ ເຊິ່ງເທັກນິກໃນການເລືອກເຕັ້ນນັ້ນກໍຄືຄວາມແຂງແຮງ, ທົນທານ, ຂະໜາດ ແລະ ສະພາບອາກາດສະຖານທີ່ທີເຮົາຈະໄປ, ໂດຍປົກກະຕິແລ້ວຈະເລືອກເຕັ້ນທີ່ກັນລົມ, ກັນຝົນໄດ້ ແລະ ຢ່າລືມເລືອກເຕັ້ນທີ່ມີຊ່ອງລົມ ເພື່ອໃຫ້ອາກາດສາມາດຖ່າຍເທໄດ້ເປັນຢ່າງດີ .

  • ເລືອກຈຸດກາງເຕັ້ນໃຫ້ເໝາະສົມ

ສຳລັບການກາງເຕັ້ນນັ້ນ ຄວນຈະເລືອກຈຸດກາງເຕັ້ນທີ່ເປັນພື້ນລາບພຽງ ແລະ ພາຍາຍາມກວາດກ່ອນຫີນອອກໄປຈາກຈຸດກາງເຕັ້ນໃຫ້ຫຼາຍທີ່ສຸດ, ຈັດພື້ນທີ່ກາງເຕັ້ນໃຫ້ສະເໝີກັນ ເພື່ອເຮັດໃຫ້ນອນລັບໄດ້ຢ່າງສະບາຍຕົວ, ນອກຈາກນັ້ນ ກໍບໍ່ຄວນກາງເຕັ້ນໃຫ້ຕິດກັບຄົນອື່ນຫຼາຍ ເພື່ອເປັນການເຄົາລົບຄວາມເປັນສ່ວນຕົວຂອງຜູ້ອື່ນ.

  • ຄວນຮອງພື້ນດ້ວຍຜ້າ ຫຼືໃບໄມ້ກ່ອນກາງເຕັ້ນ

ເພາະຈະຊ່ວຍປ້ອງກັນບໍ່ໃຫ້ເຕັ້ນເປື້ອນ, ແລ້ວຍັງຊ່ວຍກັນຄວາມປຽກຊຸ່ມ ແລະ ສັດເລືອຄານທີ່ຢູ່ໃຕ້ດິນອີກດ້ວຍ.

  • ການຕໍ່ເສົາເຕັ້ນ

ໂດຍພື້ນຖານແລ້ວຈະຕ້ອງຕໍ່ເສົາເຕັ້ນໃຫ້ແໜ້ນ ເພື່ອໃຫ້ໝັ້ນໃຈວ່າຂໍ້ຕໍ່ແຕ່ລະຂໍ້ມັນຈະບໍ່ເດັ້ງຫຼຸດອອກມາ ໂດຍຈະຕ້ອງຕໍ່ໃຫ້ຄົບທຸກຂໍ້, ຈາກນັ້ນກໍລ໋ອກເສົາເຕັ້ນທັງ 2 ທີ່ໄຂວກັນໄວ້ໃຫ້ແໜ້ນໜາເພື່ອໃຫ້ເຕັ້ນບໍ່ລົ້ມ ແລະ ເພງ່າຍ.

  • ດຶງສາຍເຕັ້ນໃຫ້ແໜ້ນ

ໂດຍສະເພາະໃນສະຖານທີ່ມີລົມແຮງ ບໍ່ດັ່ງນັ້ນເຕັ້ນຈະປີວ ເຊິ່ງການປັກຫຼັກເຕັ້ນນັ້ນ ຈະຕ້ອງດຶງສາຍໃຫ້ເຄັ່ງ ແລະ ປັກໃຫ້ເລີກ, ແໜ້ນໃນພື້ນດິນ ເພື່ອບໍ່ໃຫ້ເຕັ້ນຫຼຸດລອຍໄປໄດ້ຢ່າງງ່າຍດາຍ ແລະ ເກີດຄວາມເສຍຫາຍໄດ້.

  • ປູບ່ອນນອນໃນເຕັ້ນ

ເມື່ອກາງເຕັ້ນແລ້ວ ກໍຕ້ອງປູບ່ອນນອນໃນເຕັ້ນຕໍ່ ແຕ່ຢ່າງທີ່ຮູ້ກັນດີວ່າການອອກທີບກາງເຕັ້ນ ແນວໃດກະບໍ່ສະບາຍ ຄືກັບນອນຢູ່ເຮືອນ ແຕ່ຢ່າງນ້ອຍກໍຄວນຈະຕ້ອງປູບ່ອນນອນໃຫ້ສະບາຍທີ່ສຸດ ໂດຍປູແຜ່ນຮອງນອນກ່ອນເພື່ອເປັນການປັບພື້ນທີ່ໃຫ້ມີຄວາມລຽບພຽງສະເໝີກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...