“ບຸນເກຼິ” ຂອງຊົນເຜົ່າກຶມມຸໃນເມື່ອກ່ອນຈະຈັດສະເພາະຄອບຄົວ ແຕ່ປັດຈຸບັນໄດ້ມີການຈັດເປັນປາງບຸນໃຫຍ່

“ບຸນເກຼິ ” ແມ່ນການນໍາເອົາຜົນລະປູກ ເຊັ່ນ: ເຜືອກ, ມັນ ມາປຸງແຕ່ງເປັນອາຫານ ເພື່ອຖວາຍບູຊາບັນພະບູລຸດ ແລະ ພໍ່ແມ່, ປູ່ຍ່າ, ຕາຍາຍ, ເຈົ້າດິນເຈົ້າດອນ ຜູ້ທີ່ລ່ວງລັບໄປ ອີກຢ່າງກໍເພື່ອເປັນການສະເຫຼີມສະຫຼອງການເກັບກ່ຽວຜົນລະປູກ ແລະ ໄຫວ້ບັນພະບູລຸດ ທີຊ່ວຍປົກປັກຮັກສາຜົນລະປູກ ໃຫ້ໄດ້ຮັບຜົນດີ ແລະ ປົກປ້ອງຄຸ້ມຄອງລູກຫຼານ ໃຫ້ມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ.

ໃນວັນທີ 4 ມັງກອນ 2023, ບ້ານໂພນໂຮມ ເມືອງ ຕົ້ນເຜິ້ງ ໄດ້ຈັດງານບຸນເກຼິ ຫຼື ບຸນເຕັຈນຶມຂອງເຜົ່າກຶມມຸຂຶ້ນ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່.

ທ່ານ ຄຳປ່ຽງ ວົງຄຳແສນ ຮອງນາຍບ້ານ ບ້ານໂພນໂຮມ ກ່າວວ່າ: ບຸນເກຼິ ຫຼື ບຸນເຕັຈນຶມ ເປັນປະເພນີປີໃໝ່ຂອງເຜົ່າກຶມມຸ ທີ່ຈັດຂຶ້ນໃນໄລຍະເດືອນຈຽງ ຫາເດືອນຍີ່ ຫຼື ກົງກັບເດືອນທັນວາ ຫາ ເດືອນມັງກອນ ຂອງທຸກໆປີ ເຊິ່ງປີນີ້ກົງກັບມື້ເຕົ້າເສັດ ເດືອນຈຽງ ປີກາເໝົ້າ ຕາມປະຕິທິນຂອງເຜົ່າກຶມມຸ ກໍຄືປະຕິທິນລາວເດີມ.ໃນອາດິດ ບຸນເກຼິ ແມ່ນຈະຈັດຂຶ້ນສະເພາະພາຍໃນຄອບຄົວເທົ່ານັ້ນ ແຕ່ປະຈຸບັນ ແມ່ນໄດ້ມີການຈັດຂຶ້ນແບບເປີດກວ້າງ ເປັນປາງບຸນໃຫຍ່ ເພື່ອຖືໂອກາດເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ.

ໃນປີ 2023 ຖືເປັນປີພິເສດ ທີ່ພີ່ນ້ອງເຜົ່າກຶມມຸບ້ານໂພນໂຮມ ແລະ ບ້ານພຽງງາມ ຄຸ້ມມົກກະຈອກ, ຄຸ້ມພຽງສະຫວ່າງ ໄດ້ຮ່ວມກັນຈັດງານບຸນປະເພນີດັ່ງກ່າວຂຶ້ນເປັນຄັ້ງທຳອິດ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນເຜົ່າ ແລະ ໃນປີຕໍ່ໆໄປ ທັງສອງບ້ານກໍຈະໄດ້ຜັດປ່ຽນກັນ ເປັນເຈົ້າພາບຈັດງານບຸນປະເພນີດັ່ງກ່າວ ຢູ່ບ້ານຂອງຕົນ.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,